ປົກເວັບ 83

ລັດຖະບານລາວຕັດສິນໃຈປັບຂຶ້ນເງິນເດືອນໃຫ້ແກ່ພະນັກງານລັດໃນປີ 2026 ເພື່ອຟື້ນຟູອຳນາດການຊື້ ແຕ່ມາດຕະການດັ່ງກ່າວພວມປະເຊີນສິ່ງທ້າທາຍຈາກພື້ນທີ່ທາງການເງິນທີ່ຈຳກັດ ແລະ ພາລະໜີ້ສິນ ຕາມການເປີດເຜີຍຂອງບົດລາຍງານ Lao PDR Economic Monitor ສະບັບເດືອນມິຖຸນາ 2026.  

ທ່າມກາງສະພາບການຟື້ນຕົວຂອງເສດຖະກິດທີ່ຍັງມີຄວາມບອບບາງ ການຕັດສິນໃຈປັບຂຶ້ນເງິນເດືອນໃຫ້ແກ່ພະນັກງານລັດໃນປີ 2026 ຖືເປັນການເຄື່ອນໄຫວທາງນະໂຍບາຍທີ່ສຳຄັນ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານໃນການແກ້ໄຂບັນຫາຄ່າຄອງຊີບທີ່ຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ. 

ອີງຕາມບົດລາຍງານ Lao PDR Economic Monitor ສະບັບເດືອນມິຖຸນາ 2026 ຂອງທະນາຄານໂລກ (World Bank) ໄດ້ລະບຸວ່າ ອັດຕາເງິນເຟີ້ທີ່ຍັງຄົງຄ້າງຢູ່ໃນລະດັບສູງ ໂດຍສະເພາະການພຸ່ງຂຶ້ນຮອດ 10.2% ໃນເດືອນເມສາ 2026 ຍ້ອນຜົນກະທົບຈາກວິກິດການລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ ແລະ ລາຍຮັບຕົວຈິງຂອງປະຊາຊົນ. 

ບົດລາຍງານສະບັບນີ້ໄດ້ວິເຄາະວ່າ ການປັບຂຶ້ນເງິນເດືອນຄັ້ງນີ້ເປັນບາດກ້າວທີ່ຈຳເປັນ ເພື່ອຮັກສາບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດໄວ້ໃນລະບົບລັດ ແລະ ຊ່ວຍໃຫ້ພະນັກງານລັດສາມາດຮັບມືກັບຄ່າໃຊ້ຈ່າຍປະຈຳວັນທີ່ເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ ຂໍ້ມູນຈາກການປະເມີນຊີ້ໃຫ້ເຫັນວ່າ ການຕັດສິນໃຈດັ່ງກ່າວໄດ້ສ້າງແຮງກະເພີ່ມໃນຕະຫຼາດແຮງງານໂດຍລວມ ເນື່ອງຈາກມັນອາດກາຍເປັນມາດຕະຖານໃໝ່ທີ່ກົດດັນໃຫ້ພາກທຸລະກິດເອກະຊົນຕ້ອງໄດ້ປັບຂຶ້ນຄ່າຈ້າງແຮງງານເຊັ່ນດຽວກັນ ໃນຂະນະທີ່ຫຼາຍອົງກອນກຳລັງປະເຊີນກັບບັນຫາການຂາດແຄນແຮງງານຍ້ອນການເຄື່ອນຍ້າຍແຮງງານອອກນອກປະເທດ.  

ສິ່ງທ້າທາຍທີ່ແທ້ຈິງຂອງນະໂຍບາຍນີ້ແມ່ນການດຸ່ນດ່ຽງລາຍຈ່າຍທ່າມກາງພື້ນທີ່ທາງການເງິນທີ່ຄັບແຄບ. ບົດລາຍງານ ເປີດເຜີຍວ່າ ເຖິງແມ່ນວ່າການເກັບລາຍຮັບຂອງລັດຈະມີການປັບຕົວດີຂຶ້ນໃນປີ 2025 ໂດຍລາຍຮັບລວມເພີ່ມຂຶ້ນເຖິງ 21.2% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ເຊິ່ງໄດ້ສ້າງພື້ນທີ່ບາງສ່ວນໃຫ້ແກ່ການເພີ່ມລາຍຈ່າຍ. 

ແຕ່ລັດຖະບານຍັງຄົງຕ້ອງແບກຮັບພາລະການຊຳລະໜີ້ສິນສາທາລະນະທີ່ໜັກໜ່ວງ ເຊິ່ງການຊຳລະດອກເບ້ຍພຽງຢ່າງດຽວກໍກວມເອົາເຖິງ 3.2% ຂອງ GDP ຫຼື ປະມານ 16% ຂອງລາຍຈ່າຍລວມ ແລະ ລາຍຮັບພາຍໃນປະເທດທັງໝົດໃນປີ 2025. 

ຕົວເລກດັ່ງກ່າວໄດ້ດູດຊຶມເອົາຊັບພະຍາກອນທີ່ຄວນຈະຖືກນຳໄປລົງທຶນໃນຂະແໜງການບູລິມະສິດ ເຊັ່ນ: ການສຶກສາ, ສາທາລະນະສຸກ ແລະ ໂຄງລ່າງພື້ນຖານ. ນອກຈາກນີ້ ການແຊກແຊງລາຄານໍ້າມັນເຊື້ອໄຟຂອງລັດຖະບານຜ່ານການຫຼຸດອັດຕາພາສີຊົມໃຊ້ ເຖິງແມ່ນວ່າຈະຊ່ວຍບັນເທົາຜົນກະທົບຕໍ່ຜູ້ບໍລິໂພກໄດ້ຊົ່ວຄາວ ແຕ່ກໍເຮັດໃຫ້ລັດສູນເສຍລາຍຮັບມະຫາສານປະມານ 1.6 ພັນຕື້ກີບ (ປະມານ 0.4% ຂອງ GDP) ພາຍໃນໄລຍະເວລາພຽງ 3 ເດືອນ. ການສູນເສຍລາຍຮັບນີ້ຍິ່ງເຮັດໃຫ້ຄວາມສາມາດໃນການຕອບສະໜອງຕໍ່ວິກິດການໃນອະນາຄົດຫຼຸດລົງ.  

ເພື່ອຮັບປະກັນສະຖຽນລະພາບທາງເສດຖະກິດມະຫາພາກໃນໄລຍະຍາວ ບົດລາຍງານເສດຖະກິດສະບັບນີ້ໄດ້ໃຫ້ຂໍ້ສະເໜີແນະວ່າ ການປັບຂຶ້ນເງິນເດືອນພະນັກງານລັດຈຶ່ງຕ້ອງດຳເນີນຄວບຄູ່ໄປກັບການປະຕິຮູບໂຄງສ້າງການເງິນພາກລັດຢ່າງຈິງຈັງ. 

ລັດຖະບານຄວນເລັ່ງຂະຫຍາຍຖານລາຍຮັບໂດຍຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສ່ວຍສາອາກອນລາຍໄດ້ສະບັບປັບປຸງຢ່າງເຕັມຮູບແບບ, ການຫັນປ່ຽນການໃຫ້ແຮງຈູງໃຈທາງພາສີ, ແລະ ການຫຼຸດຜ່ອນການຍົກເວັ້ນພາສີທີ່ເຮັດໃຫ້ລັດສູນເສຍລາຍຮັບຢ່າງຫຼວງຫຼາຍ. 

ພ້ອມດຽວກັນນັ້ນ ຄວນມີການຫັນປ່ຽນຈາກການອຸດໜູນລາຄານໍ້າມັນເຊື້ອໄຟແບບເປັນວົງກວ້າງ ໄປສູ່ການຊ່ວຍເຫຼືອລ້າແບບເຈາະຈົງ (Targeted Cash Transfers) ໃຫ້ແກ່ກຸ່ມຄອບຄົວທີ່ມີຄວາມສ່ຽງ ເພື່ອປົກປ້ອງຜູ້ທຸກຍາກຢ່າງມີປະສິດທິຜົນ ໂດຍບໍ່ສ້າງພາລະຕໍ່ຄັງເງິນຂອງຊາດຈົນເກີນໄປ. ການບໍລິຫານຈັດການໜີ້ສິນສາທາລະນະໃຫ້ກັບມາມີຄວາມຍືນຍົງ ພ້ອມທັງການຍົກລະດັບປະສິດທິພາບຂອງລະບົບການຄຸ້ມຄອງການເງິນພາກລັດ ຈະເປັນປັດໄຈຕັດສິນວ່າ ການຟື້ນຕົວທາງເສດຖະກິດໃນຄັ້ງນີ້ຈະສາມາດສ້າງຄວາມເຂັ້ມແຂງທີ່ແທ້ຈິງ ຫຼື ເປັນພຽງການແກ້ໄຂບັນຫາສະເພາະໜ້າເທົ່ານັ້ນ.  

#LaoXperts #ເສດຖະກິດລາວ #ທະນາຄານໂລກ #ນະໂຍບາຍການເງິນ #ເງິນເຟີ້ #ເງິນເດືອນພະນັກງານລັດ #ໜີ້ສິນສາທາລະນະ

Comments are disabled