Kiran Badloe ມີສ່ວນໄດ້ຫຼຽນຄຳເພາະເຮັດຊົງຜົມ ແລະ ທ່າຄືກັບ Aang ຈາກກາຕູນເລື່ອງ Avatar


ນັກກິລາປະເທດເນເທີແລນຄົນນີ້ ໄດ້ຫຼຽນຄຳສຳລັບການແຂ່ງຂັນກິລາ WindSurfing ໃນມະຫະກຳກິລາ Tokyo Olympics 2020, ເຊິ່ງລາວໄດ້ແຮງບັນດານໃຈຈາກ Aang ຕົວລະຄອນໃນເລື່ອງ Avatar: The Last Airbender.

Kiran Badloe ສາມາດຄວ້າຫຼຽນຄຳໄດ້ ດ້ວຍຄະແນນນຳແບບກະໂດດຂັ້ນ ຄະແນນຫ່າງຈາກນັກກິລາຄົນອື່ນໆຫຼາຍພໍສົມຄວນ. ຫຼັງຈາກຈົບການແຂ່ງຂັນນັກຂ່າວກໍໄດ້ຖາມວ່າ: ການທີ່ໄດ້ຫຼຽນຄຳນີ້ ແມ່ນເປັນນຳເຮັດຊົງຜົມນີ້ແມ່ນບໍ?

Kiran Badloe ກໍໄດ້ຕອບວ່າມີຫຼາຍສາເຫດທີ່ເຮັດໃຫ້ຊະນະໃນການແຂ່ງຂັນ ມີວີທີທີ່ນຳມາໃຊ້ຫຼາຍວິທີປະສົມປະສານກັນ ປະກອບກັບຄວາມດຸໝັ່ນຝຶກຊ້ອມຂອງຕົນເອງ ແຕ່ໃນການເຮັດຊົງຜົມຮຽນແບບ Aang ກໍມີສ່ວນເຊັ່ນດຽວກັນ.

ນອກຈາກນີ້ ກໍຍັງໄດ້ກ່າວເຖິງຕົວລະຄອນ Aang ອີກວ່າ: “ເປັນຕົວລະຄອນທີ່ສາມາດຄວບຄຸມລົມ ແລະ ພະລັງທຳມະຊາດອື່ນໆ ເພື່ອເຮັດສິ່ງທີ່ຍິ່ງໃຫຍ່. ຂ້ອຍກໍເຮັດແບບທີ່ຕົວລະຄອນນີ້ເຮັດຢູ່ ເພາະຕ້ອງປັບຈັງຫວະໃຫ້ເຂົ້າກັບສາຍລົມ, ນ້ຳ ແລະ ສິ່ງອື່ນໆອ້ອມຕົວ. ຂ້ອຍຄິດວ່າຕົນເອງຈະສາມາດເກັ່ງຄືກັບກາຕູນ Aang”. ສຸດທ້າຍ ລາວກໍປະສົບຜົນສຳເລັດ.

ຈາກນັ້ນ ຫຼາຍຄົນກໍຄາດວ່າ ການທີ່ຊະນະໄດ້ຫຼຽນມາ ອາດເປັນເພາະການເຮັດຊົງຜົມ ແລະ ທ່າຂອງກາຕູນໃນເລື່ອງນີ້. ຖືວ່າເປັນອີກເລື່ອງໜຶ່ງທີ່ເອົາມາເປັນແຮງຊຸກຍູ້, ເປັນແຮງກຳລັງໃຈ ຈົນມີສ່ວນໃນການຊະນະຄັ້ງນີ້.

ຂອບໃຈຂໍ້ມູນ ແລະ ຮູບພາບ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/