ວຸດທິສະພາສະຫະລັດອາເມຣິກາຜ່ານຮ່າງກົດໝາຍຕໍ່ຕ້ານຄວາມກຽດຊັງຕໍ່ຄົນເຊື້ອຊາດອາຊີ


ໃນ 2-3 ປີທີ່ຜ່ານມາ ເຮົາຈະເຫັນວ່າມີຂ່າວທີ່ຄົນອາຊີ ຫຼື ເຊື້ອຊາດອາຊີຖືກທຳຮ້າຍອອກມາຕະຫຼອດ ເຊິ່ງການທຳຮ້າຍລັກສະນະດັ່ງກ່າວເປັນການທຳຮ້າຍດ້ວຍຄວາມກຽດຊັງ ແລະ ມີມາດົນແລ້ວ ແຕ່ວ່າມັນຮຸນແຮງຂຶ້ນເມື່ອ 2- 3 ປີຫຼັງນີ້ ພ້ອມໆກັບມີການລະບາດຂອງໂຄວິດ-19.

ເພື່ອແກ້ໄຂບັນຫາດັ່ງກ່າວ ວຸດທິສະພາຂອງສະຫະລັດອາເມຣິກາໄດ້ຜ່ານຮ່າງກົດໝາຍທີ່ຈະຊ່ວຍຕໍ່ຕ້ານອາຊະຍາກຳຈາກຄວາມກຽດຊັງທີ່ມີຕໍ່ຄົນເຊື້ອຊາດອາຊີ ຫຼື AAPI (Asian Americans and Pacific Islanders) ເປັນການຮ່ວມມືກັນຂອງນັກການເມືອງຈາກພັກເດໂມແຄຣດ ແລະ ຣີພັບລິກັນ.

ຮ່າງກົດໝາຍສະບັບນີ້ກ່າວສະເໜີໂດຍ ເມຊີ ຮິໂຣໂນະ ວຸດທິສະພາຈາກພັກເດໂມແຄຣດໃນຮາວາຍ ແລະ ເກຣຊ ເມງ ສະມາຊິກຈາກສະພາຄອງເກສຈາກພັກເດໂມແຄຣດນະຄອນນິວຢອກ ເຊິ່ງທັງສອງເປັນຊາວອາເມຣິກາເຊື້ອສາຍອາຊີ. ຮ່າງກົດໝາຍດັ່ງກ່າວ ຜ່ານສະພາສູງດ້ວຍຄະແນນໂຫວດ 94 ຕໍ່ 1 ສະທ້ອນເຖິງຄວາມຮ່ວມມືກັນຂອງທັງສອງຝັ່ງການເມືອງ ເຊິ່ງໂອກາດທີ່ຈະເຫັນໜ້ອຍຫຼາຍ ສຳລັບພັກການເມືອງທີ່ມີການແບ່ງຂົ້ວຊັດເຈນແບບນີ້.

ກົດໝາຍດັ່ງກ່າວ ມີເປົ້າໝາຍທີ່ຈະຊ່ວຍເລັ່ງການສືບສວນ ແລະ ການເຮັດວຽກດ້ານຕ່າງໆຂອງເຈົ້າໜ້າທີ່ຕຳຫຼວດໃນຄະດີທີ່ມີການໃຊ້ຄວາມຮຸນແຮງຕໍ່ຊາວອາເມຣິກາເຊື້ອສາຍອາຊີ ແລະ ໝູ່ເກາະປາຊີຟິກ.

ຮິໂຣໂນະ ລະບຸຜ່ານຮ່າງກົດໝາຍຄັ້ງນີ້ວ່າ ເປັນສັນຍານໃຫ້ເຫັນເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນຂອງຊາວອາເມຣິກາເຊື້ອຊາດອາຊີ ແລະ ຊຸມຊົນຊາວເກາະປາຊີຟິກ ໂດຍກົດໝາຍສະໜັບສະໜູນຜູ້ຍິງເຊື້ອສາຍອາຊີທີ່ຖືກຄາຕະກຳ 6 ລາຍ ລະຫວ່າງການຖືກຍິງຢູ່ເມືອງແອດແລນຕາໃນເດືອນທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:
https://bit.ly/3eKgOaM
https://bit.ly/3xJP0Mv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/