ນັກກິລາບານເຕະຄົນພິການ ນະຄອນຫຼວງວຽງຈັນ ຊະນະການດວນຈຸດໂທດ ກັບແຂວງວຽງຈັນ ຄວ້າຫຼຽນຄຳ ຊຽງຂວາງ ພາຣາເກມ 2023 ໄດ້ສຳເລັດ

ນັກກິລາບານເຕະຄົນພິການ

ຈົບລົງແລ້ວກັບການດວນໜ້າແຂ້ງກັນຂອງນັກກິລາຄົນພິການທາງສາຍຕາ ໃນການແຂ່ງຂັນບານເຕະ ຄົນພິການ ຊຽງຂວາງພາຣາເກມ 2023 ພາຍຫຼັງນະຄອນຫຼວງວຽງຈັນ ດັບຝັນຈຸດໂທດ ແຂວງວຽງຈັນ 1-0 ຫຼັງໃນເກມກິນກັນບໍ່ລົງ ສະເໝີ 1-1 ຄວ້າຫຼຽນຄຳ ໃນຊຽງຂວາງ ພາຣາເກມ 2023 ໄດ້ສຳເລັດ.

ນັກກິລາບານເຕະຄົນພິການ

ໂດຍນັດຊິງຊະນະເລີດ ໄດ້ຈັດຂຶ້ນໃນຕອນແລງ ຂອງວັນທີ  16 ກຸມພາທີ່ຜ່ານມານີ້ ທີ່ສະໜາມບານເຕະຫຍ້າທຽມປໍ້ານໍ້າມັນ ເຊື້ອໄຟລາວ ສາຂາແຂວງ ເມືອງແປກ ໂດຍພາຍໃນເກມ ທັງສອງທີມກິນກັນບໍ່ລົງ ສະເໝີກັນໄປ 0 ປະຕູຕໍ່ 0 ກ່ອນທີ່ຈະເຂົ້າສູ່ການດວນຈຸດໂທດ ແລະ ເປັນທາງຂອງ ອຸໄດ ລາດທະວົງ ກອງໜ້າ ເບີ 9 ຜູ້ສັງຫານປະຕູໄຊ ພານະຄອນຫຼວງ ຄວ້າຫຼຽນຄຳບານເຕະຊຽງຂວາງພາຣາເກມ 2023 ໄປຄອງ.

ສ່ວນ ແຂວງວຽງຈັນ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງ ເປັນຂອງເຈົ້າພາບ ແຂວງຊຽງຂວາງ.

ນັກກິລາບານເຕະຄົນພິການ

ສຳລັບການແຂ່ງຂັນບານເຕະ ຊຽງຂວາງ ພາຣາເກມ 2023 ຄັ້ງນີ້ ເຮັດການແຂ່ງຂັນທັງໝົດ 2 ມື້ ລະຫວ່າງວັນທີ 15 ຫາ​ 16 ກຸມພາ ແລະ ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 3 ພາກສ່ວນ ກໍຄື ແຂວງຊຽງຂວາງ ເຈົ້າພາບ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຊິ່ງຮູບແບບການແຂ່ງຂັນຈະເປັນການແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1 ແລະ ທີ 2 ໄປຊິງຊະນະເລີດ ສ່ວນທີມເສຍ ໄດ້ພຽງຫຼຽນທອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/