ປະຊາຊົນຢີ່ປຸ່ນ

ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງລັດຖະບານຍີ່ປຸ່ນແມ່ນໄດ້ວາງແຜນທີ່ຈະຈັດພິທີງານສົບໃຫ້ກັບ ອະດີດນາຍົກລັດຖະມົນຕີ ຊິນໂຊ ອາເບະ ທີ່ຖືກຄົນຮ້າຍລອບສັງຫານເມື່ອວັນທີ 8 ກໍລະກົດທີ່ຜ່ານມາ ເຊິ່ງງານສົບດັ່ງກ່າວເປັນຮູບແບບລັດພິທີ (State Funeral) ໃນວັນທີ 27 ກັນຍານີ້ ເພື່ອເປັນກຽດໃຫ້ກັບອະດີດນາຍົກລັດຖະມົນຕີທີ່ດຳລົງຕໍາແໜ່ງຍາວນານທີ່ສຸດໃນປະຫວັດສາດການເມືອງຍີ່ປຸ່ນ.

ໂດຍພິທີງານສົບນີ້ແມ່ນໄດ້ມີການກະກຽມຈັດຂຶ້ນທີ່ ສະໜາມກິລາ ນິບປອນ ບູໂດກັນ (Nippon Budokan) ເຊິ່ງຢູ່ນະຄອນໂຕກຽວ ເມືອງຫຼວງຂອງຍີ່ປຸ່ນ ແລະ ຄ່າໃຊ້ຈ່າຍທັງໝົດແມ່ນລັດຖະບານຈະເປັນຜູ້ຮັບຜິດຊອບ ເຊິ່ງຄາດວ່າຄະນະລັດຖະມົນຕີຍີ່ປຸ່ນຈະລົງນາມຮັບຮອງແຜນດັ່ງກ່າວໃຫ້ໄວທີ່ສຸດພາຍໃນມື້ນີ້ (22 ກໍລະກົດ 2022).

ປະຊາຊົນຢີ່ປຸ່ນ

ທັງນີ້ ແຜນການກ່ຽວກັບພິທີງານສົບທີ່ກ່າວມານັ້ນໄດ້ມີປະຊາຊົນບາງສ່ວນຄັດຄ້ານ ເນື່ອງຈາກເຂົາເຈົ້າເບິ່ງວ່າ ຊິນໂຊ ອາເບະ ເປັນນາຍົກລັດຖະມົນຕີທີ່ປະເຊີນກັບຂ່າວດ້ານລົບຫຼາຍຢ່າງ ໃນລະຫວ່າງວາລະທີ່ຍັງດຳລົງຕໍາແໜ່ງເປັນຜູ້ນຳ ຂະນະປະຊາຊົນບາງສ່ວນເບິ່ງວ່າການຈັດພິທີຂະໜາດໃຫຍ່ແບບນີ້ຈຳເປັນຕ້ອງໃຊ້ເງິນພາສີຈຳນວນຫຼາຍ ແລະ ຄົນບາງກຸ່ມກໍເບິ່ງວ່າພັກ Liberal Democratic Party (LDP) ເຊິ່ງເປັນພັກທີ່ອາເບະລົງຫາສຽງຊ່ວຍເຫຼືອໃນການເລືອກຕັ້ງ ພະຍາຍາມໃຊ້ປະໂຫຍດຈາກການເສຍຊີວິດຂອງອາເບະເພື່ອມາເອີ້ນເອົາຄະແນນນິຍົມ.

ປະຊາຊົນຢີ່ປຸ່ນ

ນອກຈາກນີ້ ສື່ໃຫຍ່ຂອງຍີ່ປຸ່ນຢ່າງສະຖານີໂທລະທັດ NHK ກໍໄດ້ເຮັດແບບສອບຖາມສຳຫຼວດກ່ຽວກັບປະເດັນດັ່ງກ່າວ ໃນລະຫວ່າງວັນທີ 16-18 ກໍລະກົດ ເຊິ່ງຜົນປາກົດວ່າ 49% ຂອງຜູ້ຕອບແບບສອບຖາມແມ່ນຍິນດີກັບການຈັດພິທີສົບຂອງລັດຖະບານຍີ່ປຸ່ນ ແຕ່ໃນຂະນະທີ່ 38% ແມ່ນບໍ່ເຫັນດີນຳເລື່ອງນີ້ ເຊິ່ງຖືໄດ້ວ່າເປັນສັດສ່ວນທີ່ຂ້ອນຂ້າງສູງ.

ເຖິງປະຊາຊົນຈະສຽງແຕກກ່ຽວກັບກໍລະນີດັ່ງກ່າວ ແຕ່ທ້າຍທີ່ສຸດແລ້ວນັ້ນອຳນາດການຕັດສິນໃຈໃນຂັ້ນສຸດທ້າຍແມ່ນຈະຂຶ້ນກັບ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນຄົນປັດຈຸບັນ ເຊິ່ງຟູມິໂອະນັ້ນຈຳເປັນຕ້ອງຕັດສິນໃຈຢ່າງໄວວາ ເນື່ອງຈາກວ່າພິທີງານສົບຈະມີບຸກຄົນສຳຄັນຈາກຕ່າງປະເທດມາເຂົ້າຮ່ວມໄວ້ອາໄລເປັນຈຳນວນຫຼາຍ ດ້ວຍເຫດນັ້ນຈະສົ່ງຜົນໃຫ້ທາງຄະນະລັດຖະມົນຕີຍີ່ປຸ່ນຕ້ອງເລັ່ງຍົກລະດັບມາດຕະການຮັກສາຄວາມປອດໄພ ແລະກຽມພ້ອມສຳລັບການເຈລະຈາທາງການທູດກັບປະເທດອື່ນໆ ອີກພ້ອມ.

ປະຊາຊົນຢີ່ປຸ່ນ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ