Vince McMahon

ຫຼັງຈາກຕົກເປັນປະເດັນຮ້ອນມາຕັ້ງແຕ່ຕົ້ນເດືອນ ມິຖຸນາ ໃນທີ່ສຸດ ວິນສ ແມັກແມນ (Vince McMahon) ປະທານ ແລະ CEO ຂອງຄ້າຍມວຍປໍ້າອັນດັບໜຶ່ງຂອງໂລກຢ່າງ WWE ກໍປະກາດວາງມືຢ່າງເປັນທາງການແລ້ວ ໂດຍໃຫ້ເຫດຜົນວ່າຮອດເວລາແລ້ວທີ່ລາວຕ້ອງວາງມື.

ວິນສ ແມັກແມນ ຕົກເປັນຂ່າວວ່າໄປລັກມີຄວາມສຳພັນແບບຊູ້ສາວກັບລູກຈ້າງໃນບໍລິສັດ ທັ້ງໆທີ່ຕົນເອງມີພັນລະຍາ ແລະ ຄອບຄົວຢູ່ແລ້ວ ໂດຍ The Wall Street Journal ສຳນັກຂ່າວຊື່ດັງຂອງ ອາເມຣິກາ ລາຍງານວ່າ ວິນສ ແມັກແມນ ໄດ້ຈ່າຍເງິນ 12 ລ້ານໂດລາ ໃຫ້ກັບຜູ້ຍິງ 4 ຄົນທີ່ລາວມີຄວາມສຳພັນນຳ ເພື່ອແລກກັບການປິດປາກບໍ່ເອົາເລື່ອງນີ້ໄປເຜີຍແຜ່ຕໍ່ສາທາລະນະ.

Vince McMahon

ຈາກເຫດການທີ່ເກີດຂຶ້ນ ເຮັດໃຫ້ຄະນະບໍລິຫານຂອງ WWE ໄດ້ຕັ້ງຄະນະກຳມະການຂຶ້ນມາສອບສວນ ວິນສ ແມັກແມນ ທັນທີ. ນັ້ນເຮັດ ແມັກແມນ ຕ້ອງໄດ້ຍຸຕິບົດບາດຜູ້ບໍລິຫານ ແລະ CEO ຂອງ WWE ເປັນການຊົ່ວຄາວ ໂດຍໃຫ້ລູກສາວຢ່າງ ສະເຕຟານີ່ ແມັກແມນ ຂຶ້ນມາເຮັດໜ້າທີ່ນີ້ແທນ.

Vince McMahon

ຫຼັງວາງມືໄປຊົ່ວຄາວ ສຸດທ້າຍ ວິນສ ແມັກແມນ ກໍຕ້ອງຕັດສິນໃຈວາງມືຢ່າງຖາວອນ ນັ້ນໝາຍຄວາມວ່າ ແມັກແມນ ຈະບໍ່ມີສ່ວນຮ່ວມໃດໆໃນການຜະລິດມວຍປໍ້າ WWE ອີກຕໍ່ໄປ ໂດຍຈະໃຫ້ ສະເຕຟານີ່ ແມັກແມນ ລູກສາວຂອງລາວ ແລະ ນິກຄານ ປະທານ WWE ຄົນປັດຈຸບັນ ເຮັດໜ້າທີ່ເປັນ CEO ຮ່ວມ ໃຫ້ບໍລິຫານ WWE ຕໍ່ໄປ.

Vince McMahon

ໂດຍ ວິນສ ແມັກແມນ ກ່າວວ່າ “ຂ້ອຍກຳລັງອາຍຸຈະຄົບ 77 ປີ ຂ້ອງຮູ້ສຶກວ່າຮອດເວລາແລ້ວທີ່ຂ້ອຍຕ້ອງວາງມືຈາກຕຳແໜ່ງປະທານ ແລະ CEO ຂອງ WWE”

“ຂ້ອຍຢາກຂອບໃຈຄອບຄົວທີ່ມີສ່ວນສຳຄັນຕໍ່ຄວາມສຳເລັດຂອງເຮົາ ຂ້ອຍຢາກຂອບໃຈນັກມວຍປໍ້າທຸກຄົນ ທັງໃນອະດີດ ແລະ ປັດຈຸບັນ ລວມເຖິງພະນັກງານທຸກຄົນທີ່ເຮັດທຸກຢ່າງໃຫ້ກັບ WWE ຂອງເຮົາ”

“ທີ່ສຳຄັນທີ່ສຸດ ຂ້ອຍຢາກຂອບໃຈແຟນໆຂອງເຮົາ ທີ່ຍອມໃຫ້ເຮົາເຂົ້່າໄປຢູ່ໃນໂທລະພາບຂອງເຮືອນທ່ານໃນທຸກໆອາທິດ ໃນຖານະຄວາມບັນເທີງຂອງທ່ານ”

Vince McMahon

ສຳລັບ ວິນສ ແມັກແມນ ແມ່ນໄດ້ຮັບຄຳຍ້ອງຍໍໃຫ້ເປັນຄົນທີ່ມີອິດທິພົນທີ່ສຸດແຫ່ງວົງການມວຍປໍ້າ ຫຼັງດຳລົງຕຳແໜ່ງຜູ້ບໍລິຫານສະມາຄົມມວຍປໍ້າ WWE ມາຕັ້ງແຕ່ຍຸກ 80 ແລະ ເຮັດໃຫ້ WWE ກາຍເປັນມວຍປໍ້າທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນໂລກ ແລະ ມີອິດທິພົນຕໍ່ເບື້ອງຫຼັງຂອງ WWE ທຸກຢ່າງ ບໍ່ວ່າຈະເປັນການກຳນົດທິດທາງຂອງລາຍການ ລວມໄປຮອດ ກຳນົດບົດບາດຂອງນັກມວຍປໍ້າແຕ່ລະຄົນ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ