ໄຟຟ້າພະລັງງານແສງຕາເວັນ

ໂດຍທົ່ວໄປແລ້ວ ເຮົາຈະລຶ້ງເຄີຍກັບການເຫັນແຜງພະລັງງານແສງຕາເວັນ ຫຼື ໂຊລາເຊລແບບກາງແຈ້ງ ຕອນແດດແຮງໆ ເພື່ອກັກເກັບພະລັງງານແສງຕາເວັນມາເປັນໄຟຟ້າ. ແຕ່ຫຼ້າສຸດ ນັກວິທະຍາສາດຈາກ University of New South Wales ປະເທດອອສເຕຣເລຍ ສາມາດຜະລິດໄຟຟ້າພະລັງງານແສງຕາເວັນໃນຕອນກາງຄືນໄດ້! ອາດຈະເປັນພະລັງງານທົດແທນຢ່າງບໍ່ມີສິ້ນສຸດໃນອະນາຄົດ.

ໄຟຟ້າພະລັງງານແສງຕາເວັນ

ທີມນັກວິໄຈທີ່ໄດ້ວິໄຈນະວັດຕະກຳດັ່ງກ່າວ ໄດ້ໃຊ້ Thermoradiative diode ເປັນເທັກໂນໂລຢີດຽວກັນກັບກ້ອງສ່ອງດາວຕອນກາງຄືນ ເຂົ້າມາຊ່ວຍ ເຊິ່ງມັນຈະໃຊ້ແສງອິນຟາເຣດໃນການຈັບພະລັງງານ.

ໄຟຟ້າພະລັງງານແສງຕາເວັນ

ຢ່າງໃດກໍຕາມ ນີ້ຍັງເປັນພຽງຂັ້ນຕອນການທົດລອງ ມັນຍັງຜະລິດພະລັງງານໄດ້ໃນປະລິມານໜ້ອຍ ແຕ່ນັກວິໄຈຊີ້ວ່າ ມັນເປັນແນວທາງທີ່ໜ້າສົນໃຈ ແລະ ຍິ່ງໃຫຍ່ ສາມາດຕໍ່ຍອດໄດ້ໃນອະນາຄົດ ພວກເຂົາອາດຈະເອົາເທັກໂນໂລຢີ Thermoradiative diode ມາລວມກັບແຜງໂຊລາເຊລ ເພື່ອຜະລິດພະລັງງານແສງຕາເວັນໃນຕອນກາງຄືນ.

ໄຟຟ້າພະລັງງານແສງຕາເວັນ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ