ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບ ບຸກທະລາຍເຄືອຂ່າຍພະນັນອອນລາຍ ແລະ ແກ໊ງສະແກມເມີຂ້າມຊາດລາຍໃຫຍ່ ຢູ່ເຂດບ້ານດົງໂພສີ ນະຄອນຫຼວງວຽງຈັນ ກັກຕົວຜູ້ຕ້ອງສົງໄສໄດ້ເຖິງ 589 ຄົນ ພ້ອມຢຶດອຸປະກອນຫຼາຍພັນລາຍການ. ໜັງສືພີມຄວາມສະຫງົບລາຍງານ.
ປະຕິບັດການຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂັ້ນເດັດຂາດຂອງລັດຖະບານລາວ ໃນການກວາດລ້າງອາຊະຍາກຳທາງໄຊເບີ ທີ່ກຳລັງເປັນໄພຄຸກຄາມຮ້າຍແຮງຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ສັງຄົມ.
ຕາມລາຍງານ ປະຕິບັດການດັ່ງກ່າວເກີດຂຶ້ນໃນເວລາ 10:00 ໂມງ ຂອງວັນທີ 18 ກໍລະກົດ 2026 ໂດຍໜ່ວຍສະເພາະກິດແກ້ໄຂບັນຫາສະແກມເມີ ຮ່ວມກັບກຳລັງປ້ອງກັນເຄື່ອນທີ່ ໄດ້ບຸກເຂົ້າກວດຄົ້ນຕຶກອາຄານໃຫ້ເຊົ່າແຫ່ງໜຶ່ງໃນເມືອງຫາດຊາຍຟອງ.
ຜົນການປະຕິບັດງານສາມາດຈັບກຸມຜູ້ຖືກຫາໄດ້ທັງໝົດ 589 ຄົນ ເຊິ່ງເປັນຍິງ 309 ຄົນ ໂດຍປະກອບມີ 4 ສັນຊາດຄື: ສັນຊາດໄທ 373 ຄົນ, ລາວ 199 ຄົນ, ຫວຽດນາມ 15 ຄົນ ແລະ ກຳປູເຈຍ 2 ຄົນ. ນອກຈາກນີ້, ເຈົ້າໜ້າທີ່ຍັງໄດ້ຢຶດຂອງກາງຈຳນວນມະຫາສານເພື່ອນຳໄປກວດສອບ ເຊິ່ງລວມມີຄອມພິວເຕີຕັ້ງໂຕະ 1.517 ໜ່ວຍ, ໂນດບຸກ 4.045 ໜ່ວຍ ແລະ ໂທລະສັບມືຖືອີກ 5.245 ໜ່ວຍ.
ປັດຈຸບັນ ກຸ່ມແກ໊ງສະແກມເມີ ແລະ ເຄືອຂ່າຍພະນັນອອນລາຍເຫຼົ່ານີ້ ໄດ້ກາຍເປັນໄພຄຸກຄາມລະດັບຊາດ ແລະ ພາກພື້ນ ທີ່ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊັບສິນຂອງປະຊາຊົນ ໂດຍອາໄສຊ່ອງຫວ່າງທາງເທັກໂນໂລຊີ ແລະ ໂທລະຄົມມະນາຄົມໃນການຫຼອກລວງ.
ການຂະຫຍາຍຕົວຂອງອາດຊະຍາກຳຮູບແບບໃໝ່ນີ້ ບໍ່ພຽງແຕ່ທຳລາຍຄວາມໜ້າເຊື່ອຖືຂອງລະບົບການເງິນ ແຕ່ຍັງສົ່ງຜົນກະທົບຕໍ່ຄວາມສະຫງົບຮຽບຮ້ອຍໃນສັງຄົມ. ດ້ວຍເຫດນີ້, ລັດຖະບານລາວ ຈຶ່ງໄດ້ຍົກລະດັບມາດຕະການປາບປາມຢ່າງຈິງຈັງ ແລະ ເດັດຂາດ ໂດຍຖືເປັນວາລະສຳຄັນໃນການຖອນຮາກຖອນໂຄນຂະບວນການດັ່ງກ່າວ ເພື່ອປົກປ້ອງປະຊາຊົນ ແລະ ສ້າງສະພາບແວດລ້ອມທາງດິຈິຕອນທີ່ປອດໄພ.
ຂະນະນີ້ ເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນຂະຫຍາຍຜົນ ເພື່ອລ່າຕົວຫົວໂປ່ໂຕການ ແລະ ຜູ້ຢູ່ເບື້ອງຫຼັງທັງໝົດມາດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.
#LaoX #ຂ່າວລາວ #ປາບປາມສະແກມເມີ #ອາຊະຍາກຳໄຊເບີ #ພະນັນອອນລາຍ #LaoNews #CyberCrime #Scammer


