ອຸນຫະພູມເພີ່ມຂຶ້ນສູງເກີນໄປ

ໃນໄລຍະ 4-5 ມື້ທີ່ຜ່ານມານີ້ ອຸນຫະພູມໃນບັນດາປະເທດທີ່ຕັ້ງຢູ່່ພາກພື້ນຢູໂຣບແມ່ນໄດ້ເພີ່ມຂຶ້ນແບບຫຼາຍເທົ່າຕົວ ເຮັດໃຫ້ບັນດາປະເທດເຫຼົ່ານັ້ນຕ້ອງໄດ້ອອກມາດຕະການແລະປະກາດຕ່າງໆ ເພື່ອໃຫ້ປະຊາຊົນສາມາດຮັບມືກັບຄວາມຮ້ອນທີ່ມັນກະຈາຍໄປທົ່ວ ເຊິ່ງອັງກິດນັ້ນກໍເປັນໜຶ່ງໃນປະເທດທີ່ຕ້ອງປະເຊີນກັບອຸນຫະພູມທີ່ສູງເກືອບຈະຮອດ 40 ອົງສາໃນວັນຈັນທີ່ຜ່ານມາ.

ອຸນຫະພູມເພີ່ມຂຶ້ນສູງເກີນໄປ

ຢ່າງໃດກໍຕາມ ໃນໄລຍະນີ້ປະຊາຊົນທີ່ປະເທດອັງກິດແມ່ນກໍາລັງເພີດເພີນກັບງານ Royal Welsh Show ເຊິ່ງເປັນງານທີ່ຈັດຂຶ້ນ 4 ມື້ໂດຍຈະມີປະກວດ, ແຂ່ງຂັນ ແລະນຳສັດຊະນິດຕ່າງໆ ມາສະແດງໃນງານ ແລະ ຕາມລາຍງານ ສັດທີ່ຖືກນຳເອົາມາສະແດງຕ້ອງໄດ້ຮັບການດູແລເປັນພິເສດໃນສະພາບອາກາດຮ້ອນເອົ້າແບບນີ້ ເພື່ອໃຫ້ສັດຕ່າງໆ ຮັບມືກັບອຸນຫະພູມທີ່ເພີ່ມຂຶ້ນສູງໄດ້.

ອຸນຫະພູມເພີ່ມຂຶ້ນສູງເກີນໄປ

ດ້ວຍເຫດນັ້ນເຮັດໃຫ້ Ela Mair ສາວໄວ 45 ປີ ເຊິ່ງເປັນໜຶ່ງໃນເຈົ້າຂອງຟາມໝູທີ່ໄດ້ນຳໝູມາປະກວດຄັ້ງນີ້ ຕ້ອງໄດ້ເອົາຄຣີມກັນແດດມາທາທີ່ຕົວພວກມັນ ເພື່ອເປັນການປ້ອງກັນການຖືກເຜົາໄໝ້ຈາກແສງແດດ

“ໝູນັ້ນບໍ່ປ່ອຍຄວາມຮ້ອນຄືກັນກັບສັດຊະນິດອື່ນ ດັ່ງນັ້ນມັນຈຶ່ງເປັນເລື່ອງທີ່ຍາກທີ່ຈະເຮັດໃຫ້ພວກມັນເຢັນລົງ” Ela Mair ໄດ້ກ່າວກັບທາງສໍານັກຂ່າວ BBC.

ອຸນຫະພູມເພີ່ມຂຶ້ນສູງເກີນໄປ

Ela Mair ບອກຕື່ມອີກວ່າ ຕະຫຼອດເວລາແຂ່ງຂັນນັ້ນ ລາວຕ້ອງການເຮັດໃຫ້ໝູຂອງລາວສະບາຍຕົວທີ່ສຸດດ້ວຍການຈັບພວກມັນທາຄຣີມກັນແດດ ເພື່ອປ້ອງກັນແສງ UV ລວມໄປຮອດການເອົາຜ້າແພຈຸ່ມນ້ຳເຢັນໄປຄຸມທີ່ຕົວຂອງໝູ.

ທັງນີ້ ກໍຕ້ອງນັບຖືການເອົາໃຈໃສ່ສັດລ້ຽງຂອງ Ela ເລີຍ ທີ່ບໍ່ປ່ອຍໃຫ້ພວກມັນຕ້ອງທົນກັບຄວາມຮ້ອນ. ຈາກສະຖານະການປັດຈຸບັນນີ້ເອີ້ນໄດ້ວ່າຄວາມຮ້ອນບໍ່ໄດ້ສົ່ງຜົນກະທົບແຕ່ມະນຸດເທົ່ານັ້ນ ແຕ່ບັນດາສັດລ້ຽງກໍໄດ້ຮັບຄວາມເດືອດຮ້ອນເຊັ່ນດຽວກັນ. ສຳລັບໃຜທີ່ມີສັດລ້ຽງກໍຄວນໝັ່ນກວດສອບເອົາໃຈໃສ່ສະໝ່ຳສະເໝີນຳເດີ້ ເພາະສະພາບອາກາດຮ້ອນເອົ້າແບບນີ້ອາດເກີດຄວາມສ່ຽງທີ່ເຮັດໃຫ້ສັດລ້ຽງຂອງເຮົາເສຍຊີວິດ.

ທີ່ມາ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ