Lil Mosey ຖືກຕຳຫຼວດອອກໝາຍຈັບໃນຄະດີຂົ່ມຂືນ!!! ອາດຈະຕິດຄຸກຕະຫຼອດຊີວິດ


Lil Mosey ແຣັບເປີ້ ອາຍຸ 19 ປີ ຈາກສະຫະລັດອາເມຣິກາ ຖືກຕັ້ງຂໍ້ຫາຄະດີຂົ່ມຂືນ ແລະ ມີໝາຍຈັບ ຫຼັງຈາກບໍ່ປາກົດຕົວໃນການພິຈາລະນາຂອງສານ.

ເມື່ອວັນທີ 23 ເມສາ 2021 ຕຳຫຼວດວໍຊິງຕັນ ດີຊີ ໄດ້ອອກໝາຍຈັບ  Lil Mosey ແຣັບເປີ້ໜຸ່ມທີ່ໂດ່ງດັງມາຈາກເພງ Blueberry Faygo ໃນຂໍ້ຫາຂົ່ມຂືນໂດຍບໍ່ມີການຍິນຍອມ ເຊິ່ງເຫດການຄັ້ງນີ້ລາວໄດ້ກະທຳກັບໝູ່ຂອງລາວເອງທີ່ເປັນຜູ້ສົມຮູ້ຮ່ວມຄິດ.

ກ່ອນໜ້ານີ້ ມີຜູ້ຍິງ 2 ຄົນເຂົ້າມາແຈ້ງຄວາມກັບຕຳຫຼວດວ່າ ພວກເຂົາຖືກ Lil Mosey  ແລະ ໝູ່ຂອງລາວຂົ່ມຂືນໃນເດືອນມັງກອນ 2021.

ຜູ້ຍິງ 2 ຄົນໄດ້ເລົ່າວ່າ ໃນຄືນນັ້ນເອງ ລາວກັບໝູ່ໄດ້ນັ່ງລົມກັນ ແລະ ສັງສັນໃນງານລ້ຽງກັບ Lil Mosey ກ່ອນຈະດື່ມ White Claws ກັບແຊມເປນຈົນເມົາໜັກ ແລະ ຄວາມຈຳກໍເລີ່ມເລືອນລາງ ຈາກນັ້ນ Mosey ກໍຊວນເຂົາມີຫຍັງກັນຢູ່ໃນລົດ, ແຕ່ລາວບໍ່ຍອມ ແລະ ໂນ້ມນ້າວໃຫ້ Lil Mosey ພາໄປນອນຢູ່ຫ້ອງດີກວ່າ, ຕອນນັ້ນລາວເມົາຫຼາຍແຕ່ກໍຈື່ໄດ້ວ່າເຄື່ອງນຸ່ງທີ່ຕົນນຸ່ງຢູ່ຍັງຢູ່ຄົບຕອນຂຶ້ນຫ້ອງ.

ຫຼັງຈາກນັ້ນເມື່ອຍິງສາວຮູ້ສະຕິຂຶ້ນມາອີກເທື່ອໜຶ່ງ ແມ່ນເຫັນ Mosey ກຳລັງຈະຂົ່ມຂືນຕົນເອງ ແລະ ຍັງໄດ້ຍິນຄົນເວົ້າຂຶ້ນມາອີກວ່າ ມີວິດີໂອທີ່ຍິງສາວມີເຊັກນຳ ແຕ່ດ້ວຍຄວາມມຶນຍິງສາວໄດ້ໝົດສະຕິໄປອີກຄັ້ງ,​ ຫຼັງຈາກນັ້ນລາວໄດ້ຕື່ນຂຶ້ນ ແລະ ພົບວ່າໝູ່ຂອງຕົນເອງທີ່ບໍ່ມີສະຕິ ກຳລັງຖືໝູ່ຂອງ Mosey ຂົ່ມຂືນຢູ່ທາງຂ້າງ.

ຫຼັງຈາກເຫດການນີ້ເກີດຂຶ້ນ ຍິງສາວ ແລະ ໝູ່ ໄດ້ເຂົ້າແຈ້ງຄວາມກັບຕຳຫຼວດທັນທີ ທາງຕຳຫຼວດຈຶ່ງອອກໝາຍສານຮຽກຕົວ Mosey ແລະ ໝູ່ ເຂົ້າມາລົມ ແລະ ພິຈາລະນາຄະດີໃນວັນທີ 21 ເມສາ ແຕ່ Mosey ບໍ່ມາຕາມນັດ ທາງຕຳຫຼວດວໍຊິງຕັນຈຶ່ງໄດ້ອອກໝາຍຈັບທັນທີ.

ໃນໜັງສືຄະດີຄວາມຂອງຝ່າຍຜູ້ເສຍຫາຍຍັງບອກວ່າ ລາວໄດ້ຮັບບາດເຈັບ ແລະ ຮອຍຊ້ຳທີ່ແຂນ, ຄໍ ແລະ ຫົວເຂົ່າ,​ ນອກຈາກນັ້ນລາວຍັງໄດ້ຮັບຂໍ້ຄວາມຈາກຄົນໃນງານລ້ຽງທີ່ບອກວ່າພວກເຂົາກຳລັງເວົ້າເຖິງ “ເດັກເຝິກຫັດທັງ 2 ຄົນ” ທາງຕຳຫຼວດໄດ້ບອກວ່າ ຖ້າສືບສວນວ່າມີຄວາມຜິດແທ້ Mosey ອາດຖືກຈຳຄຸກຕະຫຼອດຊີວິດໄດ້.

ຂອບໃຈຂໍ້ມູນຈາກ:
https://board.postjung.com/1296288
https://bit.ly/3tVV41L

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/