ໝາກສຸກລີງ

ໃນຄ່ຳຄືນຂອງວັນທີ 21 ກໍລະກົດ ສຳນັກຂ່າວຫຼາຍສຳນັກຂອງໄທໄດ້ລາຍງານວ່າ ອະທິບໍດີກົມຄວບຄຸມໂຣກໄດ້ອອກມາຢືນຢັນວ່າ ພົບຜູ້ປ່ວຍໂຣກໝາກສຸກລີງຄົນທຳອິດໃນປະເທດໄທແລ້ວ ໂດຍຜູ້ປ່ວຍຄົນດັ່ງກ່າວແມ່ນຊາວໄນຈີເຣຍ, ເພດຊາຍ, ອາຍຸ 27 ປີ ເຊິ່ງມີປະຫວັດການເດີນທາງມາຈາກປະເທດໄນຈີເຣຍ.

ຜ່ານການໃຫ້ຂໍ້ມູນອາການປ່ວຍພົບວ່າ ເມື່ອ 1 ອາທິດກ່ອນ ຊາຍຄົນນີ້ ມີອາການໄຂ້, ໄອ, ເຈັບຄໍ, ມີນ້ຳມູກ, ມີຜື່ນແດງ, ຕຸ່ມນູນແດງ, ຕຸ່ມໜອງ ເລີ່ມຈາກອະໄວຍະວະເພດໄປຮອດໃບໜ້າ, ລຳຕົວ, ແຂນ ແລະຈາກການເກັບຕົວຢ່າງເພື່ອກວດຫາເຊື້ອໂຣກ ເບື້ອງຕົ້ນຜົນການກວດ PCR ພົບເຊື້ອໄວຣັສໝາກສຸກລີງ (Monkeypox virus) ໂດຍຫ້ອງປະຕິບັດການທີ່ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລ (TRC-EIDCC) ແລະຕໍ່ມາກໍໄດ້ຮັບການຢືນຢັນໂດຍຫ້ອງປະຕິບັດການກົມວິທະຍາສາດການແພດ ເຊິ່ງຜູ້ປ່ວຍຄົນນີ້ແມ່ນໄດ້ຮັບການປິ່ນປົວທີ່ໂຮງໝໍຂອງແຂວງພູເກັດ.

ຕໍ່ມາໃນວັນທີ 22 ກໍລະກົດນີ້ ມີລາຍງານວ່າຜູ້ປ່ວຍຊາວໄນຈີເຣຍຄົນນີ້ ໄດ້ຂັບລົດຫຼົບໜີອອກຈາກໂຮງໝໍໃນຕອນກາງຄືນຂອງມື້ດຽວກັນທີ່ກວດພົບເຊື້ອ ເຊິ່ງໃນຂະນະນີ້ແມ່ນຍັງຢູ່ລະຫວ່າງການຕິດຕາມ ແລະ ຈະມີການຖະແຫຼງການເພີ່ມຕື່ມຈາກເຈົ້າແຂວງພູເກັດໃນໄວໆ ນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ