ເມືອງຊຳເໜືອ

ເມືອງຊຳເໜືອ ແຂວງຫົວພັນ ໄດ້ຮັບຮາງວັນ ຕົວເມືອງດີເດັ່ນທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ (ESC Award 2021) ຍ້ອນເມືອງດັ່ງກ່າວມີຄຸນະພາບອາກາດທີ່ດີ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ຂະນະທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບໃບຢັ້ງຢືນຕົວເມືອງດີເດັ່ນທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ (ESC Certificate of Recognition 2021) ຍ້ອນວ່ານະຄອນດັ່ງກ່າວໄດ້ຈັດຕັ້ງປະຕິບັດແຜນງານຕົວເມືອງຕົ້ນແບບໃນການພັດທະນາແບບຍືນຍົງທາງດ້ານສິ່ງແວດລ້ອມອາຊຽນ.

ພິທີມອບ-ຮັບໄດ້ມີຂຶ້ນໃນວັນທີ 22 ກໍລະກົດ 2022 ທີ່ຫໍປະຊຸມແຫ່ງຊາດ ມອບໂດຍ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຮັບໂດຍ ທ່ານ ເຈົ້າເມືອງຊຳເໜືອ ແລະ ເຈົ້ານະຄອນໄກສອນ ພົມວິຫານ ໂດຍມີ ທ່ານເຈົ້າແຂວງຫົວພັນ ແລະ ແຂວງສະຫວັນນະເຂດ ເຂົ້າຮ່ວມນຳ.

ເມືອງຊຳເໜືອ

ທ່ານ ອຸ່ນເຮືອງ ໄຊຍະຈັກ ຫົວໜ້າກົມສິ່ງແວດລ້ອມ ໄດ້ລາຍງານຄວາມເປັນມາຂອງການຄັດເລືອກເຂົ້າຊິງຮາງວັນ ESC Award and Certificate of Recognition 2021 ແລະ ກອງປະຊຸມປະຈໍາປີຂອງໜ່ວຍປະຕິບັດງານອາຊຽນ ດ້ານຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ (AWGESC 2021) ໃນວັນທີ 5 ກໍລະກົດ 2021 ທີ່ຜ່ານມາ. ໃນເບື້ອງຕົ້ນ ສປປ ລາວ ໄດ້ສະເໜີ 3 ຕົວເມືອງ ເພື່ອຄັດເລືອກເຂົ້າຊິງຮາງວັນຕົວເມືອງຍືນຍົງທາງດ້ານສິ່ງແວດລ້ອມປະຈຳປີ 2021 (ESC Award and Certificate of Recognition 2021) ຄື: (1) ນະຄອນຫຼວງພະບາງ ແຂວງຫຼວງພະບາງ, (2) ເມືອງຊໍາເໜືອ ແຂວງຫົວພັນ ແລະ (3) ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ຜ່ານການຄັດເລືອກ ໃນກອງປະຊຸມກ່ຽວກັບຜົນສຳເລັດຂອງການຄັດເລືອກຕົວເມືອງຍືນຍົງທາງດ້ານສິ່ງແວດລ້ອມປະຈຳປີ 2021 ແລະ ກອງປະຊຸມປະຈໍາປີໜ່ວຍປະຕິບັດງານອາຊຽນດ້ານຕົວເມືອງທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ໃນວັນທີ 5 ກໍລະກົດ 2021 (ຜ່ານລະບົບກອງປະຊຸມທາງໄກ) ໄດ້ຄັດເລືອກເອົາຕົວເມືອງດີເດັ່ນທາງດ້ານສິ່ງແວດລ້ອມປະຈໍາປີ 2021 ດັ່ງນີ້:

ເມືອງຊຳເໜືອ

1) ເມືອງຊໍາເໜືອ ແຂວງຫົວພັນ ໄດ້ຮັບຂັນຮາງວັນ ຕົວເມືອງດີເດັ່ນທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ (ESC Award 2021) ຍ້ອນເມືອງດັ່ງກ່າວມີຄຸນະພາບອາກາດທີ່ດີ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໄດ້ຕາມເງື່ອນໄຂ ແລະ ຕົວຊີ້ວັດຂອງໂຄງການ ຕົວເມືອງນຳໜ້າທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ (SDGs FC Programme);

2) ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບໃບຢັ້ງຢືນຕົວເມືອງດີເດັ່ນທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ (ESC Certificate of Recognition 2021) ຍ້ອນວ່ານະຄອນດັ່ງກ່າວໄດ້ຈັດຕັ້ງປະຕິບັດແຜນງານຕົວເມືອງຕົ້ນແບບໃນການພັດທະນາແບບຍືນຍົງທາງດ້ານສິ່ງແວດລ້ອມອາຊຽນ (ASEAN ESC Model Cities Programme) ເຊິ່ງແຜນງານດັ່ງກ່າວແມ່ນຈະບໍ່ມີການມອບຂັນຮາງວັນ. ສະນັ້ນ, ນະຄອນ ໄກສອນ ພົມວິຫານ ຈຶ່ງໄດ້ໃບຢັ້ງຢືນຕົວເມືອງດີເດັ່ນທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ.

ເມືອງຊຳເໜືອ

ຂໍ້ມູນຈາກ: https://cutt.ly/ZL7353A

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ