ຈອນ ໂດໂນຮິວ ຊາຍຜູ້ເດີນທາງ 12,874 ກິໂລແມັດ ເພື່ອເອົາເບຍມາສົ່ງໃຫ້ໝູ່ຢູ່ບັ້ນຮົບສົງຄາມຫວຽດນາມ!!!


ເຄີຍບໍ່ເວລາທີ່ເຮົາຢາກສັງສັນກັບໝູ່ ບໍ່ວ່າຈະໃກ້ ຫຼື ໄກ ກໍຈະໄປຫາ ອາດຈະຂັບລົດ ຫຼື ຂຶ້ນລົດໂດຍສານ ສາລະພັດວິທີຂໍພຽງພົບກັບໝູ່ຮັກທີ່ຮູ້ໃຈເຮົາ, ແຕ່ເມື່ອປີ 1968 ຊາຍຄົນນີ້ “ຈອນ ໂດໂນຮິວ” ໄດ້ເດີນທາງ 12,874 ກິໂລແມັດ ຫຼື ເກືອບເທົ່າກັບການເດີນທາງອ້ອມຂອບຊາຍແດນປະເທດລາວ 3 ຮອບ!!! ເພື່ອເອົາເບຍໄປສົ່ງໃຫ້ໝູ່ທີ່ຢູ່ທ່າມກາງສົງຄາມຫວຽດນາມ!!!

ໃນສະໄໝສົງຄາມຫວຽດນາມ ໃນປິ 1968 ທີ່ແຂວງກວາງຈິ ຫວຽດນາມເໜືອອັນເປັນສະໜາມຮົບໃນສົງຄາມຫວຽດນາມ “ຣິກ ດັກແກນ” ທະຫານໜ່ວຍກອງທັບເຮືອຝ່າຍບົກ ຫຼື Marine Corps ຂອງກອງທັບອາເມຣິກາ ທີ່ກຳລັງປະຕິບັດໜ້າທີ່ສູ້ຮົບໃນດິນແດນໄກບ້ານ ບໍ່ຄິດບໍ່ຝັນວ່າສູ້ຮົບຢູ່ຈະໄດ້ພົບກັບໝູ່ຮັກຕັ້ງແຕ່ຍັງນ້ອຍ ຈອນ ໂດໂນຮິວ ອາຍຸ 26 ປີໃນຂະນະນັ້ນ ຍ່າງເຂົ້າມາຫາລາວ ແລະ ໄດ້ນຳເອົາເບຍມາແຈກບັນດາໝູ່ທະຫານທີ່ກຳລັງສູ້ຮົບຢ່າງດຸເດືອດ!!!

ເມື່ອຣິກຖາມກັບຈອນ ວ່າເປັນຫຍັງຈຶ່ງມາຮອດທີ່ນີ້ໄດ້ ຈອນໄດ້ເລົ່າໃຫ້ຟັງວ່າ ມັນເລີ່ມຈາກທີ່ຈອນ ເຊິ່ງເປັນອະດີດທະຫານເຮືອຝ່າຍບົກທີ່ຮັບໃຊ້ຊາດມາແລ້ວ 4 ປີ ນັ່ງຢູ່ໃນຮ້ານ Doc Fiddler’s ເຊິ່ງເປັນຮ້ານບາໃນ ແມນຮັດຕັນ ມະຫານະຄອນນິວຢອກ, ຂະນະນັ້ນເອງ ໄດ້ມີຂ່າວກ່ຽວກັບຜູ້ອອກມາເດີນຂະບວນປະທ້ວງຕໍ່ຕ້ານສົງຄາມຢ່າງຫຼວງຫຼາຍ ແລະ ຢູ່ບໍ່ໄກຈາກຮ້ານບາດັ່ງກ່າວ.

ຕອນນັ້ນເອງ ບາເທນເດີ້ຂອງຮ້ານບາກໍໄດ້ເວົ້າຂຶ້ນວ່າ ລາວບໍ່ພໍໃຈທີ່ຄົນອອກມາປະທ້ວງເພາະມັນເບິ່ງຄືກຳລັງເວົ້າໃຫ້ທະຫານທີ່ໄປປະຕິບັດໜ້າທີ່ຢູ່ແດນໄກ ເຊິ່ງສ່ວນຫຼາຍກໍເປັນຄົນໃນລະແວກບ້ານແຖວນີ້ ແລະ ຫຼາຍຄົນກໍເປັນຄົນຮູ້ຈັກ ເພາະມາກິນເບຍທີ່ຮ້ານບານີ້ຕະຫຼອດ ແລະ ບາເທນເດີ້ກໍຮ້ອງຂຶ້ນແຮງໆວ່າ “ໃຜທີ່ເອົາເບຍໄປໃຫ້ທະຫານຂອງເຮົາດື່ມໄດ້ ຈະເປັນຮີໂຣ້ຂອງພວກເຮົາ!!!” ສິ້ນສຽງດັ່ງກ່າວ ກໍມີສຽງເຮຈາກຄົນໃນຮ້ານຂຶ້ນທັງຮ້ານ.

ເມື່ອຈອນໄດ້ຍິນ ໃນໃຈລາວຢາກໃຫ້ມັນເປັນຄວາມຈິງທັນທີ ລາວບໍ່ຮູ້ວ່າລາວຄິດຫຍັງຢູ່ ແລະ ເລີ່ມຢາກເຮັດຫຍັງຈັກຢ່າງ ເພາະວ່າໝູ່ຂອງລາວ 28 ຄົນທີ່ອາໃສຢູ່ໃນລະແວກດຽວກັນໄດ້ເສຍຊີວິດລົງຈາກສົງຄາມໄປແລ້ວ ບວກກັບໃນອະດີດ ຈອນເຄີຍເດີນທາງໄປຫວຽດນາມມາແລ້ວຕອນຍັງເປັນທະຫານເຮືອ ໃນຫົວລາວຄິດວ່າ ມັນຈະຍາກຫຍັງຖ້າຈະໄປອີກຮອບ!!!

ໃນທີ່ສຸດ ຈອນກໍພົບກັບເຮືອທີ່ຈະເດີນທາງໄປຫວຽດນາມ ແລ້ວກໍໄປຂໍສະໝັກເປັນລູກເຮືອ Drake Victory ເປັນເຮືອບັນທຸກກະສຸນປືນຈາກນິວຢອກໄປຫວຽດນາມ. ໃນລະຫວ່າງເດີນທາງໄປຫວຽດນາມທີ່ໃຊ້ໄລຍະເວລາ 2 ເດືອນນັ້ນ ເຮັດໃຫ້ຈອນອົດໃຈບໍ່ໄຫວ ເປີດເບຍກິນເທື່ອລະໜ້ອຍ ເມື່ອໄປຮອດທ່າເຮືອຂອງຫວຽດນາມ ເບຍກໍບໍ່ເຫຼືອແລ້ວ!! ແຕ່ສິ່ງທີ່ຈອນເຮັດ ແມ່ນການໄປຫາເບຍມາຕື່ມໃຫ້ເຕັມແກ້ວ.

ຫຼັງຈາກນັ້ນ ຈອນກໍເລາະຫາຂໍ້ມູນທີ່ຢູ່ຫຼ້າສຸດຂອງພວກເຂົາ ແລະ ເດີນທາງໄປເມືອງ Qui Nhơn ທີ່ຢູ່ທີ່ໄດ້ມາ ແລະ ແຝງຕົວເຂົ້າໄປຖານທັບອາເມຣິກາ ເນື່ອງຈາກຈອນເຄີຍເປັນຄົນຂອງກອງທັບ ຈຶ່ງຮູ້ວ່າຈະໃຊ້ຄຳເວົ້າແບບໃດກັບຄົນຂັບເຮລິຄັອບເຕີ ແລະ ສາມາດເດີນທາງໄປນຳເຂົາເຈົ້າໄດ້.

ເມື່ອໄດ້ພົບໝູ່ ຈອນກໍໄດ້ເອົາເບຍແຈກໃຫ້ກັບໝູ່ທະຫານຂອງລາວແຕ່ລະຄົນ ບໍ່ໝົດເທົ່ານັ້ນ ສິ່ງທີ່ລາວເອົາໄປນຳອີກຍັງມີວາລະສານເພງ, ຂ່າວກິລາ,​ ຂ່າວຊຸບຊິບດາຣາ ລວມໄປເຖິງເພງໃໝ່ຂອງວົງ Jefferson Airplane,​ ນອກຈາກນັ້ນ ກ່ອນໜ້າທີ່ຈອນຈະເດີນທາງມາຫວຽດນາມ ລາວຍັງເດີນທາງໄປບ້ານຂອງທະຫານແຕ່ລະຄົນ ແລະ ໄດ້ເລົ່າທີ່ຕົນຈະເດີນທາງໃຫ້ຟັງ ເພື່ອໃຫ້ຄອບຄົວຂອງແຕ່ລະຄົນຂຽນຈົດໝາຍຝາກຈອນມາ ແລະ ຈອນຈະເປັນຄົນນຳສົ່ງຈົດໝາຍໃຫ້ເຖິງມືຜູ້ຮັບດ້ວຍຕົນເອງ.

ປັດຈຸບັນມີສາລະຄະດີທີ່ຊື່ “The Greatest Beer Run Ever” ທີ່ເວົ້າເຖິງເຫດການທີ່ເກີດຂຶ້ນ, ໝູ່ທີ່ຈອນໄປພົບຄົນໜຶ່ງຊື່ “ທອມ” ໄດ້ເລົ່າໃຫ້ຟັງວ່າ ຕອນທີ່ລາວພົບຈອນທີ່ປາກົດຕົວຢູ່ກາງສະໜາມຮົບ ລາວກໍອຸທານອອກມາເລີຍວ່າ “ໂຕມາເຮັດບ້າຫຍັງຢູ່ນີ້!!!” ແລະ “ໃນຂະນະທີ່ຈອນກຳລັງຢູ່ໃນເຂດຕໍ່ສູ້ ຈອນກໍຍ່າງໄປຫັ້ນໄປນີ້ ລາວເຮັດຄືລາວກຳລັງຕີກັອບຢູ່ ຫຼື ໄປໃສກໍໄດ້ທີ່ລາວຢາກໄປ”

ເລື່ອງລາວຂອງຈອນໄດ້ສ້າງຂວັນກຳລັງໃຈໃຫ້ທະຫານຫຼາຍຄົນທີ່ໄດ້ຮູ້ເລື່ອງ ໄດ້ແບ່ງປັນສິ່ງຂອງທີ່ລາວນຳມາແກ່ເຫຼົ່າທະຫານ ແລະ ເລົ່າເລື່ອງທາງບ້ານໃຫ້ຟັງ ຫຼັ້ງຈາກທີ່ພວກເຂົາບໍ່ໄດ້ກັບບ້ານເປັນເວລາດົນ. ສຸດທ້າຍແລ້ວ ຈອນ ໂດໂນຮິວ ກໍເດີນທາງໄປໄຊງ່ອນ ແລ້ວຂຶ້ນເຮືອກັບອາເມຣິກາຢ່າງປອດໄພ.

ເລື່ອງດັ່ງກ່າວ ຖືກບັນທຶກໄວ້ໃນໜັງສື “The Greatest Beer Run Ever” ທີ່ຂຽນໂດຍ ຈອນ ໂດໂນຮິວເອງ ແລະ ຍັງມີສາລະຄະດີໃນ YouTube ຊື່ວ່າ “Pabst Blue Ribbon Presents: The Greatest Beer Run Ever” ຫຼ້າສຸດເລື່ອງນີ້ ກຳລັງຈະຖືກນຳເອົາໄປສ້າງເປັນຮູບເງົາທີ່ສາຍໃນ Apple TV+ ອີກດ້ວຍ.

ເບິ່ງສາລະຄະດີໄດ້ທີ່:

ແລະນີ້ແມ່ນ ຈອນ ໂດໂນຮິວ ປັດຈຸບັນອາຍຸ 80 ປີ

ຂອບໃຈຂໍ້ມູນຈາກ:
https://www.facebook.com/imfromandromed/posts/316394383178282
https://www.youtube.com/watch?v=D4WAUmyKDq0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/