ແຂວງສະຫວັນນະເຂດ ຄົ້ນພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ ຄາດວ່າຈະມີອາຍຸກວ່າ 2.000 ປີ


ໃນວັນທີ 10 ກຸມພາ 2023 ທີ່ຜ່ານມາ, ທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງສະຫວັນນະເຂດ ລົງຕິດຕາມຊຸກຍູ້ການເກັບກຳຂໍ້ມູນ ແລະ ຂຸດຄົ້ນທາງ ດ້ານບູຮານວິທະຍາ ທີ່ແຫຼ່ງບູຮານວິທະຍາ ບ້ານໜອງເຮືອທອງ ເມືອງໄຊບູລີ, ໂດຍມີທ່ານ ສຸລິວົງ ສີວໍລະວົງ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໄຊບູລີ ຮ່ວມພາທາງ.

ຄົ້ນພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ

ທ່ານ ບຸນເລິງ ອິນທິສັກ ຮອງຫົວໜ້າຂະແໜງວັດທະນະທຳແຂວງສະຫວັນນະເຂດ ທີ່ເຂົ້າຮ່ວມໃນການສຳຫຼວດຂຸດຄົ້ນ ຮ່ວມກັບກົມມໍລະດົກກະຊວງ ຖວທ ແລະຊ່ຽວຊານຈາກສະຖາບັນຝຣັ່ງ ແຫ່ງພາກຕາເວັນອອກໄກ ໃຫ້ຮູ້ວ່າ: ແຫຼ່ງບູຮານວິທະຍາ ໜອງເຮືອທອງ ເຊິ່ງກ່ອນໜ້ານີ້ຄືໃນປີ 2008 ປະຊາຊົນໄດ້ຂຸດຄົ້ນ ພົບວັດຖຸມີຄ່າຫຼາຍລາຍການ.

ຄົ້ນພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ

ປັດຈຸບັນແຂວງສະຫວັນນະເຂດເປັນຜູ້ເກັບຮັກສາໄວ້, ຈາກການສໍາຫຼວດເກັບກຳຂໍ້ມູນໃນເບື້ອງຕົ້ນ ບໍລິເວນນີ້ຄາດວ່າຈະເປັນຕົວ ເມືອງເກົ່າໃນສະໄໝບູຮານ ດັ່ງນັ້ນທາງກະຊວງ ຖວທ ຮ່ວມ ກັບສະຖາບັນຝຣັ່ງແຫ່ງພາກຕາເວັນອອກໄກ ຈຶ່ງໄດ້ລົງເກັບກຳຂໍ້ມູນຄືນໃໝ່ ແລະ ສໍາຫຼວດຂຸດຄົ້ນບາງຈຸດຕາມບໍລິເວນທີ່ ຄາດວ່າຈະແມ່ນຄູເມືອງ ແລະ ຈຸດທີ່ພົບວັດຖຸມີຄ່າກ່ອນໜ້ານີ້ ໂດຍການສຳຫຼວດເລີ່ມແຕ່ວັນທີ 1 ກຸມ ພາ 2023 ເປັນຕົ້ນມາ ແລະ ຮອດປັດຈຸບັນໄດ້ຂຸດເພື່ອສໍາຫຼວດເບິ່ງ ຊັ້ນດິນທັງໝົດ 13 ຈຸດ, ມີບາງຈຸດ ໄດ້ພົບຫຼັກຖານທີ່ຈະນຳໄປສູ່ການກຳນົດອາຍຸຂອງສະຖານທີ່ ແລະ ທີ່ເດັ່ນກວ່າໝູ່ແມ່ນບໍລິເວນດອນສິມ ໄດ້ພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ ຄາດວ່າຈະມີອາຍຸກວ່າ 2.000 ປີ ແຕ່ການສໍາຫຼວດນີ້ ຈະດຳເນີນໄປຮອດວັນທີ 2 ມີນາ 2023 ຈຶ່ງຈະໄດ້ຍຸຕິ.

ຄົ້ນພົບດິນຈີ່ເກົ່າແກ່ໂຄງສ້າງອາຄານ

ຂອບໃຈຂໍ້ມູນຈາກ:

https://bit.ly/3SiXfd7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/