ແຂ້ລົງສະໜາມຊ້ອມບານ ເຮັດໃຫ້ນັກກິລາບານເຕະ ແລ່ນໜີໃຜໜີມັນ!


ເຫດການສັດຕ່າງໆ ທີ່ໄດ້ບຸກກາງສະໜາມກິລາຄືພາບທີ່ໜ້າຮັກ ທີ່ດົນໆເຫັນເທື່ອ ສ່ວນໃຫຍ່ຈະເຫັນເປັນນ້ອງໝາ ແລະ ນ້ອງແມວ ທີ່ມັກແລ່ນເຂົ້າມາໃນສະໜາມຊ້ອມບານ ເຊິ່ງໄດ້ສ້າງຮອຍຍິ້ມ ແລະ ສຽງຫົວໃຫ້ແກ່ນັກເຕະທັງຫຼາຍ, ບາງຄັ້ງກໍກາຍເປັນສິ່ງນຳໂຊກ ນຳໄຊຊະນະມາສູ່ທີມກໍມີ ແລ້ວແຕ່ຄວາມເຊື່ອ.

ແຕ່ຄັ້ງນີ້ຈະແຕກຕ່າງໃນແຕ່ລະຄັ້ງ ເພາະນັກເຕະສະໂມສອນ ໂຕຣອນໂຕ ເອບຊີ ທີມໃນເມເຈີລີກ ຊອກເກີ ລີກດັງຂອງປະເທດສະຫະລັດ ອາເມຣິກາ ເຖິງກັບວົງແຕກ ເພາະພົບແຂ້ໂຕໃຫຍ່ລົງມາໃນສະໜາມຊ້ອມບານ ເຮັດໃຫ້ນັກເຕະແລ່ນໜີເອົາຕົວລອດໃຜມັນ.

ດ້ວຍສະຖານນະການ ການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ ສະໂມສອນ ໂຕຣອນໂຕ ເອບຊີ ທີມໃນເມເຈີລີກ ຊອກເກີ ອົບພະຍົບຈາກເມືອງໂຕຣອນໂຕ ປະເທດແຄນນາດາ ຍ້າຍມາແຂ່ງຂັນທີ່ເມືອງແທມປາ ລັດຟໍຣິດາ ເປັນການຊົ່ວຄາວ.

ເຖິງຢ່າງໃດກໍຕາມ ສະໂມສອນໂຕຣອນໂຕ ໄດ້ນຳເອົາເລື່ອງນີ້ມາສ້າງສຽງມ່ວນຊື່ນເຮຮາ ດ້ວຍການປະກາດລົງໂຊຊຽວສ່ວນໂຕ ວ່າທາງສະໂມສອນໄດ້ຢືມໂຕເອົາໂຕແຂ້ໂຕນີ້ ມາເປັນສະມາຊິກຊົ່ວຄາວຂອງທີມ ແລະ ໄດ້ເດີນທາງມາເປີດຕົວທີ່ສະໜາມໃນມື້ວັນທີ 27 ເມສາ ທີ່ຜ່ານມາ.

ເລື່ອງນີ້ກາຍເປັນເລື່ອງທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍພໍສົມຄວນຂອງຊາວເນັດ ແລະ ເຜີຍແຜ່ຢ່າງໄວວາ ເຖິງຂະໜາດ ຟາບຣິຊິໂອ ໂຣມາໂນ ນັກຂ່າວກິລາຊື່ດັງຍັງຕ້ອງມາໂພສດ້ວຍວະລີເດັດຂອງລາວວ່າ: Here We Go ເພື່ອຕ້ອນຮັບແຂ້ໂຕນີ້.

ຂອບໃຈຂໍ້ມູນຈາກ:
https://bit.ly/3eVFhtV
https://www.thairath.co.th/sport/eurofootball/otherleague/2079363

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/