3 ອຸດສາຫະກຳຈະເຮັດໃຫ້ອາຊຽນຈະເລີນເຕີບໂຕມີ ດ້ານການທ່ອງທ່ຽວ ການຜະລິດ ແລະ ເສດຖະກິດດິຈິຕອລ

3-ອຸດສາຫະກຳຈະເຮັດໃຫ້ອາຊຽນ

ອາຊຽນເປັນໜຶ່ງໃນພູມີພາກທີ່ເຕີບໃຫຍ່ຂະຫຍາຍຕົວໄດ້ໄວ ໂດຍສະເພາະຄວາມຈະເລີນທາງດ້ານອຸດສາຫະກຳ, ການທ່ອງທ່ຽວ ແລະ ດິຈິຕອລ. ທີ່ຜ່ານມາອາຊຽນໄດ້ພັດທະນາຢູ່ຢ່າງບໍ່ເຊົາ ມີບາງປະເທດທີ່ພັດທະນາແລ້ວ ໃນຫຼາຍໆດ້ານມີຄວາມຈະເລີນຮຸ່ງເຮືອງສີວິໄລ ເຮັດໃຫ້ຊີວິດການເປັນຢູ່ກໍດີໄປຕາມໆກັນກັບປະເທດ ແລະ ຍັງບາງປະເທດທີ່ກຳລັງພັດນະທະນາ.

Asian Development Bank: ADB ການຈະເລີນເຕີບໂຕທາງດ້ານເສດຖະກິດໃນອາຊຽນຢູ່ໃນລະດັບ 5.5% ໃນປີ 2022 ທີ່ຜ່ານມາ ແລະ ອາດຈະເຕີບໃຫຍ່ຂຶ້ນໄປກວ່າເກົ່າອີກ.

ກອງທຶນການເງິນລະຫວ່າງປະເທດ International Monetary Fund: IMF ຄາດວ່າການຈະເລີນເຕີບໂຕທົ່ວໂລກຈະຢູ່ໃນ 3,2% ໃນປີ 2022 ແລະ 2,7% ໃນປີ 2023 ເຊິ່ງໝາຍຄວາມວ່າອາຊຽນຍັງຖືກຄາດວ່າຄວາມຈະເລີນຈະບໍ່ຢຸດພຽງເທົ່ານີ້.

ອາຊຽນຍັງຄົງຖືກຄາດການວ່າຄວາມຈະເລີນສະເລ່ຍທົ່ວໂລກຢູ່ໃນລະດັບດີ ເນື່ອງຈາກມີ 3 ອຸດສາຫະກຳຫຼັກໃນການພັດທະນາ ແລະ ໃຫ້ຈະເລີນເຕີບໂຕຂຶ້ນໄດ້ໄວທັນໂລກ. ເຊິ່ງຈະມີ ອຸດສາຫະກຳການທ່ອງທ່ຽວ, ການຜະລິດ, ແລະ ດິຈິຕອລ. 3 ອຸດສາຫະກຳນີ້ ເປັນອຸດສາຫະກຳທີ່ອາຊຽນ ຕັ້ງເປົ້າໃຫ້ເປັນອຸດສາຫະກຳແນວໜ້າ ເນື່ອງຈາກວ່າປັດຈຸບັນ 3 ອຸດສາຫະກຳນີ້ ຈະໂດດເດັ່ນກວ່າດ້ານອື່ນໆ.

3-ອຸດສາຫະກຳຈະເຮັດໃຫ້ອາຊຽນ

ອຸດສາຫະກຳການຜະລິດ ເປັນໜຶ່ງໃນອຸດສາຫະກຳທີ່ດີຂອງອາຊຽນ ເປັນສ່ວນສຳຄັນຂອງເສດຖະກິດພູມີພາກ ໂດຍໃນບາງປະເທດມີການເພິ່ງພາການຜະລິດຢ່າງເຫັນໄດ້ຊັດເຈນ ໂດຍສະເພາະໃນຫວຽດນາມ ມີພາກການຜະລິດເປັນກະດູກສັນຫຼັງຂອງເສດຖະກິດໃນປະເທດ ແລະ ໄທ ກໍເປັນໜຶ່ງໃນອາຊຽນທີ່ຜະລິດເປັນ 27% ຂອງ GDP ໃນປີ 2022 ແລະ ການຜະລິດຈະດຳເນີນໄປເລື້ອຍໆ ສົ່ງອອກໄປຍັງບັນດາປະເທດໃນອາຊຽນ ຫຼື ນອກອາຊຽນໃນຕໍ່ໜ້າ.

ສ່ວນດ້ານການທ່ອງທ່ຽວ ປັດໄຈສຳຄັນເລີຍກໍວ່າໄດ້ ບໍ່ວ່າຈະປະເທດໃດໃນອາຊຽນຕ່າງກໍຕ້ອງໄດ້ເພິ່ງພາອາໄສນັກທ່ອງທ່ຽວມາທ່ຽວໃນະເທດຂອງຕົນ ເພາະນັກທ່ອງທ່ຽວສາມາດເຮັດໃຫ້ປະເທດນັ້ນໆມີລາຍໄດ້ໃນລະດັບສູງເລີຍກໍວ່າໄດ້, ໂຄວິດກໍຄ່ອຍໆຈາງຫາຍໄປແລ້ວ ຄວາມຄຶກຄື້ນດ້ານການທ່ອງທ່ຽວໃນບັນດາປະເທດອາຊຽນກໍກຳລັງຈະຄຶກຄື້ນເຊັ່ນດຽວກັນ.

3-ອຸດສາຫະກຳຈະເຮັດໃຫ້ອາຊຽນ

ສຸດທ້າຍ ດ້ານດິຈິຕອລ ສຳຄັນສຸດເລີຍກໍວ່າໄດ້ ຍິ່ງພັດທະນາຫຼາຍເທົ່າໃດກໍຍິ່ງດີຕໍ່ອາຊຽນ ແລະ ປະເທດໃນອາຊຽນ. Google, Temasek ແລະ Bain & Company ຄາດວ່າເສດຖະກິດດິຈິຕອລໃນອາຊຽນ ໂດຍສະເພາະປະເທດອິນໂດເນເຊຍ,​ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຈະມີມູນຄ່າທຸລະກຳໃນຕະຫຼາດ Gross Merchandise Value: GMV ສູງເຖິງ 2 ແສນລ້ານໂດລາສະຫະລັດ ໃນປີ 2022 ແລະ 3 ແສນກວ່າລ້ານໂດລາສະຫະລັດໃນປີ 2025.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/