ສະຫລຸບຫຍໍ້ ສະຖານະການໂຄວິດ-19 ຢູ່ອິນເດຍ ທີ່ກຳລັງຢູ່ໃນຂັ້ນຮຸນແຮງ


ດ້ວຍສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຮອບທີ 2 ຢູ່ອິນເດຍ ເຮັດໃຫ້ໂຮງໝໍ ແລະ ສະຖານທີ່ເຜົາສົບ ບໍ່ສາມາດຕອບສະໜອງຢ່າງພຽງພໍຕໍ່ຄວາມຕ້ອງການໄດ້ ແລ້ວອິນເດຍກໍຍັງຂາດແຄນອັອກຊີເຈນ ແລະ ຢາປົວພະຍາດ ນຳອີກ.

ຕົວເລກການຕິດເຊື້ອໃນອິນເດຍ

ຈຳນວນການຕິດເຊື້ອໃນອິນເດຍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເພີ່ມຂຶ້ນຢ່າງຫຼວງຫຼາຍ ເຊິ່ງເປັນຜົນເນື່ອງມາຈາກການເກີດມີໄວຣັດກາຍພັນ ໂຄວິດ-19 ສາຍພັນອິນເດຍ B.1.617 ທີ່ຍັງບໍ່ທັນເປັນທີ່ຮັບຮູ້ໄດ້ຊັດເຈນເທື່ອວ່າ ສາຍພັນນີ້ອັນຕະລາຍເທົ່າໃດ ແລະ ອົງການອະນາໄມໂລກກໍຍັງຈັດສາຍພັນນີ້ເປັນສາຍພັນທີ່ຕ້ອງໄດ້ຮັບການຕິດຕາມ ຍັງບໍ່ທັນແມ່ນສາຍພັນທີ່ໜ້າເປັນຫ່ວງເທື່ອ.

ອີງຕາມສຳນັກຂ່າວ ບີບີຊີ, ຕົວເລກຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດນີ້ ອາດຈະບິດເບືອນຄວາມຈິງ, ໃນຄວາມເປັນຈິງແລ້ວ ຕົວເລກອາດສູງກວ່າທີ່ເຈົ້າໜ້າທີ່ລາຍງານ ເພາະມີຫຼາຍຄົນທີ່ຫຼີກເວັ້ນການກວດຫາເຊື້ອພະຍາດ ແລະ ບາງຄົນ ກໍອາດເຂົ້າບໍ່ເຖິງການກວດຫາເຊື້ອ ບວກກັບ ບໍ່ມີການຂຶ້ນທະບຽນກໍລະນີເສຍຊີວິດທີ່ຢູ່ໃນເຂດຊົນນະບົດ.

ໂດຍລວມແລ້ວ ປັດຈຸບັນ ອິນເດຍມີຜູ້ຕິດເຊື້ອຫຼາຍ 17.988.637 ລ້ານ ກໍລະນີ, ເສຍຊີວິດ 201.165 ກໍລະນີ, ປິ່ນປົວຫາຍດີແລ້ວ 14.807.704 ກໍລະນີ (www.worldometers.info/coronavirus/country/india/). ນັກໄວຣັດວິທະຍາຄາດການວ່າຈຳນວນຜູ້ຕິດເຊື້ອຍັງຈະເພີ່ມຂຶ້ນອີກ 2 ຫາ 3 ອາທິດ.

ການຈັດການຕໍ່ກັບການລະບາດຂອງພະຍາດໂຄວິດ-19

ອິນເດຍຂາດແຄນສະຖານທີ່ສຳລັບປິ່ນປົວ

ໃນເມືອງຫຼວງ ແດນລີ ທີ່ມີປະຊາກອນອາໄສຢູ່ປະມານ 20 ລ້ານຄົນ ໂຮງໝໍແມ່ນບໍ່ສາມາດຮັບຄົນເຈັບໄດ້ອີກແລ້ວ ເຮັດໃຫ້ຄົນເຈັບຈຳນວນຫຼາຍຕ້ອງແອອັດຢູ່ນອກໂຮງໝໍ ເພື່ອຮ້ອງຂໍເຂົ້າປິ່ນປົວຢູ່ໃນໂຮງໝໍ. ຊາຍທ່ານໜຶ່ງໄດ້ບອກກັບສຳນັກຂ່າວ Reuters ວ່າ ລາວໄດ້ເລາະຊອກຫາຕຽງມາເປັນເວລາສາມມື້ແລ້ວ ເພື່ອໃຫ້ເມຍຂອງລາວໄດ້ຮັບການປິ່ນປົວ ໃນຂະນະທີ່ເມຍຂອງລາວນັ່ງຢູ່ແຄມທາງແບບບໍ່ເໜັງຕີງ.

ຕໍ່ກັບສະຖານະການດັ່ງກ່າວ ໃນວັນຈັນທີ່ຜ່ານມາ ລັດຖະບານອິນເດຍ ໄດ້ປະກາດຈະເປີດສະຖານທີ່ທາງການແພດສຳລັບທະຫານເພື່ອໃຫ້ປະຊາຊົນທົ່ວໄປສາມາດເຂົ້າໃຊ້ບໍລິການໄດ້ ແລະ ບຸກຄະລາກອນທາງການທະຫານທີ່ໄດ້ບຳນານໄປແລ້ວນັ້ນ ກໍຕ້ອງອອກມາຊ່ວຍເຫຼືອຢູ່ສະຖານທີ່ປິ່ນປົວໂຄວິດ-19.

ອິນເດຍຂາດແຄນອັອກຊີເຈນ

ດຣ ຮາຣ໌ຈິດ ສິງ ບາດຕິ (Dr Harjit Singh Bhatti) ເຮັດວຽກຢູ່ພະແນກໂຄວິດໃນໂຮງໝໍແຫ່ງໜຶ່ງໃນແດນລີ ໄດ້ປຽບທຽບເຖິງຄົນເຈັບທີ່ຫາຍໃຈຝືດ, ຂາດອັອກຊີເຈນ ແລະ ກຳລັງຈະຕາຍຢູ່ຕາມທ້ອງຖະໜົນ ດັ່ງປາທີ່ກຳລັງຂາດນ້ຳ.

ຕາມປົກກະຕິແລ້ວ ອິນເດຍນຳໃຊ້ອັອກຊີເຈນເຂົ້າໃນທາງການແພດ ພຽງແຕ່ 15% ແລ້ວທີ່ເຫຼືອແມ່ນນຳໃຊ້ໃນພາກອຸດສາຫະກຳ. ແຕ່ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຄັ້ງທີ 2 ນີ້ ເຮັດໃຫ້ ອັອກຊີເຈນ 90% (7.500 ໂຕນກ້ອນ ຕໍ່ມື້) ຖືກນໍາມາໃຊ້ໃນທາງການແພດ ໂດຍຂົນສົ່ງຜ່ານທາງລົດໄຟດ່ວນ (Oxygen Express) ແລະ ກອງກໍາລັງທະຫານອາກາດ (The Indian Air Force). ນອກຈາກນີ້ ລັດຖະບານຍັງຈະນຳເອົາອັອກຊີເຈນທີ່ຢູ່ໃນຄັງສະຫງວນຂອງທະຫານອອກມານຳໃຊ້ ແລະ ໄດ້ຮັບຮອງແຜນການ ການຜະລິດອັອກຊີເຈນພາຍໃນປະເທດຫຼາຍກວ່າ 500 ແຫ່ງແລ້ວ ເພື່ອຕອບສະໜອງຕໍ່ຄວາມຕ້ອງການ.

ການດັດແປງລົດໄຟຂົນເຄື່ອງມາຮັບໃຊ້ທາງການແພດ

ໂດຍປະຕິບັດຕາມການເແນະນຳຂອງທ່ານນາຍົກລັດຖະມົນຕີ ນາເຣັນດາ ໂມດີ ຕູ້ລົດໄຟປະມານ 4.000 ຕູ້ ທີ່ໄດ້ຖືກດັດແປງໃນເດືອນມີນາ 2020 ເພື່ອໃຫ້ມີຕຽງນອນ, ໄຟຟ້າ ແລະ ອຸປະກອນຈຳເປັນອື່ນໆ ກຳລັງຖືກນຳກັບມາໃຊ້ເພື່ອເປັນບ່ອນປິ່ນປົວຄົນເຈັບໂຄວິດ-19 ທີ່ມີອາການເລັກໜ້ອຍຫາປານກາງ. ຕູ້ໜຶ່ງສາມາດຮັບຄົນເຈັບໄດ້ 16 ຄົນ ແລະ ໂດຍລວມແມ່ນ ສາມາດສະໜອງຕຽງນອນແບບຊົ່ວຄາວໄດ້ອີກເຖິງ 64.000 ຕຽງ.

ນີ້ບໍ່ແມ່ນເລື່ອງໃໝ່ຢູ່ອິນເດຍ ເພາະອິນເດຍ ໂດຍສະເພາະ Lifeline Express ໄດ້ມີປະສົບການສ້າງໂຮງໝໍຢູ່ເທິງລົດໄຟມາກ່ອນແລ້ວ ໂດຍໄດ້ເຄື່ອນທີ່ໄປທົ່ວປະເທດ ແລະ ໃຫ້ບໍລິການກວດ, ປິ່ນປົວ ແລະ ຜ່າຕັດຄົນເຈັບ.

ການດັດປັບເອົາສະໜາມກິລາ ເປັນໂຮງໝໍສະໜາມ

ເພື່ອຊ່ວຍຫຼຸດຜ່ອນຈຳນວນຄົນເຈັບທີ່ຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໄດ້ມີການດັດປັບເອົາສະໜາມກິລາ ແລະ ສາລາທຳຕ່າງໆ (ashram) ໃຫ້ກາຍເປັນສູນປິ່ນປົວ. ບາງສະຖານທີ່ກໍໄດ້ຖືກດັດປັບໃຫ້ເປັນສະຖານທີ່ກັກຕົວ ເຊັ່ນ: ເດີ່ນໃນຮົ່ມ Koramangala ຢູ່ ບັງກາລໍ, ສະໜາມກິລາ ອິນດິຣາ ການດີ ຢູ່ ກູວາຮາຕິ.

ໃນປີຜ່ານມາ ຕອນທີ່ມີການລະບາດຈຳນວນຫຼາຍນັ້ນ the Delhi campus ກໍຖືກໃຊ້ໃຫ້ເປັນບ່ອນປິ່ນປົວໂຄວິດ ໂດຍມີຕຽງເຖິງ 10.000 ຕຽງ ແລະ ມີຕຽງຮອງຮັບຖັງອັອກຊີເຈນໄດ້ເຖິງ 1.000 ຕຽງ ແລະ ໄດ້ປິ່ນປົວມາແລ້ວ 11.000 ຄົນ ກ່ອນທີ່ຈະຖືກປິດລົງ ໃນເດືອນກຸມພາ ທີ່ຜ່ານມາ.

ຕຽງສຸກເສີນທີ່ໄດ້ນຳໃຊ້ນັ້ນ ແມ່ນເຮັດດ້ວຍແຜ່ນ corrugated board (ເຈ້ຍແກັດ ຫຼື ແຜ່ນລູກຟູກ) ເພາະມັນມີລາຄາຖືກ, ສາມາດຣີໄຊເຄິນໄດ້, ສະດວກໃນເວລາຂົນສົ່ງ ແລະ ປະກອບໄດ້ພາຍໃນເວລາ 5 ນາທີ.

ການຈັດການກັບຊາກສົບຈຳນວນຫຼາຍ

ຍ້ອນມີຄົນຕາຍເປັນຈຳນວນຫຼາຍ ຫຼາຍຄົນຈຳເປັນຕ້ອງໄດ້ເຜົາສົບຢູ່ສະຖານທີ່ຊົ່ວຄາວ ທີ່ຈັດຂຶ້ນເພື່ອເຜົາສົບພ້ອມກັນຈຳນວນຫຼາຍ ເນື່ອງຈາກວ່າ ການບໍລິການຈັດງານສົບນັ້ນບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ. ມີບ່ອນໜຶ່ງທີ່ໄດ້ເອົາກອງຟືນມາໃສ່ໃນບ່ອນຈອດລົດ ເພື່ອຈັດການກັບຊາກສົບເຫຼົ່ານັ້ນ. ສ່ວນບ່ອນອື່ນໆແມ່ນເຜົາພ້ອມກັນຈຳນວນຫຼາຍ ໂດຍທີ່ຜູ້ເຮັດວຽກນັ້ນຕ້ອງໄດ້ເຮັດວຽກທັງເວັນທັງຄືນໃນຫຼາຍໆຕົວເມືອງ. ຊໍ້າບໍ່ໜໍາ ກໍມີຫຼາຍບ່ອນທີ່ມີຟືນເຫຼືອໜ້ອຍຫຼາຍແລ້ວ.

ມັນເປັນສະຖານະການທີ່ໜ້າຫົດຫູ່ຫຼາຍ ບໍ່ໜ້າເຊື່ອວ່າສິ່ງນີ້ເກີດຢູ່ເມືອງຫຼວງຂອງອິນເດຍ ຜູ້ຄົນຕ່າງກໍຂາດແຄນອັອກຊີເຈນ ແລະ ພວກເຂົາກຳລັງຕາຍຢ່າງໜ້າສະຫຼົດໃຈ, ກ່າວໂດຍ ຈາຢັນ ມາໂຮທຣາ (Jayant Malhotra) ຄົນທີ່ຊ່ວຍເຮັດພິທີເຜົາສົບໃນແດນລີ.

ມະຫາເສດຖີໃນອິນເດຍພະຍາຍາມອົບພະຍົບອອກນອກປະເທດ

ເປັນທີ່ຮັບຮູ້ໂດຍທົ່ວໄປວ່າ ອິນເດຍນັ້ນມີຄວາມແຕກຕ່າງທາງສັງຄົມຫຼາຍ ມີທັງຜູ້ທີ່ທຸກທີ່ສຸດ ແລະ ຜູ້ທີ່ຮັ່ງມີທີ່ສຸດ. ໃນສະຖານະການປັດຈຸບັນ ຄົນທີ່ລວຍມະຫາສານນັ້ນ ກໍດິ້ນຮົນເຊັ່ນກັນ ເພື່ອອອກຈາກອິນເດຍໄປປະເທດອື່ນ ໂດຍຍອມຈ່າຍປີ້ຍົນທີ່ແພງກວ່າປົກກະຕິ 5-10 ເທົ່າ ແລະ ມີທັງການເຊົ່າຍົນແບບເໝົາລຳ ເພື່ອໄປຍັງປະເທດຕ່າງໆ ເຊັ່ນ: ອັງກິດ, ການາດາ… ກ່ອນທີ່ທັງສອງປະເທດຈະເລັງເຫັນການຫຼັ່ງໄຫຼເຂົ້າມາຂອງຄົນອິນເດຍຈຳນວນຫຼາຍ ເລີຍໄດ້ອອກມາປະກາດຫ້າມບໍ່ໃຫ້ມີຖ້ຽວບິນຈາກອິນເດຍເຂົ້າປະເທດ ໂດຍມີຂໍ້ຍົກເວັ້ນໃຫ້ແຕ່ຍົນສຳລັບຂົນສົ່ງສິນຄ້າ.

ການຊ່ວຍເຫຼືອຂອງນານາຊາດ

ສະຫະລັດອາເມລິກາ ພ້ອມໃຫ້ການຊ່ວຍເຫຼືອແກ່ອິນເດຍ ໂດຍຈະສະໜອງວັດຖຸດິບສຳຄັນ ເພື່ອຜະລິດວັກຊີນ ແລະ ຈະປ່ອຍວັກຊີນໃຫ້ແກ່ຫຼາຍປະເທດໄດ້ນຳໃຊ້ ແລະ ຍັງບອກອີກວ່າ ຈະຊ່ວຍຂະຫຍາຍກຳລັງການຜະລິດວັກຊີນຂອງບໍລິສັດ Biological E (ບໍລິສັດອິນເດຍ ທີ່ຜະລິດວັກຊີນ Johnson & Johnson) ໃຫ້ເຖິງຢ່າງໜ້ອຍ 1 ຕື້ ໂດສ ໃນທ້າຍປີ 2022.

ອັງກິດກໍໄດ້ໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນການແພດແລ້ວ ໂດຍປະກອບມີທັງ ອັອກຊີເຈນ ແລະ ອຸປະກອນລະບາຍອາກາດ.

ອົງການອະນາໄມໂລກກໍບອກວ່າຈະຈັດສົ່ງອຸປະກອນອັອກຊີເຈນ (oxygen concentrators) ໃຫ້ອິນເດຍ 4.000 ໜ່ວຍ.

ຝຣັ່ງກໍກຳລັງຈັດສົ່ງອຸປະກອນຕ່າງໆກ່ຽວກັບການຜະລິດອັອກຊີເຈນ ລວມທັງ ຖັງອັອກຊີເຈນ, ເຄື່ອງຊ່ວຍຫາຍໃຈ ແລະ ເຂັມສັກຢາ ໃຫ້ອິນເດຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/