Mister Laos Mister International Laos ເວທີປະກວດຊາຍງາມໃນລາວ ຜູ້ທີ່ມີຄວາມຮູ້ຄວາມສາມາດ


ໂຄງການ ເວທີປະກວດໜຸ່ມງາມ ຖືໄດ້ວ່າເປັນໂຄງການທີ່ໃຫຍ່ລະດັບປະເທດ ເພື່ອເຟັ້ນຫາ ບຸກຄົນທີ່ມີໜ້າຕາດີ, ມີຄວາມຮູ້, ຄວາມສາມາດ, ກິລິຍາທ່າທາງ, ຄຸນສົມບັດ, ບຸກຄະລິກ ເພື່ອເປັນຕົວແທນປະເທດ ໄປເວທີລະດັບສາກົນ, ເວົ້າໄດ້ວ່າເປັນເວທີ ທີ່ໄດ້ເປີດໃຫ້ໂອກາດໜຸ່ມໆ ກ້າເຮັດກ້າສະແດງອອກ.

Mister Lao Mister International Laos ເປັນເວທີ ປະກວດຊາຍງາມລາວ ເວທີ 1 ດຽວທີ່ໄດ້ຮັບການຍອມຮັບຈາກລັດຖະບານລາວ ເປັນເວທີຄັດເລືອກຜູ້ຊາຍລາວ ສັນຊາດລາວ ອາຍຸລະຫວ່າງ 17-28 ປີ ສ່ວນສູງ 175 cm ຂຶ້ນໄປ, ມີຄວາມ ເປັນສຸພາບບູລຸດສູງ ແລະ ມີຄວາມຮູ້ຄວາມສາມາດ ກ້າສະແດງອອກ.

ສຳລັບໂຄງການນີ້ ສະໜັບສະໜູນຫຼັກ ດ້ານສະຖານທີ່ຈັດງານ ແລະ ມື້ອໍດິຊັ່ນ ແມ່ນໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໂຮງແຮມທີ່ໄດ້ຮັບຮາງວັນໃຫ້ເປັນໂຮງແຮມທຸລະກິດ ຊັ້ນແຖວໜ້າຂອງປະເທດລາວ ແລະ ຮາງວັນສະຖານທີ່ຈັດງານປະຊຸມດີເດັ່ນ ພ້ອມທັງຫ້ອງພັກປະຈຳປີ 2020 ຈຳນວນຫຼາຍຮາງວັນ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/misterlaosmisterinternationallaos?_rdc=1&_rdr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/