FBI ຍອມຈ່າຍເງິນ 900.000 ໂດລາ ເພື່ອປົດລັອກມືຖື


ເປັນຫຍັງ FBI ຈຶ່ງເສຍເງິນຈຳນວນຫຼາຍຂະໜາດນັ້ນ ເພື່ອປົດລັອກມືຖື?

ໃນປີ 2015 ຢູ່ສະຫະລັດອາເມລິກາ ໄດ້ມີຄະດີຍິງສັງຫານກຸ່ມຄົນເກີດຂຶ້ນ ເຊິ່ງຜູ້ກໍ່ການຮ້າຍນັ້ນໃຊ້ມືຖື ໄອໂຟນ ແລະ ເມື່ອຕຳຫຼວດ FBI ຍຶດເອົາມືຖືມາໄດ້ ຈຶ່ງຕ້ອງການປົດລັອກໂທລະສັບດັ່ງກ່າວ ເພື່ອເຂົ້າເຖິງຂໍ້ມູນຫຼັກຖານ ແລະ ຫວັງຈະໃຊ້ຂໍ້ມູນເຂົ້າໃນການແກ້ໄຂຄະດີ. ດ້ວຍເຫດນີ້, FBI ຈຶ່ງໄດ້ຮ້ອງຂໍໃຫ້ບໍລິສັດແອັບເປິ້ນດຳເນີນການປົດລັອກໜ້າຈໍໂທລະສັບໃຫ້ ແຕ່ແອັບເປິ້ນບໍ່ຍອມ ເພາະອ້າງວ່າມັນຈະເປັນການລະເມີດຂໍ້ມູນສ່ວນບຸກຄົນຂອງລູກຄ້າ.

ທຳອິດ ແອັບເປິ້ນບອກວ່າ ບໍ່ສາມາດປົດລັອກໄດ້ ແລະ ຕໍ່ມາ ກໍບອກວ່າເຫດຜົນທີ່ບໍ່ປົດລັອກແມ່ນເພື່ອປົກປ້ອງຂໍ້ມູນຂອງລູກຄ້າ. ຫາກແອັບເປິ້ນຍອມປົດລັອກໃຫ້ ມັນຈະສົ່ງຜົນກະທົບຕໍ່ຄວາມໜ້າເຊື່ອຖືຂອງບໍລິສັດຕໍ່ລູກຄ້າຂອງເຂົາເຈົ້າ.

ແລ້ວ FBI ປົດລັອກແນວໃດ?

5 ປີຕໍ່ມາ ຈຶ່ງໄດ້ມີການເປີດເຜີຍວ່າ ບໍລິສັດທີ່ປົດລັອກນັ້ນມີຊຶ່ວ່າ ບໍລິສັດ ອາຊີມຸດ ຊີຄິວຣີຕີ້ (Azimuth Security) ເຊິ່ງກໍ່ຕັ້ງໂດຍແຮັກເກີ້ຊື່ດັງລະດັບໂລກ 2 ຄົນ.

ຜູ້ໜຶ່ງມີ ຊື່ວ່າ ມາກ ດາວ (Mark Down) ເປັນຜູ້ກໍ່ຕັ້ງບໍລິສັດ ແລະ ເປັນອະດີດນັກວິໄຈຄວາມປອດໄພຂອງ IBM. ລາວໄດ້ຮ່ວມມືກັບແຮັກເກີ້ຄົນຈີນຜູ້ໜຶ່ງຊື່ວ່າ ເດວິດ ຫວັງ (David Wang) ເຊິ່ງເປັນແຮັກເກີ້ສາຍຂາວ ມີຊື່ສຽງດ້ານການວິເຄາະລະບົບ ແລະ ໄດ້ຮາງວັນ ອັອສກ້າ ສຳລັບແຮັກເກີ້.

ແຮັກເກີທັງສອງສະເໜີຕໍ່ FBI ວ່າພວກເຂົາສາມາດປົດລັອກໄອໂຟນໄດ້ ແລະ FBI ກໍໄດ້ໃຫ້ພວກເຂົາສາທິດໃຫ້ເບິ່ງ ໂດຍການເອົາໄອໂຟນ 5C 12 ໜ່ວຍ ທີ່ໃສ່ລະຫັດບໍ່ຄືກັນ ໂດຍ ຄົນ 12 ຄົນ ແລະ ພວກເຂົາກໍສະແດງໃຫ້ເຫັນວ່າພວກເຂົາສາມາດປົດລັອກໄດ້ແບບງ່າຍດາຍ ໂດຍການສຸ່ມລະຫັດ.

ປົກກະຕິແລ້ວ ການສຸ່ມປົດລະຫັດໜ້າຈໍຈະມີຈຳນວນຄັ້ງທີ່ຈຳກັດ ແລ້ວໜ້າຈໍກໍຈະລັອກ ແລະ ໃຫ້ໂອກາດໃສ່ລະຫັດອີກຕາມເວລາຕ່າງໆ ໃນອີກ 5 ນາທີ, 10 ນາທີ ແລະ ອື່ນໆ. ແຕ່ການສຸ່ມລະຫັດທີ່ ບໍລິສັດອາຊີມຸດນຳໃຊ້ນີ້ແມ່ນອາໄສຊ່ອງຫວ່າງທີ່ຢູ່ໃນ open-source ຂອງລະບົບ iOS ຂອງໂທລະສັບໜ່ວຍນັ້ນ. ວີທີການເຈາະແມ່ນເຈາະຜ່ານ lightning port ໂດຍສຽບສາຍດັ່ງກ່າວເຂົ້າກັບຄອມພິວເຕີ ແລ້ວ run program ທີ່ມີຊື່ວ່າ Condor. Condor ຈະຖືກສົ່ງຜ່ານ lightning port ໄປເຂົ້າໃນລະບົບ iOS ຜ່ານທາງ Browser Safari ເຊິ່ງໃນນັ້ນ ຈະມີ Code Open-source ຂອງບໍລິສັດ Mozilla ເພາະແອັບເປິ້ນໃຫ້ Mozilla ຊ່ວຍຂຽນ Code ບາງຢ່າງໃຫ້ Browser Safari ເຊິ່ງຈຸດນັ້ນເຮັດໃຫ້ແຮັກເກີ້ສາມາດເຊື່ອມຕໍ່ໄດ້ຜ່ານ Browser ເຂົ້າໄປໃນມືຖືໄດ້ ແລ້ວກໍ run program Condor ເຮັດໃຫ້ໂທລະສັບບໍ່ນັບການສຸ່ມລະຫັດ ແລະ ເຮັດໃຫ້ສາມາດສຸ່ມໄດ້ຫຼາຍຄັ້ງ ດ້ວຍຄວາມໄວປະມານ 40.000 ຊຸດ ຕໍ່ ວິນາທີ ແລ້ວກໍສາມາດປົດລັອກໂທລະສັບໄດ້ພາຍໃນເວລາສັ້ນໆ.

ແຕ່ເພື່ອປົດລັອກມືຖືທີ່ເປັນຂອງກາງນັ້ນ ບໍລິສັດອາຊີມຸດໄດ້ເອີ້ນເອົາຄ່າບໍລິການເປັນເງິນຈຳນວນ 900.000 ໂດລາ ແລະ FBI ຕັດສິນໃຈຍອມຈ່າຍ. ເມື່ອປົດລັອກໄດ້ແລ້ວ ກໍບໍ່ໄດ້ມີຂໍ້ມູນຫຼັກຖານຫຍັງຫຼາຍ ມີພຽງເບີໂທ, ລາຍຊື່ ເລັກນ້ອຍ ບໍ່ມີຂໍ້ມູນຊີ້ຕົວເຖິງຜູ້ກໍ່ການຮ້າຍອື່ນ.

(ບາງສໍານັກຂ່າວກໍເຊື່ອວ່າທີ່ FBI ຍອມຈ່າຍ ແມ່ນເພື່ອຢາກເອົາຊະນະແອັບເປິ້ນທີ່ບໍ່ຍອມໃຫ້ການຮ່ວມມືນໍາ)

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/