ລັດຖະບານລາວ ແລະ ຮົງກົງ ປະກາດຄວາມຮ່ວມມືຄັ້ງສຳຄັນຜ່ານການລົງນາມສັນຍາ ເພື່ອຫັນຕະຫຼາດຄຳລາວໃຫ້ເປັນທັນສະໄໝ ແລະ ໄດ້ມາດຕະຖານ. ເປົ້າໝາຍແມ່ນການດຶງເອົາຊັບສິນຄຳພາຍໃນປະເທດເຂົ້າສູ່ລະບົບການເງິນຢ່າງເປັນທາງການ ເຊິ່ງຈະເປັນກຸນແຈໃນການກະຕຸ້ນເສດຖະກິດ ແລະ ເຊື່ອມໂຍງການເງິນລາວສູ່ເວທີສາກົນ.
ພິທີລົງນາມອັນສຳຄັນນີ້ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 20 ກໍລະກົດ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ກັບ ທ່ານ ຄຣິສໂຕເຟີ ຮຸຍ ລັດຖະມົນຕີກະຊວງບໍລິການທາງດ້ານການເງິນ ແລະ ຄັງເງິນ ແຫ່ງເຂດປົກຄອງພິເສດຮົງກົງ ສປ ຈີນ. ຕາມການລາຍງານຂອງ ຂປລ.
ການຮ່ວມມືດັ່ງກ່າວບໍ່ພຽງແຕ່ເປັນການເປີດປະຕູສູ່ການພັດທະນາລະບົບນິເວດຕະຫຼາດຄຳໃຫ້ມີຄວາມໂປ່ງໃສເທົ່ານັ້ນ ແຕ່ຍັງກວມເອົາການເຊື່ອມໂຍງຕະຫຼາດການເງິນ, ການພັດທະນາບຸກຄະລາກອນ, ການວາງລະບຽບການ ແລະ ການພັດທະນາຕ່ອງໂສ້ຕະຫຼາດຄຳແບບຄົບວົງຈອນ.
ໃນຂະນະດຽວກັນ ເພື່ອເຮັດໃຫ້ນະໂຍບາຍປະກົດຜົນເປັນຈິງຢ່າງເປັນຮູບປະທຳ ຍັງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈທາງດ້ານທຸລະກິດ ລະຫວ່າງ ທ່ານ ຈັນທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ ທະນາຄານຄໍາລາວ ແລະ ທ່ານ ດາມຽນ ຮານ ຫົວໜ້າຝ່າຍຂາຍປະຈຳພາກພື້ນອາຊີ-ປາຊີຟິກ ຂອງບໍລິສັດໂລຫະປະເສີດຊັ້ນນຳລະດັບໂລກ ເອັມເຄເອັດພຳ (MKS PAMP).
ພາຍໃຕ້ຍຸດທະສາດນີ້ ລັດຖະບານລາວໄດ້ວາງບົດບາດໃຫ້ທະນາຄານຄຳລາວເປັນສະຖາບັນການເງິນຫຼັກ ທີ່ຈະເຂົ້າມາຂັບເຄື່ອນການລະດົມແຫລ່ງທຶນຈາກຄຳພາຍໃນປະເທດ ໃຫ້ກາຍເປັນກະແສເງິນໝູນວຽນທີ່ມີພະລັງໃນລະບົບເສດຖະກິດ.
ການຈັບມືກັນຄັ້ງນີ້ ຖືເປັນບາດກ້າວທີ່ຊານສະຫຼາດຂອງລັດຖະບານລາວ ໃນການນຳໃຊ້ທ່າແຮງຂອງຮົງກົງ ເຊິ່ງເປັນສູນກາງການເງິນ ແລະ ການຄ້າວັດຖຸມີຄ່າອັນດັບຕົ້ນໆຂອງໂລກ ມາຊ່ວຍສ້າງຂອບການຮ່ວມມືແບບລັດຕໍ່ລັດ (G2G).
ສິ່ງດັ່ງກ່າວຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານໂຄງລ່າງທາງການເງິນຂອງປະເທດ ເຮັດໃຫ້ຕະຫຼາດຄຳລາວມີຄວາມໜ້າເຊື່ອຖື, ດຶງດູດການລົງທຶນຈາກຕ່າງຊາດ ແລະ ປະກອບສ່ວນສ້າງຄວາມໝັ້ນຄົງທາງເສດຖະກິດແບບຍືນຍົງໃນໄລຍະຍາວ.
#LaoXperts #ຕະຫຼາດຄຳລາວ #ເສດຖະກິດລາວ #ທະນາຄານຄຳລາວ #ການເງິນການລົງທຶນ #LaosHongKong #LaoBullionBank #MKS_PAMP


