ເຮືອນຂອງຜູ້ກໍ່ຕັ້ງເວັບໄຊສຳລັບຜູ້ໃຫຍ່ຊື່ດັງ Porn hub ຖືກໄຟໄໝ້!!!


ເຫດການດັ່ງກ່າວ ເກີດຂຶ້ນຢູ່ເມືອງມອນທຣີອໍ ປະເທດແຄນາດາ ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດໃນເວລາປະມານ 11 ໂມງກາງຄືນ ຂອງວັນທີ 25 ເມສາ 2021 ທີ່ຜ່ານມາ ວ່າເກີດເຫດການໄຟໄໝ້ໃກ້ໆກັບສວນສາທາລະນະ Bois-de-Saraguay, ເມື່ອໄປເຖິງສະຖານທີ່ເກີດເຫດ ກໍພົບວ່າໄຟໄດ້ໄໝ້ລຸກລາມໄປທົ່ວເຮືອນຫຼັງໃຫຍ່ທີ່ກຳລັງຢູ່ລະຫວ່າງການກໍ່ສ້າງ, ຄວາມຮຸນແຮງຂອງໄຟ ເຮັດໃຫ້ນັກດັບເພີງ 80 ຄົນຕ້ອງໃຊ້ເວລາເຖິງ 3 ຊົ່ວໂມງໃນການດັບໄຟ.

ຈາກລາຍງານລະບຸວ່າ ເຮືອນດັ່ງກ່າວກຳລັງຢູ່ລະຫວ່າງການກໍ່ສ້າງ ແລະ ມີມູນຄ່າຈົດທະບຽນສູງເຖິງ 19.8 ລ້ານໂດລາ ແຄນາດາ!!! ສ່ວນເຈົ້າຂອງເຮືອນຫຼັງນີ້ ອາຍຸ 45 ປີ ມີນາມວ່າ Feras Antoon ເປັນປະທານບໍລິສັດ ໜຶ່ງໃນຜູ້ກໍ່ຕັ້ງ MindGeek ເຊິ່ງເປັນຜູ້ສ້າງເວັບໄຊສຳລັບຜູ້ໃຫຍ່ຊື່ດັງ “Porn Hub” ນັ້ນເອງ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ສືບຄົ້ນ ແລະ ໄດ້ສັນນິຖານວ່າເປັນການວາງເພີງ ຫຼັງຈາກທີ່ພົບຫຼັກຖານບົ່ງຊີ້ຫຼາຍຢ່າງ ແຕ່ກໍຍັງບໍ່ສາມາດລະບຸຜູ້ກໍ່ເຫດໄດ້, ຕອນນີ້ກຳລັງຢູ່ລະຫວ່າງການສືບຄົ້ນ. ແຕ່ຈາກການລາຍງານ ຄາດການວ່າອາດຈະເປັນມາເຟຍເຈົ້າຖິ່ນ ເພາະໃນບໍລິເວນນັ້ນຖືກເອີ້ນວ່າ ເປັນເຂດມາເຟຍຂອງແຄນາດາ.

ແບບເຮືອນທີ່ກຳລັງສ້າງ

ຂອບໃຈຂໍ້ມູນຈາກ:
https://bit.ly/3vDFBUM
https://bit.ly/2PHEST1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/