ຫຼາຍບໍລິສັດໃນລາວ ບໍລິຈາກຊ່ວຍເຫຼືອລັດຖະບານລາວ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ເປັນຈຳນວນຫຼາຍລ້ານໂດລາສະຫະລັດ


ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ພາກສ່ວນຕ່າງໆ ບໍ່ວ່າຈະເປັນທາງພາກສ່ວນລັດ ແລະ ພາກສ່ວນເອກະຊົນ ກໍໄດ້ຊ່ວຍເຫຼືອມອບເງິນ ແລະ ສິ່ງຂອງອື່ນໆ ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

  • ບໍລິສັດ ເບຍລາວ ຈຳກັດ: ບໍ່ວ່າຈະມີຜົນກະທົບ ຫຼື ກິດຈະກຳຕ່າງໆ ທາງບໍລິສັດ ເບຍລາວ ສືບຕໍ່ມອບເງິນຊ່ວຍເຫຼືອສະເໝີມາ ໂດຍສະເພາະໃນຄັ້ງນີ້ທາງບໍລິສັດ ໄດ້ມອບເງິນຊ່ວຍຕ້ານພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ແລະ ແຕ່ລະແຂວງທົ່ວປະເທດລວມມູນຄ່າ 2,5 ຕື້ກີບ ມອບໂດຍທ່ານ ເຮັນຣິກ ແອນເດີເຊັນ ຜູ້ອຳນວຍການບໍລິສັດ ເບຍລາວ ແລະ ຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.
  • ບໍລິສັດ ລັດວິສາຫະກິດ ໄຟຟ້າລາວ: ມອບຜ້າປິດປາກ-ດັງ ຈຳນວນ 50.000 ກ່ອງ ມູນຄ່າ 1.300.000.000 ກີບ.
  • ສະມາຄົມນັກທຸລະກິດຍິງ: ມອບເງິນສົດ ແລະ ອຸປະກອນຮັບໃຊ້ທາງການແພດ ມູນຄ່າ 191.314.000 ກີບ.
  • ກຸ່ມບໍລິສັດ ໂຄລາວ: ປະກອບສ່ວນ ມອບລົດຕູ້ຮັບໃຊ້ຊົ່ວຄາວ 10 ຄັນ ພ້ອມເງິນ 100.000.000 ກີບ ໃຫ້ ນວ ຮັບໃຊ້ເຂົ້າວຽກງານຕ້ານໂຄວິດ ມອບໂດຍທ່ານນາງ ຖາວອນ ວົງສົມບັດ ປະທານຜູ້ບລິຫານກຸ່ມບໍລິສັດ ໂຄລາວ, ທ່ານ ປອ.ຄຳຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ, ທ່ານ ໜູໄຊ ແຫວນສະຫວັນ ປະທານ ບໍລິສັດ Auto World (Kolao Developing) ຈຳກັດຜູ້ດຽວ.
  • ບໍລິສັດ ພົງຊັບທະວີກໍ່ສ້າງຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ: ເຊິ່ງບໍລິສັດນີ້ ກໍຊ່ວຍເຫຼືອຕະຫຼອດມາ ແລະ ໃນຄັ້ງນີ້ກໍໄດ້ປະກອບສ່ວນ ຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 80.000 ໂດສ, ມູນຄ່າ 2.000.000 ໂດລາສະຫະລັດ.
  • ບໍລິສັດຈະເລີນເຊກອງ ພະລັງງານຈຳກັດ: ປະກອບສ່ວນຊື້ວັກຊີນປ້ອງກັນພະຍາດໂຄວິດ-19 ເພື່ອໃຫ້ບັນດາຄູອາຈານ ກະຊວງສຶກສາທິການ ແລະ ກິລາ, ຈຳນວນ 80,000 ໂດສ ມູນຄ່າ 2.000.000 ໂດລາສະຫະລັດ.
  • ບໍລິສັດ ພອນສັກກຣຸບ ຈຳກັດ: ປະກອບສ່ວນຊື້ວັກຊີນປ້ອງກັນພະຍາດໂຄວິດ-19 ເພື່ອໃຫ້ບັນດາຄູອາຈານ ກະຊວງສຶກສາທິການ ແລະ ກິລາ, ຈຳນວນ 20.000 ໂດສ ມູນຄ່າ 500.000 ໂດລາສະຫະລັດ.
  • ບໍລິສັດ ທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ: ປະກອບສ່ວນໃນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈຳນວນ 80,000 ໂດສ ມູນຄ່າ 2.000.000 ໂດລາສະຫະລັດ.
  • ບໍລິສັດ ເອໄອເອັຟ (AIF): ມອບວັກຊີນຈຳນວນ 60.000 ໂດສ ມູນຄ່າ 1.500.000 ໂດລາສະຫະລັດ.
  • ບໍລິສັດ PT Sole LTD: ມອບເງິນຊ່ວຍເຫຼືອມູນຄ່າ 1.500.000 ໂດລາສະຫະລັດ.
  • ບໍລິສັດ ລ້ານຊ້າງ ມິເນໂຣນ ລິມິເຕັດ ບໍ່ຄຳເຊໂປນ: ມອບເງິນມູນຄ່າ 100.000 ໂດລາສະຫະລັດ.
  • ບໍລິສັດ ລາວໄອພີ ພັດທະນາການລົງທຶນ ຈຳກັດຜູ້ດຽວ: ມອບເງິນຊ່ວຍເຫຼືອ ມູນຄ່າ 100.000.000 ກີບ.
  • ບໍລິສັດ ຈະເລີນຊັບຍິ່ງຈະເລີນ: ມອບເງິນຊ່ວຍເຫຼືອຈຳນວນ 100.000.000 ກີບ.
  • ສະມາຄົມມິດຕະພາບລາວ-ຈີນ: ມອບຕຽງ ພ້ອມໝອນ ມູນຄ່າ 66.000.000 ກີບ.

ຂອບໃຈຂໍ້ມູນຈາກ:
https://bit.ly/3vrnTna
https://bit.ly/3vigBCi
https://bit.ly/3vp5dob

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/