Shunsuke Kikuchi ຜູ້ປະພັນເພງປະກອບອະນິເມຊັ່ນຊື່ດັງ “ໂດຣາເອມ່ອນ” ໄດ້ເສຍຊີວິດແລ້ວ ໃນວັນທີ 24 ເມສາ


Shunsuke Kikuchi ຜູ້ປະພັນເພງປະກອບອະນິເມຊັ່ນຊື່ດັງ “ໂດຣາເອມ່ອນ” ໄດ້ເສຍຊີວິດລົງແລ້ວໃນວັນທີ 24 ເມສາ 2021 ຈາກສາເຫດພະຍາດປອດອັກເສບ ດ້ວຍອາຍຸ 89 ປີ.

ທ່ານເປັນຜູ້ປະພັນເພງທີ່ພວກເຮົາຄຸ້ນຫູ ແລະ ເມື່ອໄດ້ຍິນຈະນຶກເຖິງຄວາມຊົງຈຳໃນໄວເດັກທັນທີຄືເພງ “Doraemon no Uta” ແລະ “Boku Doraemon”.

ນອກຈາກໂດຣາເອມ່ອນແລ້ວ ທ່ານຍັງມີຜົນງານເພງປະກອບຊີຣີອື່ນໆອີກເຊັ່ນ: ໜ້າກາກເສືອ ແລະ Kamen rider ພ້ອມທັງໄດ້ຮັບຮາງວັນ Japan Record Awards 57th ໃນປີ 2015 ເປັນສິ່ງຢືນຢັນຄວາມສຳເລັດໃນຖານະນັກປະພັນເພງອີກດ້ວຍ.

ເຖິງວ່າທ່ານ Shunsuke Kikuchi ຈະໄດ້ຈາກໄປແລ້ວ ແຕ່ບົດເພງ ແລະ ຜົນງານ ຈະຍັງດັງກ້ອງຢູ່ໃນໃຈເຮົາໃຫ້ໄດ້ກັບໄປນຶກເຖິງພາບໄວເດັກສະເໝີ.

  • ຟັງເພງ Doraemon no Uta : 

ທີ່ມາ: https://www.instagram.com/p/COO3sY4MW46/?igshid=uylts2nt6sck

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/