ລັດຖະບານຈີນເລັ່ງພິຈາລະນາອຳນວຍຄວາມສະດວກໃຫ້ຊາວຕ່າງຊາດທີ່ຈະເດີນທາງມາປະເທດ ຫຼັງຈາກສັກວັກຊີນ Sinovac-Sinopharm


ຫຼັງຈາກທີ່ຈີນຜະລິດວັກຊີນໂຄວິດ-19 ສຳເລັດ ແລະ ເລີ່ມແຈກຢາຍໃຫ້ນານາຊາດໄປປະມານ 70 ປະເທດ ເຊິ່ງໃນນັ້ນກໍມີປະເທດລາວທີ່ໄດ້ຮັບການຊ່ວຍເຫຼືອວັກຊີນ Sinopharm ຈາກຈີນ 1.400.000 ໂດສ, ປັດຈຸບັນ ລັດຖະບານຈີນກຳລັງເລັ່ງພິຈາລະນາແນວທາງການອຳນວຍຄວາມສະດວກເລື່ອງວີຊ້າແກ່ຊາວຕ່າງຊາດທີ່ໄດ້ສັກວັກຊີນເຫຼົ່ານັ້ນ ພາຍໃຕ້ໂຄງການ “ວັກຊີນພາສປອດ”

ເມື່ອກາງເດືອນທີ່ຜ່ານມາ ລັດຖະບານຈີນໄດ້ປະກາດວ່າ ຈີນມີການອຳນວຍຄວາມສະດວກເລື່ອງວີຊ້າໃຫ້ຊາວຕ່າງຊາດທີ່ໄດ້ສັກວັກຊີນທີ່ຜະລິດຈາກຈີນ.

ຈີນຫວັງວ່າໂຄງການດັ່ງກ່າວ ຈະຊ່ວຍສະໜັບສະໜູນການເດີນທາງຂອງຄົນທີ່ເຮັດທຸລະກິດມາປະເທດຈີນ ແລະ ອຳນວຍຄວາມສະດວກຕໍ່ຊາວໄຕ້ຫວັນທີ່ມັກເດີນທາງໄປ-ກັບຈີນແຜ່ນດິນໃຫຍ່ເປັນປະຈຳ. ວັກຊີນຈາກປະເທດຈີນ ກໍມີວັກຊີນ Sinovac ແລະ Sinopharm ທີ່ລາວເຮົາກຳລັງໃຊ້ຢູ່.

ເມື່ອທ້າຍເດືອນມີນາ ຈີນເລີມການລົງທະບຽນຢ່າງເຕັມຮູບແບບ ສຳລັບຊາວຕ່າງຊາດຢູ່ 2 ເມືອງໃຫຍ່ຄື: ປັກກິ່ງ ແລະ ຊຽງໄຮ ສ່ວນເມືອງອື່ນໆເອງກໍກຳລັງເລີ່ມໂຄງການລັກສະນະດຽວກັນແລ້ວ.

ຢ່າງໃດກໍຕາມຄົນຕ່າງຊາດທີ່ຈະເຂົ້າມາກໍຕ້ອງໄດ້ຮັບການກວດຫາເຊື້ອໂຄວິດກ່ອນເດີນທາງເຂົ້າມາຈີນ, ຈາກນັ້ນຕ້ອງໄດ້ຖືກກັກຕົວ 1 ອາທິດຢູ່ທີ່ໂຮງແຮມທີ່ທາງການໄດ້ຈັດໄວ້ ແລະ ຄ່າໃຊ້ຈ່າຍທັງໝົດຕ້ອງໄດ້ອອກເອງ.

ແຕ່ຈີນຍັງບໍ່ທັນພິຈາລະນາຍອມຮັບ ແລະ ອຳນວຍຄວາມສະດວກທາງດ້ານວີຊ້າໃຫ້ແກ່ຊາວຕ່າງຊາດທີ່ສັກວັກຊີນຂອງ Pfizer, Biontech, Aztrazeneca ຫຼື Johnson & Johnson ເທື່ອ.

ຂອບໃຈຂໍ້ມູນຈາກ: https://bit.ly/3h0RvnJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/