ນັກວິໄຈວິເຄາະປະສິດທິພາບໃນການປ້ອງກັນໄວຣັດຂອງວັກຊີນໂຄວິດ-19 ໃນອະນາຄົດອາດຈະຕ້ອງສັກເພີ່ມເປັນໂດສທີ 3


Dr. Özlem Türeci ຜູ້ຮ່ວມກໍ່ຕັ້ງ ແລະ ຫົວໜ້າທີມແພດຂອງ BioNTech ທີ່ພັດທະນາວັກຊີນໂຄວິດ-19 ຮ່ວມກັບບໍລິສັດ Pfizer ໄດ້ໃຫ້ສຳພາດກັບ CNBC ເຖິງການຄາດການຂອງລາວວ່າ ຜູ້ຄົນອາດຈະຕ້ອງສັກວັກຊີນໂດສທີ 3 ເມື່ອພູມຕ້ານທານເລີ່ມອ່ອນລົງ ເຊິ່ງສອດຄ່ອງກັບທີ່ Albert Bourla ຜູ້ອຳນວຍການຂອງ Pfizer ເຄີຍກ່າວໄວ້ກ່ອນໜ້ານີ້.

ນອກຈາກນີ້ລາວຍັງຄາດການຕໍ່ໄປວ່າ ຈະຕ້ອງສັກວັກຊີນເພື່ອກະຕຸ້ນພູມຕ້ານທານທຸກໆປີ ຄ້າຍຄືກັບກໍລະນີໄຂ້ຫວັດໃຫຍ່ ດ້ວຍເຫດຜົນດຽວກັນນັ້ນແມ່ນນັກວິທະຍາສາດເຊື່ອວ່າ ພູມຕ້ານທານຈະລົດລົງເມື່ອເວລາຜ່ານໄປ.

ກ່ອນໜ້ານີ້ Albert Bourla ເຄີຍໃຫ້ຂໍ້ມູນວ່າເຮົາອາດຈະຕ້ອງໄດ້ຮັບວັກຊີນໂດສທີ 3 ພາຍໃນ 12 ເດືອນຫຼັງຈາກສັກຄົບ 2 ໂດສທີ່ເປັນຂັ້ນຕ່ຳ, ໂດຍ Pfizer ກ່າວວ່າ ວັກຊີນຂອງຕົນມີປະສິດທິພາບສູງເຖິງ 91% ໃນການປ້ອງກັນໄວຣັດ ແລະ ຫຼາຍກວ່າ 95% ໃນການປ້ອງກັນໂຣກຮ້າຍແຮງ ພາຍໃນ 6 ເດືອນ ຫຼັງຈາກທີ່ຮັບວັກຊີນໂດສທີ 2 ເຊິ່ງວັກຊີນຂອງ Moderna ເອງກໍມີປະສິດທິພາບໃກ້ຄຽງກັນ.

ຢ່າງໃດກໍຕາມ ນັກວິໄຈເອງກໍຍັງບໍ່ຮູ້ວ່າ ຫຼັງຈາກພົ້ນ 6 ເດືອນຫຼັງຈາກທີ່ສັກວັກຊີນໂດສທີ 2 ແລ້ວ ປະສິດທິພາບໃນການປ້ອງກັນໄວຣັດຈະຍັງເຫຼືອເທົ່າໃດ ຕ້ອງສຶກສາຕໍ່ໄປໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:
https://cnb.cx/3ewuXIs
https://www.blognone.com/node/122301

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/