Cyber Bullying ໄວຣັດຮ້າຍທີ່ແຜ່ລະບາດໃນສັງຄົມອອນລາຍ


ເມື່ອບໍ່ດົນມານີ້ພວກເຮົາຄົງຈະເຄີຍໄດ້ຍິນຄຳວ່າ ບູລີ້ (Bully) ໝາຍເຖິງພຶດຕິກໍາການເຍີ້ຍ, ລັງແກຜູ້ອື່ນ ຫາກຈະຍົກຕົວຢ່າງແລ້ວຫຼາຍຄົນຄົງຈະນຶກພາບເຖິງ ນັກຮຽນຊາຍອັນທະພານພາກັນຈັບກຸ່ມເວົ້າໃຫ້ເພື່ອນຮ່ວມຫ້ອງທີ່ອ່ອນແອກວ່າຕົນເອງເຊັ່ນ: ບັກດ້ຽງ, ບັກໂປລີໂອ, ການດ່າພໍ່ແມ່ຂອງອີກຝ່າຍ ເປັນຕົ້ນ ແຕ່ຄວາມຈິງພຶດຕິກຳການ Bully ແມ່ນມີຫຼາຍກວ່າການວ່າຮ້າຍທາງວາຈາ (Verbal bullying) ອາດຈະເຖິງຂັ້ນການລົງມືທຸບຕີທໍາຮ້າຍ (Physical bullying); ການເຮັດໃຫ້ເຫຍື່ອຮູ້ສຶກອັບອາຍຕໍ່ໜ້າກຸ່ມຄົນຈຳນວນຫຼາຍ ຫຼືເອີ້ນວ່າການລັງແກທາງສັງຄົມ (Social bullying) ສຳລັບປະເດັນ Social bullying ນີ້ປາກົດວ່ານັບມື້ນັບເກີດຂຶ້ນຫຼາຍ ໂດຍສະເພາະຍ້ອນການນຳໃຊ້ສື່ສັງຄົມອອນລາຍເປັນເຄື່ອງມື ຫຼືເອີ້ນກັນວ່າ Cyber bullying ທີ່ເຮົາກໍາລັງຈະກ່າວເຖິງ.

Cyber bullying ຫຼືການຄຸກຄາມ/ການຂົ່ມເຫງ/ການລ່ວງລະເມີດຜູ້ອື່ນຜ່ານໂລກໄຊເບີ້ ຄືການນໍາໃຊ້ເທັກໂນໂລຢີໃນທາງທີ່ຜິດ, ເປັນການກະທໍາໃດໆກໍຕາມທີ່ກໍ່ໃຫ້ເກີດອັນຕະລາຍ ຫຼືຄຸກຄາມຜູ້ອື່ນໂດຍໃຊ້ວິທີການສ້າງຂໍ້ມູນໃນເຄືອຂ່າຍສັງຄົມອອນລາຍ, ການສ້າງກະແສຂ່າວຄາວທີ່ກໍ່ໃຫ້ເກີດຄວາມກຽດຊັງ, ແຕກແຍກ, ການນິນທາວ່າຮ້າຍ, ການກ່າວປະນາມ…ທີ່ສ້າງຄວາມເສື່ອມເສຍໃຫ້ແກ່ບຸກຄົນ ຫຼືກຸ່ມຄົນໃດໜຶ່ງ.

ລອງກວດສອບໄປພ້ອມໆກັນວ່າທ່ານມີພຶດຕິກຳ Cyber bullying ຫຼືບໍ່?

  1. ທ່ານຄອມເມັ້ນຮ້າຍດ່າ, ວິຈານຜູ້ອື່ນໃນທາງທີ່ເສຍຫາຍໂດຍທີ່ບໍ່ຮູ້ຂໍ້ເທັດຈິງຊັດເຈນ ພຽງແຕ່ເຫັນຂໍ້ຄວາມທີ່ໂພສລົງ.
  2. ທ່ານສ້າງບັນຊີ Facebook ປອມ ເພື່ອເຂົ້າຫາຜູ້ອື່ນດ້ວຍເຈດຕະນາທີ່ບໍ່ດີ ເຊັ່ນ: ເພື່ອພິມໄປດ່າຜູ້ອື່ນ, ປະຈານຄົນທີ່ຕົນເອງກຽດຊັງ, ຕົວະຍົວະຫຼອກລວງໃນເຊີງຊູ້ສາວ…
  3. ການລັກເຂົ້າເຖິງຂໍ້ມູນຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ ເຊັ່ນ: ລັກເຂົ້າ Facebook ຜູ້ອື່ນເພື່ອໂພສພາບ ຫຼືຂໍ້ຄວາມທີ່ໜ້າອັບອາຍ, ແຮັກ Facebook ຜູ້ອື່ນ, ສ້າງເພຈປອມຈົນຄົນເຂົ້າໃຈຜິດ….
  4. ທ່ານປິດບັງຕົວຕົນທີ່ແທ້ຈິງເພື່ອສ້າງເລື່ອງຫຼອກລວງ ຫຼືຊັກຊວນຜູ້ອື່ນໄປໃນທາງທີ່ບໍ່ດີ.
  5. ທ່ານພະຍາຍາມສ້າງເລື່ອງ ຫຼືສະຖານະການເພື່ອທຳລາຍຊື່ສຽງຄົນອື່ນຜ່ານທາງອອນລາຍ.

ພຶດຕິກຳ Cyber bullying ແມ່ນສາມາດສົ່ງຜົນກະທົບຕໍ່ເຫຍື່ອຢ່າງຮຸນແຮງໃນຫຼາຍໆດ້ານ ເອີ້ນໄດ້ວ່າຂ່າວລືບາງຂ່າວສາມາດຂ້າຄົນໃຫ້ຕາຍທັງເປັນພາຍໃນສ້ຽວວິນາທີ ເນື່ອງຈາກສື່ສັງຄົມອອນລາຍມີຄວາມວ່ອງໄວ, ສາມາດກະຈາຍຂ່າວໄປໄດ້ໃນວົງກວ້າງ ແລະບາງຂໍ້ມູນກໍຖືກສົ່ງຕໍ່ ແລະບັນທຶກເກັບໄວ້ ເຖິງແມ່ນວ່າຕົ້ນທາງຈະລຶບອອກໄປແລ້ວກໍຕາມ  ແນ່ນອນວ່າຂໍ້ມູນທີ່ມີລັກສະນະ Cyber bullying ນັ້ນໄດ້ນໍາຜົນເສຍຫາຍມາສູ່ເຫຍື່ອບໍ່ວ່າຈະເປັນທາງດ້ານຈິດໃຈ, ກຽດສັກສີ ອາດຈະສົ່ງຜົນກະທົບໄປເຖິງຄອບຄົວ ຫຼືສັງຄົມອ້ອມຂ້າງເຫຍື່ອກໍເປັນໄດ້. ມີເຫຍື່ອຈຳນວນບໍ່ໜ້ອຍທີ່ປ່ວຍເປັນໂລກຊຶມເສົ້າ ຈົນເຖິງຂັ້ນຂ້າຕົວຕາຍ ພຽງເພາະຂໍ້ຄວາມໃດໜຶ່ງ ຫຼືຄລິບວິດີໂອໃດໜຶ່ງ ທີ່ມີກຸ່ມຄົນບໍ່ຫວັງດີເຜີຍແຜ່ໃນສັງຄົມອອນລາຍ ພຽງເພາະຄິດວ່າມັນຕະຫຼົກ, ພຽງເພາະຄິດວ່າໂພສແລ້ວສະໃຈ, ພຽງເພາະຄິດວ່າໂພສແລ້ວມີຄົນນິຍົມຊົມເຊີຍ ໂດຍບໍ່ຄຳນຶງເຖິງຜົນກະທົບທີ່ຈະສ້າງບາດແຜອັນໃຫຍ່ຫຼວງໃຫ້ແກ່ຄົນທີ່ຕົກເປັນເຫຍື່ອ.

ຍົກຕົວຢ່າງຈາກເຫດການການແຜ່ລະບາດຂອງພະຍາດໂຄວິດ 19 ມີຫຼາຍຄົນກ່າວປະນາມຜູ້ຕິດເຊື້ອຍິງສາວລາຍໜຶ່ງດ້ວຍທ່າທີຮຸນແຮງເກີນຂອບເຂດ ແລະມີທ່າອ່ຽງໄປໃນທາງລະເມີດສິດທິສ່ວນບຸກຄົນເຊັ່ນ: ສ້າງ Facebook ປອມຂອງຜູ້ຕິດເຊື້ອ, ຫຼາຍຄົນອັບວິດີໂອປ້ອຍດ່າ/ແຕ່ງເພງເຍາະເຍີ້ຍ, ສະແດງຄຳຄິດເຫັນຮ້າຍດ່າ, ສາບແຊ່ງ ແລະບາງຖ້ອຍຄຳກໍຍັງຮຸກຮານໄປຈົນຮອດຄອບຄົວຂອງຜູ້ຕິດເຊື້ອ; ມີການສົ່ງຕໍ່ຄລິບອະນາຈານທີ່ອ້າງວ່າແມ່ນຄລິບຂອງຜູ້ຕິດເຊື້ອ, ໂພສໃນລັກສະນະຄຸກຄາມທາງເພດຈົນເປັນການຄຸກຄາມທາງເພດ (Sexual harassment) ເຊິ່ງພຶດຕິກຳດັ່ງກ່າວຖືເປັນການບໍ່ເໝາະສົມຢ່າງຍິ່ງ ຜົນເສຍຫາຍນັ້ນບໍ່ແມ່ນໄດ້ຮັບສະເພາະເຫຍື່ອ (ຜູ້ຕິດເຊື້ອ). ຫາກຈະພິຈາລະນາພາບລວມແມ່ນເປັນການສ້າງມົນລະພິດທາງສັງຄົມ ແລະສົ່ງຜົນກະທົບແກ່ແນວຄິດຈິດໃຈຂອງຜູ້ຄົນ ແລະມັນໄດ້ເປັນໜຶ່ງໃນສາເຫດໃຫ້ຜູ້ຕິດເຊື້ອອີກຈຳນວນໜຶ່ງມີການຫຼົບໜີເຈົ້າໜ້າທີ່, ບໍ່ຢາກສະແດງຕົວເພາະຢ້ານສັງຄົມລຸມກ່າວປະນາມ.

ປັດຈຸບັນ Cyber bullying ໄດ້ປຽບສະເໝືອນເຊື້ອໄວຣັດຮ້າຍທີ່ແຜ່ລະບາດໃນສັງຄົມຜ່ານສັງຄົມອອນລາຍ ຫຼືໂຊຊຽວມີເດຍ ເຊິ່ງມັນເກີດຂຶ້ນໄດ້ຢ່າງງ່າຍດາຍພຽງແຕ່ໃຊ້ນິ້ວສຳຜັດຈໍສະມາດໂຟນ ທີ່ໜ້າເສົ້າໃຈກໍຄືມີຄົນຈຳນວນຫຼວງຫຼາຍບໍ່ຮູ້ສຶກຕົວວ່າຕົນເອງກຳລັງຕິດເຊື້ອໄວຣັດດັ່ງກ່າວ ໝາຍເຖິງໄດ້ເປັນສ່ວນໜຶ່ງໃນການສ້າງ ຫຼືມີສ່ວນຮ່ວມໃຫ້ເກີດ Cyber bullying ໂດຍເມີນເສີຍຕໍ່ຜົນກະທົບຂອງຜູ້ເປັນເຫຍື່ອ. ນອກຈາກນັ້ນ, ກໍມີຄົນອີກຈໍານວນຫຼວງຫຼາຍເຊັ່ນດຽວກັນບໍ່ຮູ້ມາກ່ອນວ່າ ພຶດຕິກຳ Cyber bullying ແມ່ນຜິດຕໍ່ລະບຽບກົດໝາຍ!

“ໃນກົດໝາຍວ່າດ້ວຍອາຍາ ສະບັບປີ 2017 ໄດ້ກຳນົດໂທດໃສ່ພຶດຕິກຳທີ່ເປັນການສ້າງຄວາມເສື່ອມເສຍໃຫ້ແກ່ບຸກຄົນອື່ນໄວ້ເຖິງ 2 ມາດຕາ ປະກອບດ້ວຍ: ມາດຕາ 205 ການນິນທາ ແລະການໃສ່ຮ້າຍ ບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງດ້ວຍການຂຽນ, ການເວົ້າ ຫຼືດ້ວຍຮູບການອື່ນຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນຫາ 1 ປີ ຫຼືດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະຈະຖືກປັບໃໝແຕ່ 1.000.000 ຫາ 5.000.000 ກີບ. ບຸກຄົນໃດຫາກໄດ້ໃສ່ຮ້າຍປ້າຍສີຜູ້ອື່ນໂດຍບໍ່ມີຄວາມຈິງດ້ວຍການຂຽນ, ການເວົ້າຫຼືດ້ວຍຮູບການອື່ນຊຶ່ງເຮັດໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນຫາ 1 ປີ ຫຼືດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະຈະຖືກປັບໃໝແຕ່ 1.000.000 ຫາ 5.000.000 ກີບ. ມາດຕາ 207 ການປ້ອຍດ່າ ບຸກຄົນໃດຫາໄດ້ໃຊ້ວາຈາ, ຂຽນຫຼືກະທໍາແນວຫຍາບຊ້າໃສ່ຜູ້ອື່ນເພື່ອໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນຫາ 1 ປີ ຫຼືດັດສ້າງໂດຍບໍ່ຕັດອິດສະຫຼະພາບແລະຈະຖືກປັບໃໝແຕ່ 1.000.000 ຫາ 5.000.000 ກີບ.” (ຂໍ້ຄວາມຈາກ ເພຈ: ກົດໝາຍແຫ່ງ ສປປ ລາວ)

ແລ້ວພວກເຮົາຈະຮັບມືກັບ Cyber bullying ແນວໃດ?

ສຳນັກງານຄະນະກຳມະການກິດຈະການກະຈາຍສຽງ, ໂທລະທັດ  ແລະໂທລະຄົມມະນາຄົມແຫ່ງຊາດ ຂອງປະເທດໄທ ເຊິ່ງເປັນປະເທດທີ່ມີການ Cyber bullying ເປັນອັນດັບ 2 ຂອງໂລກຮອງຈາກປະເທດຍີ່ປຸ່ນ (ຂໍ້ມູນປີ 2019) ໄດ້ສະເໜີແນວທາງຮັບມືໄວ້ 5 ຂໍ້ດັ່ງນີ້:

  1. Stop: ຢຸດຄຸກຄາມຕອບໂຕ້ກັບດ້ວຍວິທີດຽວກັນ ເພື່ອບໍ່ໃຫ້ເກີດການກະທຳຊ້ຳເກົ່າ ຫຼືເພີ່ມຄວາມຮຸນແຮງຂອງເຫດການຫຼາຍຍິ່ງຂຶ້ນ. ພ້ອມດຽວກັນ ພວກເຮົາກໍຢຸດ Like, ຢຸດ share, ຢຸດສະແດງຄຳຄິດເຫັນສົ່ງເສີມການໂພສຮູບພາບ ຫຼືຂໍ້ຄວາມບໍ່ດີເຫຼົ່ານັ້ນ.
  2. Block: ປິດກັ້ນຜູ້ທີ່ມີພຶດຕິກຳຄຸກຄາມ ບໍ່ໃຫ້ເຂົາສາມາດຕິດຕໍ່ເຮົາໄດ້ອີກ
  3. Tell: ຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນ
  4. Remove:  ລຶບພາບ ຫຼືຂໍ້ຄວາມທີ່ບໍ່ດີນັ້ນອອກໄປ ຫຼືຫາກພວກເຮົາພົບເຫັນຮູບພາບ ຫຼືຂໍ້ຄວາມທີ່ມີລັກສະນະຄຸກຄາມຜູ້ອື່ນກໍສາມາດກົດ Report
  5. Be strong: ເຂັ້ມແຂງ, ອົດທົນ, ຢ່າໄປໃຫ້ຄ່າກັບຄົນທີ່ຄຸກຄາມທຳຮ້າຍຈິດໃຈເຮົາ.

ຮຽບຮຽງໂດຍ: ມິດປະຊາ ສິດທິຮັກປັນຍາ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/