ນັກກິລາລອຍນ້ຳມຽນມາ ຍອມຖິ້ມຄວາມຝັນ 20 ປີ ຖອນຕົວຈາກໂອແລມປິກ ເພື່ອໄປຕ້ານລັດຖະປະຫານ


ຈາກເຫດການລັດຖະປະຫານໃນມຽນມາ ປະຊາຊົນຊາວມຽນມາກໍຍັງຕໍ່ສູ້ ແລະ ຕໍ່ຕ້ານກັບລັດຖະບານທະຫານມາໂດຍຕະຫຼອດ ເຮົາຈະເຫັນວ່າທີ່ຜ່ານມານັ້ນບໍ່ວ່າຈະເປັນດາຣານັກສະແດງ ຕ່າງກໍອອກມາຕໍ່ຕ້ານ ແລະ ອີກໜຶ່ງຄົນທີ່ເປັນນັກກິລາລອຍນ້ຳຂອງທີມຊາດມຽນມາກໍໄດ້ອອກມາເຊັ່ນດຽວກັນ.

ວິນ ເທດ ອູ (Win Htet Oo) ນັກກິລາລອຍນ້ຳ ອາຍຸ 26 ປີ ທີ່ສາມາດເຮັດເວລາຜ່ານເກນການຄັດເລືອກ ມີລຸ້ນການແຂ່ງຂັນໃນໂອແລມປິກປີ 2020 ທີ່ໂຕກຽວ ປະເທດຢີ່ປຸ່ນ ເຊິ່ງເປັນຄວາມຫວັງດຽວຂອງປະເທດມຽນມາ.

ແຕ່ໃນຂະນະທີ່ກຳລັງເຮັດຕາມຄວາມຝັນຂອງຕົນ ປະເທດໄດ້ມີການລັດຖະປະຫານ ເຊິ່ງນຳມາສູ່ການຕໍ່ສູ້ສະກັດກັ້ນກັນຢ່າງຮຸນແຮງ ແລະ ມີຜູ້ເສຍຊີວິດຕໍ່ກັບເຫດການດັ່ງກ່າວຫຼາຍຮ້ອຍຄົນ ເຮັດໃຫ້ປະເທດຊາດບ້ານເມືອງບໍ່ສະຫງົບສຸກ.

ເຫດການດັ່ງກ່າວ ເຮັດໃຫ້ນັກກິລາລອຍນ້ຳຄົນນີ້ທີ່ຮັກ ແລະ ມີຄວາມຝັນມາໂດຍຕະຫຼອດວ່າຢາກຈະເປັນນັກກິລາທີມຊາດມາໄດ້ 20 ປີ, ແຕ່ເມື່ອເຫດການບ້ານເມືອງບໍ່ປົກກະຕິຄືດັ່ງແຕ່ກ່ອນ Win Htet Oo ຈຶ່ງຕັດສິນໃຈບໍ່ໄປແຂ່ງຂັນກິລາໂອແລມປິກ ແລະ ຈະລຸກຂຶ້ນມາຕໍ່ສູ້ກັບພໍ່ແມ່ປະຊາຊົນ ເປັນອີກກະບອກສຽງ ທີ່ຈະຕໍ່ຕ້ານກັບລັດຖະປະຫານ.

ສິ່ງສຳຄັນສຳລັບນັກກິລາລອຍນ້ຳຄົນນີ້ໄດ້ກ່າວວ່າ: ຈະບໍ່ເດີນຂະບວນແຫ່ພາຍໃຕ້ປະເທດຊາດທີ່ກຳລັງເປື້ອນເລືອດ ບໍ່ສະຫງົບສຸກ ແລະ ຈະລາຄວາມຝັນທີ່ມີມາແຕ່ນ້ອຍ ຫວັງວ່າທາງຄະນະກຳມະການໂອແລມປິກ IOC ຈະຊ່ວຍສະໜັບສະໜູນມຽນມາ ເພາະພວກເຮົາບໍ່ຄວນທີ່ຈະຢູ່ພາຍໃຕ້ການປົກຄອງແບບນີ້ ເຮົາຄວນເປັນປະຊາທິປະໄຕ, ມີອິດສະຫຼະພາບ ແລະ ມີເສລີພາບ.

ຂອບໃຈຂໍ້ມູນຈາກ:
https://bit.ly/3nGd0eB
https://bit.ly/3eONJea
https://bit.ly/3tcFY6U

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/