ເມືອງໃນອິນເດຍໃຊ້ແຜນ ຂີ້ເຫຍື້ອພລາສຕິກ ແລກກັບຄູປອງອາຫານ


ອົງກອນພົນລະເຮືອນເຂດເມືອງຂອງລັດມະຫາລາຊະຕະຣະ ທາງທິດຕາເວັນຕົກຂອງອິນເດຍ ປະກາດແຜນຊຸກຍູ້ປະຊາຊົນໃຫ້ເອົາຂີ້ເຫຍື້ອພລາສຕິກມາແລກກັບຄູປອງອາຫານ ເຊິ່ງເປັນສ່ວນໜຶ່ງຂອງນະໂຍບາຍລົດຜ່ອນປະລິມານຂີ້ເຫຍື້ອໃຫ້ເປັນສູນຂອງລັດຖະບານຄັລຍັນ ດອມບີບລີ ເຊິ່ງຕັ້ງຢູ່ຫ່າງຈາກເມືອງມຸມໄບ 44 ກິໂລແມັດ.

“ເຮົາສ້າງແຮງຈູງໃຈໃຫ້ປະຊາຊົນເກັບຂີ້ເຫຍື້ອພລາສຕິກ ຖ້າພວກເຂົາເອົາຂີ້ເຫຍື້ອເຫຼົ່ານັ້ນ 5 ກິໂລ ມາແລກທີ່ສູນເກັບຂີ້ເຫຍື້ອ ພວກເຂົາຈະໄດ້ຄູປອງອາຫານມູນຄ່າ 0.4 ໂດລາ” ເຈົ້າໜ້າທີ່ອົງກອນອະທິບາຍ, ໂດຍຂໍ້ມູນຂອງລັດຖະບານອິນເດຍລະບຸວ່າ ລາຍໄດ້ຂອງປະຊາຊົນອິນເດຍແມ່ນມີປະມານ 5 ໂດລາສະຫະລັດ ຕໍ່ວັນ.

ເຈົ້າໜ້າທີ່ອົງກອນລະບຸວ່າ ເທດສະບານພົບກັບບັນຫາຂີ້ເຫຍື້ອຢ່າງຕໍ່ເນື່ອງ ແລະ ຄວາມພະຍາຍາມແກ້ໄຂບັນຫາໃນອະດີດບໍ່ປະສົບຜົນ, ຄັ້ງນີ້ອົງກອນວາງແຜນຈັດຕັ້ງສູນເກັບຂີ້ເຫຍື້ອຫຼາຍແຫ່ງ ພ້ອມກັບດຶງແຮງສະໜັບສະໜູນຈາກບໍລິສັດເອກະຊົນທົ່ວເມືອງ ລວມເຖິງບັນດາຕະຫຼາດ ເຊິ່ງຜະລິດຂີ້ເຫຍື້ອເປັນປະລິມານຫຼາຍ.

ທີ່ມາ: https://www.xinhuathai.com/inter/162286_20201221