ຜົນການວິໄຈໃໝ່ປາກົດວ່າ ຄົນຮຸ່ນໃໝ່ບໍ່ຢາກມີລູກ!


ຈາກການສຳຫຼວດໃນສະຫະລັດອາເມຣິກາເຜີຍວ່າ ຄົນຮຸ່ນໃໝ່ຢ້ານທີ່ຈະມີລູກ ເນື່ອງຈາກກັງວົນເລື່ອງວິກິດສະພາບພູມອາກາດຂອງໂລກໃນປັດຈຸບັນ.

ຄົນທີ່ກັງວົນກ່ຽວກັບສະພາບພູມອາກາດ ຕັດສິນໃຈທີ່ຈະບໍ່ມີລູກເນື່ອງຈາກພວກເຂົາກັງວົນວ່າ ເດັກນ້ອຍຕ້ອງພົບກັບໄພຂອງສະພາບແວດລ້ອມ.

ການສຳຫຼວດຄົນປະມານ 600 ຄົນ ອາຍຸ 27-45 ປີ ໂດຍມີຄວາມກົງວົນເລື່ອງບັນຫາສະພາບພູມອາກາດປ່ຽນແປງ ແລະ ຕັດສິນໃຈເລື່ອງການມີລູກ ໂດຍພົບວ່າ 96% ມີຄວາມກົງວົນຫຼາຍເລື່ອງຄວາມເປັນຢູ່ຂອງເດັກນ້ອຍໃນອະນາຄົດ. ບາງຄົນປຽບທຽບວ່າ ເດັກນ້ອຍຈະຕ້ອງພະຍາຍາມເອົາໂຕລອດຈາກສະພາບແວດລ້ອມນີ້ ຍັງມີຄົນທີ່ເວົ້າວ່າ “ຂ້ອຍບໍ່ຢາກໃຫ້ລູກເກີດມາໃນໂລກທີ່ກຳລັງຈະຕາຍ”

“ຄວາມຢ້ານເລື່ອງຄາບອນຈາກການມີລູກນັ້ນເປັນເລື່ອງທີ່ເປັນນາມມະທຳ ແລະ ເປັນເລື່ອງທີ່ບໍ່ໄດ້ຮັບການສົນໃຈຈາກຜູ່ຄົນ” Matthew Schneider Mayerson ຈາກ Yale NUS College ໃນສິງກະໂປຜູ່ນຳການວິໄຈເຜີຍ “ແຕ່ຄຸນະພາບຊີວິດຂອງເດັກນ້ອຍນັ້ນເປັນເລື່ອງທີ່ຄິດໜັກ ແລະ ອ່ອນໄຫວ ສຳຫຼັບຜູ່ຄົນຢ່າງຫຼາຍ ຄຳຕອບຈາກການສຳຫຼວດນັ້ນເປັນເລື່ອງທີ່ໜ້າເສົ້າໃຈຫຼາຍ”

ຜູ່ນຳການວິໄຈບອກວ່າ ຈຳນວນຄົນທີ່ເບິ່ງປັດໄຈດ້ານໂລກຮ້ອນໃນການຕັດສິນໃຈສຳຫຼັບການມີລູກນັ້ນ ມີແນວໂນ້ມວ່າຈະເພີ່ມຂຶ້ນເລື້ອຍໆ ຍ້ອນວ່າຜົນກະທົບຂອງບັນຫາໂລກຮ້ອນນັ້ນຊັດເຈນຫຼາຍ. “ເພື່ອແກ້ໄຂບັນຫານີ້ ເຮົາຈຳເປັນຕ້ອງແກ້ໄຂຕົ້ນຕໍຢ່າງຮີບດ່ວນ ນັ້ນແມ່ນສະພາບອາກາດປ່ຽນແປງນັ້ນເອງ”  Matthew ກ່າວ.

ຜົນການວິໄຈຍັງຊີ້ບອກວ່າມຸມມອງເລື່ອງນີ້ຂອງຜູ່ຊາຍ ແລະ ຜູ່ຍິງນັ້ນບໍ່ຕ່າງກັນຫຼາຍ ນອກຈາກນີ້ນັກວິໄຈບອກອີກວ່າ ມີພໍ່ແມ່ບາງສ່ວນທີ່ຮູ້ສຶກຜິດທີ່ມີລູກ. ໂດຍຊີ້ໃຫ້ເຫັນວ່າບັນຫາສິ່ງແວດລ້ອມ ແລະ ພາວະໂລກຮ້ອນຕໍ່ເດັກໃນອະນາຄົດນັ້ນມີສ່ວນສຳຄັນມາຈາກການເບິ່ງອະນາຄົດໃນແງ່ລົບ, ເຊິ່ງພົບວ່າຄົນສ່ວນຫຼາຍໃນການສຳຫຼວດມີຄວາມຢ້ານນີ້.

Matthew Schneider Mayerson ເຜີຍເພີ່ມເຕີມວ່າ ການວິໄຈໃນອະນາຄົດຕ້ອງສຶກສາສຳຫຼວດກຸ່ມທີ່ຫຼາກຫຼາຍຈາກຫຼາຍມຸມໂລກໃຫ້ຫຼາຍຂຶ້ນ ເນື່ອງຈາກການສຳຫຼວດຄັ້ງນີ້ສ່ວນໃຫຍ່ເປັນຄົນໃນສະຫະລັດອາເມຣິກາ ທີ່ມາຈາກກຸ່ມຄົນທີ່ໄດ້ຮັບການສຶກສາສູງກວ່າ.

ຈະເຫັນວ່າ ບັນຫາມົນລະພິດ, ບັນຫາສິ່ງແວດລ້ອມ ແລະ ພາວະໂລກຮ້ອນທີ່ເກີດຂຶ້ນ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຮ່າງກາຍຂອງຄົນ ແຕ່ມັນຍັງສົ່ງຜົນກະທົບຕໍ່ຈິດໃຈ ແລະ ຄວາມຄິດຂອງຄົນອີກດ້ວຍ.

ທີ່ມາ: https://www.facebook.com/environman.th/posts/3241591562635935