Pfizer ອາດຈະຜະລິດຢາເມັດຮັກສາໂຄວິດ-19 ສຳເລັດພາຍໃນປີນີ້!!!


ຖ້າເວົ້າເຖິງ Pfizer ທຸກຄົນຈະຄິດເຖິງວັກຊີນໂຄວິດ-19 ແນ່ນອນ ແຕ່ຮູ້ບໍ່ວ່ານອກຈາກວັກຊີນທີ່ເປັນຄວາມຫວັງຂອງມະນຸດໂລກແລ້ວ ບໍລິສັດ Pfizer ຍັງໄດ້ຜະລິດຢາເມັດຮັກສາໂຄວິດ-19 ອີກດ້ວຍ!!! ເຊິ່ງຂັ້ນຕອນການຜະລິດແມ່ນຢູ່ໃນໄລຍະທົດລອງຢາ ຄາດວ່າຈະສຳເລັດພາຍໃນປີນີ້.

ທາງບໍລິສັດ Pfizer ກຳລັງທົດສອບປະສິດທິພາບຂອງຢາເມັດຕ້ານໂຄວິດ-19 ໂດຍມີອາສາສະໝັກສອງກຸ່ມ ໃນເຟສທີ 3 ຄື: ອາເມຣິກາ ແລະ ເບວຢຽມ ເປັນອາສາສະໝັກຢູ່ໃນອາຍຸ 18-60 ປີ ເປັນໄລຍະເວລາ 154 ວັນ ຖ້າສຳເລັດກໍຖືວ່າເປັນຢາເມັດຊະນິດທຳອິດທີ່ຕ້ານໂຄວິດ-19 ໄດ້ ແລະ ທາງບໍລິສັດຈະເລັ່ງຜະລິດຢາອອກມາທັນທີພາຍໃນທ້າຍປີນີ້.

ຢາເມັດດັ່ງກ່າວຈະຮູ້ຈັກໃນຊື່ PF-07321332 ເປັນຍາຕ້ານໄວຣັສປະເພດ protease inhibitor ເຮັດໜ້າທີ່ໄປຢຸດການສ້າງໂປຣຕີນຂອງໄວຣັສ ໂດຍມັນຈະເຮັດໜ້າທີ່ທຳລາຍໜາມຂອງໄວຣັສທີ່ເຮັດໜ້າທີ່ເກາະ ແລະ ຝັງເຂົ້າໄປໃນພື້ນຜິວຂອງຮ່າງກາຍເຮົາ ເຊັ່ນ: ບໍລິເວນດັງ, ຄໍ ແລະ ປອດ, ເຊິ່ງຢານີ້ຈະເຮັດໜ້າທີ່ຄ້າຍກັບຢາທີ່ໃຊ້ຮັກສາອາການຂອງຜູ້ປ່ວຍ HIV ທີ່ມີຢູ່ທົ່ວໄປ.

ຢາເມັດຂອງ Pfizer ຖືກພັດທະນາມາຕັ້ງແຕ່ການແຜ່ລະບາດເລີ່ມຂຶ້ນ, Dafydd Owen ຜູ້ອຳນວຍການຝ່າຍເຄມີການຢາຂອງ Pfizer ລະບຸວ່າ ມີນັກວິໄຈທີ່ຮ່ວມພັດທະນາຢາເມັດດັ່ງກ່າວບໍ່ຕ່ຳກວ່າ 210 ຄົນ. ການທົດລອງໃນໄລຍະທຳອິດຈະສຶກສາເຖິງຄວາມທົນທານຂອງຢາ ແລະ ຜົນຂ້າງຄຽງໃນຜູ້ທີ່ໄດ້ຮັບຢາ, ຕາມມາດ້ວຍການສຶກສາໄລຍະທີ 2 ຈະຄືກັນກັບໄລຍະທຳອິດ ແຕ່ຈະມີການເພີ່ມໂດສຢາເຂົ້າໄປ, ຈົນມາເຖິງໄລຍະທີ 3 ທີ່ທັງຢາແບບເມັດ ແລະ ນ້ຳ ຈະຖືກນຳເອົາມາທົດລອງວ່າມັນຈະສົ່ງຜົນກະທົບຫຍັງບໍ່ ເມື່ອເອົາມາກິນ.

ຂອບໃຈຂໍ້ມູນຈາກ:
https://www.facebook.com/thematterco/photos/a.1735876059961122/2872707626277954/
https://www.thairath.co.th/news/foreign/2078448

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/