ສິດທິມະນຸດ

ໃນວັນທີ 13 ກໍລະກົດ 2022 ທ່ີຜ່ານມານີ້, ສປປ ລາວ ແລະ ສະຫະພາບຢູໂຣບ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 11 ຂຶ້ນ ທີ່ ສຳນັກງານໃຫຍ່ ສະຫະພາບຢູໂຣບ (ອີຢູ), ທີ່ ນະຄອນ ຫຼວງບຣັສເຊລ, ປະເທດເບວຢຽມ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດວງມະນີ ຍອດສີອຸດົມ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າຄະນະຜູ້ແທນຝ່າຍລາວ ແລະ ທ່ານ ນ. ບາບະຣາ ພຣິງເກີລ, ຫົວໜ້າກົມອາຊີຕາເວັນອອກ ແລະ ອາຊຽນ, ກຳມາທິການຕ່າງປະເທດຂອງສະຫະພາບຢູໂຣບ, ທັງເປັນຫົວໜ້າຄະນະຜູ້ແທນຂອງຝ່າຍສະຫະພາບຢູໂຣບ ແລະ ມີຜູ້ເຂົ້າຮ່ວມທີ່ມາຈາກກະຊວງຂະແໜງການກ່ຽວຂ້ອງຂອງ ສປປ ລາວ, ເປັນຕົ້ນແມ່ນ ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ນະຄອນຫລວງບຣັສເຊລ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສະຫະພາບຢູໂຣບ.

ສິດທິມະນຸດ

ໃນກອງປະຊຸມຄັ້ງນີ້ ສອງຝ່າຍໄດ້ສົນທະນາກັນ ແລະ ແລກປ່ຽນນໍາກັນຢ່າງກົງໄປກົງມາ ແລະ ສ້າງສັນ, ບົນພື້ນຖານຄວາມສະເໝີພາບ, ການເຄົາລົບ-ການເຂົ້າໃຈເຊິ່ງກັນແລະກັນ ກ່ຽວກັບຄວາມຄືບໜ້າໂດຍລວມ ໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດຂອງກັນ ແລະ ກັນໃນໜຶ່ງປີຜ່ານມາ ນັບແຕ່ການປຶກສາຫາລືຄັ້ງທີ 10 ໃນເດືອນກໍລະກົດ ປີ 2021 ທີ່ຜ່ານມາ, ເປັນຕົ້ນແມ່ນ ບັນຫາທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດສິດທິທາງດ້ານການເມືອງ ແລະ ພົນລະເຮືອນ, ສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ສິດທິຂອງແມ່ຍິງ, ເດັກນ້ອຍ, ສິດຂອງຄົນພິການ, ແລະ ສິດຂອງຊົນເຜົ່າ, ວຽກງານບັງຄັບປະຕິບັດກົດໝາຍຂອງເຈົ້າໜ້າທີ່, ການເຂົ້າເຖິງຂະບວນການຍຸຕິທໍາຂອງພົນລະເມືອງ, ການຮ່ວມມືກັບກົນໄກສິດທິມະນຸດພາກພື້ນ ແລະ ສາກົນ, ແລະ ບັນຫາອື່ນສະເພາະທີ່ສອງຝ່າຍມີຄວາມເປັນຫ່ວງ ແລະ ສົນໃຈຮ່ວມກັນ, ພ້ອມທັງຄວາມຄືບໜ້າໃນການກະກຽມຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງ ສປປ ລາວໃນປີ 2026 ສອງຝ່າຍ ໄດ້ຕີລາຄາສູງຄວາມພະຍາຍາມ ແລະ ຜົນສໍາເລັດຂອງການປະຕິບັດວຽກງານສິດທິມະນຸດຂອງກັນ ແລະ ກັນໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມສໍາຄັນຕໍ່ເວທີການປຶກສາຫາລືດັ່ງກ່າວ ໃນນາມທີ່ເປັນເວທີສໍາລັບການແລກປ່ຽນບົດຮຽນ, ປະສົບການ ແລະ ພາກປະຕິບັດທີ່ດີນໍາກັນໃນວຽກງານສິດທິມະນຸດ, ທັງເປັນເວທີ ໃນການໂຄສະນາເຜີຍແຜ່ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງເປັນທໍາຂອງພັກ-ລັດຖະບານ ແຫ່ງ ສປປ ລາວ ໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດ.

ນອກຈາກການພົບປະສົນທະນານໍາກັນແລ້ວ, ສະຫະພາບຢູໂຣບຍັງໄດ້ຈັດການສໍາມະນາພາຍໃຕ້ຫົວຂໍ້ “ການພັດທະນາຊາວໜຸ່ມ” ໃນວັນທີ 11 ກໍລະກົດ 2022 ໃນນາມເປັນກິດຈະກໍາຂ້າງຄຽງ, ໂດຍມີການເຂົ້າຮ່ວມຈາກສູນກາງຊາວໜຸ່ມ ແລະ ບັນດາສະມາຄົມຕ່າງໆຂອງ ສປປ ລາວ ແລະ ສະຫະພາບຢູໂຣບທີ່ເຮັດວຽກໃນຂົງເຂດຊາວໜຸ່ມ, ໂດຍມີຈຸດປະສົງເພື່ອແລກປ່ຽນບົດຮຽນ ແລະ ປະສົບການນໍາກັນ ໃນວຽກງານພັດທະນາຊາວໜຸ່ມ ແລະ ການມີສ່ວນຮ່ວມຂອງຊາວໜຸ່ມໃນການພັດທະນາ.

ກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບຢູໂຣບແມ່ນກົນໄກ ສົນທະນາແລກປ່ຽນຄຳຄິດຄຳເຫັນແບບບໍ່ເປັນທາງການ ທີ່ຈັດຂຶ້ນປີລະຄັ້ງ ໂດຍມີການຜັດປ່ຽນກັນເປັນເຈົ້າພາບ. ຄັ້ງທີ 12 ແມ່ນຈະຈັດຂຶ້ນຢູ່ ສປປ ລາວ ໂດຍຝ່າຍລາວຈະເປັນເຈົ້າພາບ.

ຂໍ້ມູນຈາກ: https://cutt.ly/RL398IE

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ