ອາຊີບສະຫງວນເພື່ອປະຊາຊົນລາວ ທີ່ຄົນລາວທຸກຄົນຄວນຮູ້


ເລີ່ມຕົ້ນເດືອນໃໝ່ດ້ວຍສາລະໜ້າຮູ້ດ້ານແຮງງານ ແລະ ສິດຜົນປະໂຫຍດຂອງປະຊາຊົນລາວ ໂດຍນຳສະເໜີ ອາຊີບສະຫງວນສຳລັບປະຊາຊົນລາວ.

ອີງຕາມແຈ້ງການ ເລກທີ 1328/ອຄ.ທຄວ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ລົງວັນທີ 13 ກໍລະກົດ 2015 ໄດ້ແຈ້ງການບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ ເພື່ອຮັກສາປະເພດທຸລະກິດທີ່ມີຄວາມສຳຄັນ ແລະ ຈຳເປັນ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໃນການປະກອບອາຊີບ ສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ ໃຫ້ມີການເປັນຢູ່ທີ່ດີຂຶ້ນ.

ລາຍລະອຽດແຕ່ລະອາຊີບໂດຍຫຍໍ້ແມ່ນສາມາດແຍກແຕ່ລະປະເພດໄດ້ດັ່ງນີ້:

  1. ກະສິກຳ,ປ່າໄມ້ ແລະ ການປະມົງ
    – ການເກັບເຄື່ອງປ່າຂອງດົງ ຫຼື ພືດຜົນຈາກປ່າໄມ້
  2. ອຸດສາຫະກຳປຸງແຕ່ງ
    – ການຕໍ່າແຜ່ນແພ
    – ການຖັກ ແລະ ແສ່ວຜ້າແພ
    – ການຜະລິດ ຜະລິດຕະພັນຈາກໄມ້, ຫວາຍ, ເຟືອງ ແລະ ວັດຖຸຈັກສານ
    – ການເຄື່ອນໄຫວ ບໍລິການກ່ຽວກັບການພິມ
    – ການຜະລິດເຄື່ອງປັ້ນດິນເຜົາ ແລະ ຖ້ວຍຊາມທີ່ເປັນກະເບື້ອງອື່ນໆ
    – ການຜະລິດເຄື່ອງເອ້ປະດັບ ແລະ ຊິ້ນສ່ວນປະກອບເຄື່ອງເອ້ປະດັບ
    – ການຜະລິດເຄື່ອງເອ້ທຽມ ແລະ ຊິ້ນສ່ວນປະກອບ
  3. ການສະໜອງໄຟຟ້າ, ອາຍແກສ, ອາຍຮ້ອນ ແລະ ອາກາດປັບແຕ່ງ
    – ການຜະລິດ, ຖ່າຍກຳລັງ ແລະ ແຈກຈ່າຍກະແສໄຟຟ້າ
  4. ການກໍ່ສ້າງ
    – ການຕິດຕັ້ງສາຍໄຟຟ້າ
    – ການຕິດຕັ້ງທໍ່ສົ່ງນ້ຳ, ຕິດຕັ້ງເຄື່ອງເຮັດຄວາມຮ້ອນ ແລະ ເຄື່ອງປັບອາກາດ
  5. ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດ ແລະ ລົດຈັກ
    – ການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ
  6. ການຂົນສົ່ງ ແລະ ສາງສິນຄ້າ
    – ຂົນສົ່ງໂດຍສານທາງບົກໃນຕົວເມືອງ ຫຼື ແຖບຊານເມືອງ
    – ຂົນສົ່ງໂດຍສານທາງບົກໃນຕົວເມືອງ ຫຼື ແຖບຊານເມືອງ
  7. ການເຄື່ອນໄຫວ ດ້ານທີ່ພັກເຊົ່າ ແລະ ບໍລິການອາຫານ
    – ການເຄື່ອນໄຫວໃຫ້ທີ່ພັກເຊົ່າໄລຍະສັ້ນ
  8. ດ້ານຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ
    – ການພິມ ຂ່າວສານໜັງສືພິມ, ບົດຄວາມ ແລະ ວາລະສານ
    -​ ການເຄື່ອນໄຫວດ້ານການພິມອື່ນໆ
    – ການເຄື່ອນໄຫວຈັດພິມບົດເພງ ແລະ ບັນທຶກສຽງ
    – ການອອກອາກາດທາງວິທະຍຸ
    – ການອອກອາກາດທາງໂທລະພາບ
  9. ການເຄື່ອນໄຫວດ້ານການເງິນ
    – ຄັງເງິນ, ກອງທຶນ ແລະ ກົງຈັກການເງິນອື່ນໆ
    – ການໃຫ້ສິນເຊື່ອກູ້ຢືມອື່ນໆ
  10. ການເຄື່ອນໄຫວສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ
    – ການເຄື່ອນໄຫວດ້ານສະຖາປັດຕະຍະກຳ ແລະ ວິສະວະກຳ ແລະ ການໃຫ້ຄຳປຶກສາດ້ານເຕັກນິກທີ່ກ່ຽວຂ້ອງ
  11. ການເຄື່ອນໄຫວບໍລິການສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ
    – ການເຄື່ອນໄຫວຂອງອົງການຈັດຫາງານ
    – ການເຄື່ອນໄຫວບໍລິການຕ້ອນຮັບອື່ນໆ
    – ອະນາໄມຮັກສາຄວາມສະອາດຕຶກອາຄານທົ່ວໄປ
  12. ການສຶກສາ
    – ການສຶກສາດ້ານເຕັກນິກ ແລະ ວິຊາຊີບ
  13. ການເຄື່ອນໄຫວທີ່ກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ
    -​ ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດອື່ນໆ
  14. ການເຄື່ອນໄຫວບໍລິການອື່ນໆ
    – ທຸລະກິດສ້ອມແປງເກີບ ແລະ ເຄື່ອງໜັງ
    – ບໍລິການຊັກປຽກ,ຊັກແຫ້ງປະເພດແຜ່ນແພ ແລະ ຂົນສັດ
    – ບໍລິການຕັດຜົມ ແລະ ເສີມສວຍ
    – ບໍລິການຈັດງານປົງສົບ ແລະ ກິດຈະການທີ່ກ່ຽວກັບຝັນ
    – ວຽກງານປະດັບປະດາສະຖານທີ່ຕ່າງໆ

ທີ່ມາ: https://bit.ly/3u9Ph8Z

ພາບ:​ Adobe Stock, Target

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/