ລາຄານ້ຳມັນເຊື້ອໄຟໂລກປັບໂຕເພີ່ມຂຶ້ນຢ່າງຕໍ່ເນື່ອງ ຍ້ອນຄວາມເຄັ່ງຕຶງທາງດ້ານພູມສາດການເມືອງໃນຕາເວັນອອກກາງທະວີຄວາມຮຸນແຮງ ທັງຈາກຄຳຂູ່ຕອບໂຕ້ອີຣານ ຂອງສະຫະລັດ ແລະ ການປະກາດປິດລ້ອມເສັ້ນທາງເດີນເຮືອຊາອຸດິອາຣາບີຂອງກຸ່ມຮູຕີ ເຊິ່ງກຳລັງສົ່ງຜົນກະທົບຢ່າງໜັກຕໍ່ຄວາມໝັ້ນຄົງດ້ານອຸປະທານ ແລະ ສ້າງຄວາມກັງວົນວ່າລາຄານ້ຳມັນອາດທະລຸ 100 ໂດລາຕໍ່ບາເຣນ.
ສຳນັກຂ່າວ CNBC ລາຍງານວ່າ ໃນການຊື້ຂາຍຫຼ້າສຸດ ສັນຍານ້ຳມັນດິບ ເບຣນ (Brent) ປັບຂຶ້ນ 1.3% ອັດທີ່ 89.22 ໂດລາຕໍ່ບາເຣນ ຫຼັງຈາກທີ່ເຄີຍເພີ່ມຂຶ້ນເກືອບ 4% ທະລຸ 90 ໂດລາໃນກ່ອນໜ້ານີ້ ເພື່ອຕອບສະໜອງຕໍ່ຂ່າວການເສຍຊີວິດຂອງທະຫານສະຫະລັດ 3 ນາຍຈາກການສູ້ຮົບ ຂະນະທີ່ສັນຍານ້ຳມັນດິບ ເທັກຊັດ (WTI) ຂອງສະຫະລັດ ປັບຂຶ້ນ 0.9% ອັດທີ່ 83.23 ໂດລາຕໍ່ບາເຣນ ສົ່ງຜົນໃຫ້ລາຄານ້ຳມັນໃນເດືອນນີ້ປັບໂຕເພີ່ມຂຶ້ນແລ້ວເກືອບ 20%.
ສະຖານະການໄດ້ກ້າວສູ່ລະດັບວິກິດ ເມື່ອປະທານາທິບໍດີ ໂດນັນ ທຣຳ ປະກາດຜ່ານ Truth Social ຢ່າງແຂງກ້າວ່າ ອີຣານ ຕ້ອງຊົດໃຊ້ຢ່າງໜັກຫຼາຍເທົ່າຕົວຕໍ່ການເສຍຊີວິດຂອງທະຫານອາເມຣິກັນ ພ້ອມສັ່ງການໃຫ້ກະຊວງປ້ອງກັນປະເທດ ແລະ ເສນາທິການກອງທັບກຽມພ້ອມປະຕິບັດການ ໂດຍສະຫະລັດໄດ້ເປີດສາກໂຈມຕີອີຣານເປັນຄືນທີ 9 ຕິດຕໍ່ກັນ ເພື່ອຕອບໂຕ້ການໂຈມຕີເຮືອບັນທຸກນ້ຳມັນໃນຊ່ອງແຄບຮໍມຸຊ (Hormuz).
ໃນຂະນະດຽວກັນ ກຸ່ມຮູຕີໃນເຢແມນ ກໍໄດ້ປະກາດປິດລ້ອມເສັ້ນທາງເດີນເຮືອຂອງຊາອຸດິອາຣາບີ ແລະ ຂູ່ຈະປິດຊ່ອງແຄບ ບັບ ເອນ-ມັນເດບ (Bab el-Mandeb) ເຊິ່ງເປັນເສັ້ນທາງຍຸດທະສາດເຊື່ອມຕໍ່ທະເລແດງ ສິ່ງນີ້ໄດ້ຊ້ຳເຕີມບັນຫາອຸປະທານ ເພາະຊາອຸດິອາຣາບີຕ້ອງຜັນຮຽນເສັ້ນທາງສົ່ງອອກນ້ຳມັນຫຼາຍລ້ານບາເຣນຕໍ່ວັນຜ່ານທໍ່ສົ່ງນ້ຳມັນໄປຍັງທ່າເຮືອບົນຝັ່ງທະເລແດງ ເພື່ອຫຼີກລ່ຽງຄວາມຮ້ອນແຮງໃນຊ່ອງແຄບຮໍມຸຊ. ນ
ດ້ານນັກວິເຄາະຈາກ Energy Aspects ເຕືອນວ່າ ຫາກການຂົນສົ່ງຜ່ານຊ່ອງແຄບຮໍມຸຊຢຸດຊະງັກຢ່າງມີໄນຍະສໍາຄັນ ໃນຂະນະທີ່ປະລິມານນ້ຳມັນສຳຮອງໂລກຍັງຢູ່ໃນລະດັບຕ່ຳ ລາຄານ້ຳມັນເຊື້ອໄຟໂລກມີໂອກາດເພີ່ມຂຶ້ນເກີນ 100 ໂດລາຕໍ່ບາເຣນຢ່າງແນ່ນອນ.
#LaoXperts #ລາຄານ້ຳມັນໂລກ #ນ້ຳມັນເຊື້ອໄຟ #ວິກິດຕາເວັນອອກກາງ #ຂ່າວເສດຖະກິດໂລກ #CNBC


