SUV

ໃນຫຼາຍປີທີ່ຜ່ານມາ ຫຼາຍບໍລິສັດເທັກໂນໂລຢີທົ່ວໂລກ ເລີ່ມຫັນມາໃຫ້ຄວາມສົນໃຈກັບ ອຸດສາຫະກຳລົດໄຟຟ້າຫຼາຍຂຶ້ນ  ບໍ່ວ່າຈະເປັນຊອຟແວ ຫຼື ຮາດແວ ທີ່ໃຊ້ໃນລົດໄຟຟ້າ ເຊັ່ນດຽວກັນກັບ Baidu search engine ຂອງຈີນ ທີ່ຕະຫຼອດ 2-3 ປີທີ່ຜ່ານມາ ໄດ້ໃຫ້ຄວາມສຳຄັນໃນການພັດທະນາເທັກໂນໂລຢີ AI ທີ່ໃຊ້ໃນລົດໄຟຟ້າ.

SUV

ຫຼ້າສຸດທາງ Baidu ໄດ້ເປີດຕົວລົດໄຟຟ້າຮຸ່ນໃໝ່ ຊື່ວ່າ  Apollo RT6 EV ເຊິ່ງໜຶ່ງໃນຈຸດເດັ່ນຂອງລົດຮຸ່ນນີ້ກໍຄື ລົດບໍ່ມີພວງມາໄລ ເພາະມາພ້ອມລະບົບໄຮ້ຄົນຂັບລະດັບ 4 (ຈາກ 5 ລະດັບ), ໂດຍມີ LiDAR ຫຼື ອຸປະກອນທີ່ກວດຈັບ ແລະ ຄາດຄະເນໄລຍະຫ່າງຂອງວັດຖຸເຖິງ 8 ຕົວ ແລະ ກ້ອງຮອບຄັນອີກ 12 ໜ່ວຍ. ດ້ວຍລະບົບໄຮ້ຄົນຂັບລະດັບ 4 ນີ້ ຈະເຮັດໃຫ້ລົດຄັນນີ້ສາມາດຂັບຂີ່ແບບອັດຕະໂນມັດໄດ້ເກືອບສົມບູນແບບ ສາມາດຂັບເຄື່ອນ ແລະ ຄວບຄຸມສະຖານະການສຸກເສີນໄດ້ ຈຶ່ງເຮັດໃຫ້ລົດຮຸ່ນນີ້ບໍ່ຈຳເປັນຕ້ອງມີພວງມາໄລກໍໄດ້.

SUV

ແຕ່ໃນກໍລະນີ ທີ່ຜູ້ໃຊ້ງານຕ້ອງການໃຊ້ງານ ພວງມາໄລ ລູກຄ້າກໍສາມາດແຈ້ງທາງບໍລິສັດໃຫ້ຕິດຕັ້ງພວງມາໄລມານຳ ກໍໄດ້ເຊັ່ນກັນ.

ສຳລັບລົດໄຟຟ້າຮຸ່ນນີ້ ທາງ Baidu ລະບຸວ່າເປັນລົດທີ່ Baidu ພັດທະນາເທັກໂນໂລຢີຕ່າງໆດ້ວຍຕົນເອງ ເຊັ່ນ ແບັດເຕີຣີ ຈຶ່ງເຮັດໃຫ້ຕົ້ນທຶນໃນການຜະລິດນັ້ນຕໍ່າລົງ. ໂດຍມີລາຄາຂາຍຢູ່ທີ່ຄັນລະ 250,000 ຢວນ

SUV

ທາງບໍລິສັດໄດ້ຕັ້ງເປົ້າຈະນຳລົດໄຟຟ້າຮຸ່ນນີ້ ມານຳໃຊ້ສຳລັບໃຫ້ບໍລິການແທັກຊີ່ ແບບໄຮ້ຄົນຄັບເທິງ Apollo Go ແພລັດຟອມເອີ້ນລົດຂອງບໍລິສັດທີ່ຈະໃຫ້ບໍລິການໃນປີໜ້າ. ດ້ວຍຕົ້ນທຶນໃນການຜະລິດທີ່ຖືກ ເຮັດໃຫ້ Baidu ສາມາດຜະລິດໃນຈຳນວນທີ່ຫຼາຍຂຶ້ນ ເພື່ອນຳໄປໃຫ້ບໍລິການແທັກຊີ່ໄຮ້ຄົນຂັບໄດ້ ແລະ ຄ່າໂດຍສານກໍຈະຖືກກວ່າລົດແທັກຊີ່ທົ່ວໄປເຖິງ 50% ອີກນຳ.

SUV

ເຊິ່ງແນວຄວາມຄິດ ລົດບໍ່ມີພວງມາໄລນີ້ ບໍ່ແມ່ນຫາກໍມີ ເພາະວ່າທາງ ອີລອນ ມັສ Elon Musk ຜູ້ບໍລິຫານຂອງ Tesla ກໍເຄີຍບອກວ່າຈະຜະລິດລົດໄຟຟ້າ ແບບບໍ່ມີພວງມາໄລ ເພື່ອມາໃຫ້ບໍລິການແທັກຊີ່ໄຮ້ຄົນຂັບ ພາຍໃນປີ 2024. ຫຼື Alphabet ບໍລິສັດແມ່ຂອງ Google ກໍເຄີຍບອກວ່າຈະໃຫ້ບໍລິການແທັກຊີ່ໄຮ້ຄົນຂັບ ແບບບໍ່ມີພວງມາໄລ ໃນອີກ 2-3 ປີທາງໜ້າ.

ຢ່າງໃດກໍຕາມ ເຖິງແມ່ນວ່າບໍລິສັດໃຫຍ່ໆເຫຼົ່ານີ້ ຈະສາມາດພັດທະນາແທັກຊີ່ໄຮ້ຄົນຂັບອອກມາໄດ້ແລ້ວ ແຕ່ການທີ່ຈະໃຫ້ບໍລິການແທ້ໆນັ້ນ ກໍຕ້ອງໄດ້ຮັຍອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງ ຂອງແຕ່ລະປະເທດກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ