ເສິກແດງເດືອດ! ຖ້າຫາກ Liverpool ເອົາຊະນະ Manchester United ຄືນນີ້ໄດ້ Manchester City ຈະໄດ້ຄອງແຊ້ມທັນທີ


ພາດບໍ່ໄດ້ແລ້ວ! ກັບເສິກແດງເດືອດ ຄູ່ທີ່ແຟນໆຕ່າງກໍພາກັນລຸ້ນກັນສະໜັ່ນຫວັ່ນໄຫວ ເຖິງເດິກດື່ນທ່ຽງຄືນປານໃດໃຈກໍສູ້, ເພາະທັງສອງທີມຫຼາຍຄົນກໍຮູ້ດີຢູ່ແລ້ວວ່າຄວາມເປັນມາແຕ່ກ່ອນນັ້ນເປັນແບບໃດ ແລ້ວມາລຸ້ນກັນວ່າທີມໃດຈະຊະນະ ທີມໃດຈະເສຍ.

ຄືນນີ້ເວລາ 22:30 Manchester United ກຽມເປີດບ້ານຕ້ອນຮັບຄູ່ແຂ່ງຢ່າງ Liverpool ບານເຕະ ພີເມຍລີກ ອັງກິດ ລະດູ 2020-2021 ປະຈຳວັນອາທິດ 2 ພຶດສະພາ 2021, ຖືວ່າເປັນອີກຄູ່ທີ່ໜ້າຈັບຕາເບິ່ງເປັນທີ່ສຸດ ບໍ່ວ່າຈະເປັນທີມໃດຕ່າງກໍບໍ່ມີໃຜຍອມໃຜ.

ສະຖິຕິແຂ່ງກັນ 5 ຄັ້ງສຸດທ້າຍ: ແມນຢູ ຊະນະ 1 ຄັ້ງ, ລີເວີພູ ຊະນະ 1 ຄັ້ງ ແລະ ສະເໝີ 3 ຄັ້ງ, ນັດຫຼ້າສຸດ ແມນຢູ ຊະນະ ລີເວີພູ 2-0 ໃນເອບເອຄັບ.

ເຖິງຢ່າງໃດກໍຕາມ ແມນຢູ ຕ້ອງເອົາຊະນະ ເພື່ອບໍ່ໃຫ້ ແມນ ຊິຕີ້ ໄດ້ແຊ້ມໄວຈົນເກີນໄປ ເພາະຖ້າຫາກແມນຢູເສຍໃຫ້ລີເວີພູ ຈະເຮັດໃຫ້ທາງ ແມນ ຊິຕີ້ ໄດ້ແຊ້ມຢ່າງທັນທີ, ສ່ວນລີເວີພູ ກໍຕ້ອງເອົາຊະນະແມນຢູໃຫ້ໄດ້ ເພື່ອຈະໄດ້ມີໂອກາດລຸ້ນຕິດ Top 4 ໄປຫຼິ້ນ ຢູຟ່າ ແຊມປ້ຽນລີກ ໃນລະດູການໜ້າ. ມາລຸ້ນກັນວ່າ Manchester United ຫຼື Liverpool ຈະຊະນະ ແຕ່ທີ່ແນ່ໆ Manchester City ຖ້າຄອງແຊ້ມຢູ່.

ທີ່ມາ: https://bit.ly/3xJwvYy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/