ສສຊ ຫຼາຍເຂດ ສະເໜີໃຫ້ລັດຖະບານເກັບພາສີອາກອນຈາກຜູ້ປະກອບອາຊີບຄ້າຂາຍອອນລາຍ


ການດໍາເນີນກອງປະຊຸມສະໄໝ ວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ສິງຫາ 2021 ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ແລະ ຮັບຮອງເອົາການປັບປຸງບາງມາດຕາຂອງ 4 ຮ່າງກົດໝາຍໃນຂົງເຂດເສດຖະກິດ ຄື: ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າອາກອນຊົມໃຊ້.

ສສຊ ໄດ້ປ່ຽນກັນປະກອບຄໍາເຫັນ ແລະ ສະເໜີຫຼາຍບັນຫາຕໍ່ລັດຖະບານເພື່ອແນໃສ່ເຮັດໃຫ້ການປັບປຸງບາງມາດຕາຂອງທັງ 4 ກົດໝາຍສົມບູນ ແລະ ຮັດກຸມຂຶ້ນກວ່າເກົ່າ. ໃນນີ້ ບັນຫາການຄ້າຂາຍອອນລາຍ ແມ່ນບັນຫາໜຶ່ງທີ່ ສສຊ ໃຫ້ຄວາມສົນໃຈ ແລະ ສະເໜີໃຫ້ລັດຖະບານເກັບອາກອນລາຍໄດ້ຈາກຜູ້ຄ້າຂາຍອອນລາຍເຫຼົ່ານີ້.

ທ່ານ ບຸນມີ ພິມມະສອນ ສສຊ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະກອບຄໍາເຫັນວ່າ: ປັດຈຸບັນ ຜູ້ຄ້າຂາຍອອນລາຍມີລາຍຮັບຈໍານວນບໍ່ໜ້ອຍໃນແຕ່ລະວັນ. ດັ່ງນັ້ນ ລັດຖະບານ ຄວນມີວິທີຄຸ້ມຄອງ ແລະ ມີມາດຕະການເກັບອາກອນລາຍໄດ້ຈາກເຂົາເຈົ້າ ເພາະຈະເປັນແຫລ່ງລາຍຮັບໜຶ່ງທີ່ສໍາຄັນຂອງລັດຖະບານ.

ສ່ວນ ທ່ານ ລິນຄໍາ ດວງສະຫວັນ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ປະກອບຄໍາເຫັນວ່າ: ລັດຖະບານ ຄວນພິຈາລະນາເພີ່ມຕື່ມກັບກຸ່ມທີ່ຂາຍເຄື່ອງອອນລາຍທີ່ນັບມື້ເພີ່ມຂຶ້ນໃນປັດຈຸບັນ, ຄວນມີກົນໄກ ຫຼື ມາດຕະການໃນການເກັບພາສີລາຍໄດ້ ຫຼື ອາກອນມູນຄ່າເພີ່ມຈາກກຸ່ມຄົນທີ່ປະກອບການໃນດ້ານນີ້ເພາະຈະເຮັດໃຫ້ລັດຖະບານມີລາຍຮັບເພີ່ມຕື່ມອີກຫລາຍສົມຄວນ.

ນອກຈາກທັງສອງທ່ານດັ່ງກ່າວ, ຍັງມີ ສສຊ ອີກຫຼາຍທ່ານກໍໄດ້ສະເໜີກ່ຽວກັບການວາງມາດຕະການເພື່ອເກັບລາຍຮັບຈາກຜູ້ຄ້າຂາຍເຄື່ອງອອນລາຍເຊັ່ນດຽວກັນ. ຢ່າງໃດກໍຕາມ, ໃນໂອກາດທີ່ຜູ້ຕາງໜ້າຄະນະຮັບຜິດຊອບປັບປຸງບາງມາດຕາຂອງທັງ 4 ກົດໝາຍໃນຂົງເຂດເສດຖະກິດຕໍ່ກອງປະຊຸມສະພາໃນຄັ້ງນີ້ໄດ້ຢືນຢັນວ່າ: ຜ່ານມາມີຜູ້ປະກອບທຸລະກິດດ້ານອອນລາຍຈໍານວນໜຶ່ງທີ່ໄດ້ໄປຂຶ້ນທະບຽນ ແລະ ເສຍອາກອນນໍາຂະແໜງການກ່ຽວຂ້ອງຫລາຍສົມຄວນໃນແຕ່ລະປີໂດຍສະເພາະຟູດແພນດາ. ສ່ວນຜູ້ຄ້າຂາຍເຄື່ອງອອນລາຍອື່ນໆ ຂະແໜງການທີ່ກ່ຽວຂ້ອງຈະພະຍາຍາມຫາວິທີ ຫຼື ມີມາດຕະການຄຸ້ມຄອງຕໍ່ຜູ້ປະກອບການເຫຼົ່ານີ້ໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

ຂອບໃຈຂໍ້ມູນຈາກ:

https://web.facebook.com/lnrlao/posts/2863853797258496

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/