ດຣູປາດີ ເມີມູ

ດຣູປາດີ ເມີມູ

ມື້ວານນີ້ 22 ກໍລະກົດ ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ຜົນຄະແນນຈາກລັດຖະສະພາອິນເດຍທີ່ໄດ້ເຮັດການລົງຄະແນນເລືອກຕັ້ງປະທານາທິບໍດີຄົນໃໝ່ເມື່ອຕົ້ນອາອາທິດ ໄດ້ຮັບການເປີດເຜີຍອອກມາໂດຍຄະນະກໍາມະການການເລືອກຕັ້ງໂດຍລະບຸວ່າ ດຣູປາດີ ເມີມູ (Droupadi Murmu) ນັກການເມືອງຍິງຈາກຊົນເຜົ່າສັນທາລເຊິ່ງເປັນຊົນເຜົ່າທີ່ຢູ່ຫ່າງໄກຄວາມສີວິໄລຂອງປະເທດ ໄດ້ຮັບຄະແນນສຽງເກີນເຄິ່ງຈາກສະມາຊິກຜູ້ແທນລາຊະດອນໃນລັດຖະສະພາ ແລະຈາກສະມາຊິກນິຕິບັນຍັດລະດັບພາກພື້ນທົ່ວປະເທດ.

ດຣູປາດີ ເມີມູ

ໂດຍ ດຣູປາດີ ເມີມູ ປັດຈຸບັນອາຍຸ 64 ປີໄດ້ຮັບການສະເໜີຊື່ຈາກພັກ  Bharatiya Janata Party (BJP) ຂອງນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ໃຫ້ຮ່ວມຊິງຕໍາແໜ່ງ ກ່ອນທີ່ຕໍ່ມາ ເມີມູ ຈະສາມາດຄວ້າໄຊຊະນະໄດ້ສຳເລັດໃນທ້າຍທີ່ສຸດ.

ຈາກໄຊຊະນະຂອງ ເມີມູ ເຮັດໃຫ້ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ (Narendra Modi) ໄດ້ຂຽນຂໍ້ຄວາມ ຜ່ານ Twitter ເພື່ອສະແດງຄວາມຍິນດີນໍາປະທານາທິບໍດີຍິງຄົນໃໝ່ນີ້ ໂດຍກ່າວວ່າ “ແບບຢ່າງຄວາມສໍາເລັດຂອງເມີມູ ເປັນແຮງຊຸກຍູ້ໃຫ້ປະຊາຊົນອິນເດຍທຸກຄົນ ແລະ ລາວ (ເມີມູ) ໄດ້ກາຍເປັນຄວາມຫວັງສຳລັບພົນລະເມືອງຂອງອິນເດຍ ໂດຍສະເພາະຢ່າງຍິ່ງແມ່ນບັນດາຄົນຈົນ, ຄົນທີ່ຫ່າງໄກຄວາມສີວິໄລ ແລະ ຜູ້ຖືກກົດຂີ່”

ດຣູປາດີ ເມີມູ

ສໍາລັບ ເມີມູ ແລ້ວແມ່ນລາວຈະໄດ້ດໍາລົງຕໍາແໜ່ງເປັນປະທານາທິບໍດີຄົນທີ 15 ຂອງອິນເດຍ ແລະເປັນປະທານາທິບໍດີຍິງຄົນທີ 2 ຂອງປະເທດ ທີ່ກ່ອນໜ້າຕໍາແໜ່ງນີ້ເຄີຍເປັນຂອງ ປຣະຕິພາ ເທວີສິງ ປາຕີລ  (Pratibha Devisingh Patil) ປະທານາທິບໍດີຍິງຄົນທໍາອິດຂອງອິນເດຍ.

ເມີມູ ແມ່ນໄດ້ເລີ່ມຕົ້ນອາຊີບຄູໃນລັດໂອຣິສສາ ກ່ອນທີ່ຈະເຂົ້າສູ່ວົງການການເມືອງໂດຍດໍາລົງຕໍາແໜ່ງເປັນລັດຖະມົນຕີໃນລັດໂອຣິສສາ ແລະເຄີຍເປັນເຈົ້າແຂວງຂອງລັດຊາຂັນຂອງອິນເດຍ.

ດຣູປາດີ ເມີມູ

“ໃນຖານະສະຕີຊົນເຜົ່າຈາກເຂດມະຍຸຣະພານທີ່ຫ່າງໄກ ຂ້ອຍບໍ່ເຄີຍຄິດມາກ່ອນເລີຍວ່າຈະໄດ້ຮັບການສະເໜີຊື່ໃນຕໍາແໜ່ງສູງສຸດ” ເມີມູເຄີຍກ່າວກັບສື່ມວນຊົນຫຼັງຈາກໄດ້ຮັບການສະເໜີຊື່ເພື່ອຊິງຕໍາແໜ່ງປະທານາທິບໍດີໃນເດືອນນີ້.

ທັງນີ້ ໄຊຊະນະຂອງເມີມູ ຖືເປັນການຢືນຢັນຄວາມເຂັ້ມແຂງຂອງພັກລັດຖະບານຢ່າງ BJP ແລະພັນທະມິດທັງໃນລັດຖະສະພາ ແລະລະດັບພາກພືື້ນ.

ດຣູປາດີ ເມີມູ

ຢ່າງໃດກໍດີ ຕໍາແໜ່ງປະທານາທິບໍດີສ່ວນໃຫຍ່ຈະມີບົດບາດພຽງທາງພິທິການ ບໍ່ແມ່ນທາງດ້ານການບໍລິຫານ. ດັ່ງນັ້ນການເປັນປະທານາທິບໍດີຂອງເມີມູ ແມ່ນໜ້າຈະບໍ່ສ້າງຄວາມແຕກຕ່າງໃນທາງປະຕິບັດຕໍ່ຊົນເຜົ່າກຸ່ມນ້ອຍເຊິ່ງໄດ້ຮັບການຂັບໄລ່ໃຫ້ຢູ່ພື້ນທີ່ຫ່າງໄກຄວາມຈະເລີນຂອງສັງຄົມອິນເດຍເຄີຍມີມາດົນແລ້ວ ແລະປະທານາທິບໍດີຂອງອິນເດຍແມ່ນສາມາດໃຊ້ອໍານາດໄດ້ໂດຍກົງຫຼືຜ່ານຜູ້ທີ່ຢູ່ໃຕ້ບັງຄັບບັນຊາພຽງບາງຢ່າງເທົ່ານັ້ນ ແລະໃນທາງປະຕິບັດຈະສາມາດໃຊ້ອໍານາດຜ່ານທາງນາຍົກລັດຖະມົນຕີໂດຍຂໍຄວາມຊ່ວຍເຫຼືອຂອງຄະນະລັດຖະມົນຕີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ