ແຂວງວຽງຈັນ

ກອງບັນຊາການປ້ອງກັນຄວາມສະຫງົບແຂວງວຽງຈັນ ພວມເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ພາຍໃນແຂວງຢ່າງຕັ້ງໜ້າ, ຍັງພົບຂໍ້ຫຍຸ້ງຍາກແລະສິ່ງທ້າທາຍບາງດ້ານຕໍໍ່ການຈັດຕັ້ງວາລະແຫ່ງຊາດໂດຍສະເພາະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ພັນໂທ ຄຳຟອງ ວົງດາລາແສນ ຮອງຫົວຫນ້າກອງບັນຊາການປ້ອງກັັນຄວາມສະຫງົບແຂວງວຽງຈັນໃຫ້ສຳພາດວ່າ: ນັບແຕ່ກາງເດືອນຕຸລາ 2021 ຫາເດືອນເມສາປີນີ້ ກອງບັນຊາການ ປກສ ແຂວງ ໄດ້ເຄື່ອນໄຫວວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ໜຶ່ງໃນນັ້ນໄດ້ກຳນົດວາລະແຫ່ງຊາດທີ່ລັດຖະບານວາງອອກເປັນໜ້າທີ່ຂອງຕົນ. ຜ່ານການເຄື່ອນໄຫວວຽກງານຜ່ານມາ ເຫັນວ່າປັດຈຸບັນສັງຄົມມີຄວາມເຂົ້າໃຈແລະປະຊາຊົນໄດ້ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານການຈັດຕັ້ງປະຕິບັດມີຄວາມສະດວກຂຶ້ນຫຼາຍ, ຍ້ອນວ່າທາງກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ແບ່ງໜ້າທີ່ຮັບຜິດຊອບ ແລະ ລົງເຄື່ອນໄຫວທ້ອງຖິ່ນຕ່າງໆຕາມຮັບຜິດຊອບຂອງຕົນ. ມາຮອດປັດຈຸບັນສາມາດເຜີຍແຜ່ນິຕິກໍາຕ່າງໆໃຫ້ປະຊາຊົນໄດ້ 222 ບ້ານໃນຈໍານວນ 224 ບ້ານໃນທົ່ວແຂວງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ນັບແຕ່ເດືອນຕຸລາ 2021 ມາຮອດເດືອນ ມິນາ 2022 ສາມາດແກ້ໄຂເປົ້າໝາຍ ແລະຍຶດຂອງກາງໄດ້ຈໍານວນຫຼວງຫຼາຍ ເປັນຕົ້ນ ຍຶດຢາບ້າ 3 ລ້ານກວ່າເມັດ, ລົດໃຫຍ່ 13 ຄັນ, ລົດຈັກ ແລະ ອື່ນໆຈໍານວນຫຼວງຫຼາຍ.

ແຂວງວຽງຈັນ

ພັນໂທ ຄຳຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການປ້ອງກັັນຄວາມສະຫງົບແຂວງວຽງຈັນໃຫ້ຮູ້ອີກວ່າ: ໄປຄຽງຄູ່ກັບການປະຕິບັດວຽກງານທີ່ຜົນດີຫຼາຍດ້ານນັ້ນ ແຕ່ກໍຍັງມີບາງດ້ານຍັງພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເປັນຕົ້ນແມ່ນ ດ້ານງົບປະມານໃນການເຄື່ອນໄຫວຈັດຕັ້ງປະຕິບັດຍັງຈຳກັດ, ປະຊາຊົນຈຳນວນໜຶ່ງຍັງບໍ່ທັນເຂົ້າໃຈ ແລະບໍ່ປະກອບສ່ວນເຂົ້າໃນວຽກງານນີ້ເທົ່າທີ່ຄວນ ສ່ວນໃຫຍ່ແມ່ນປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກຍັງຖືເບົາ ເຊິ່ງເປັນບັນຫາໜຶ່ງທີ່ເປັນສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ.

ແຂວງວຽງຈັນ

ນອກຈາກນີ້ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ອົງການປົກຄອງແຂວງພວມສືບຕໍ່ແກ້ໄຂບັນຫາການຈັດສັນພື້ນຖານໂຄງລ່າງເພື່ອບໍາບັດຜູ້ຖືກເຄາະຮ້າຍ ໂດຍສະເພາະສູນບໍາບັດຄົນຕິດຢາເສບຕິດທີ່ມີຄວາມຫຍຸ້ງຍາກ ເນື່ອງຈາກສະຖານທີ່ຮອງຮັບບໍ່ພຽງພໍ ເຊິ່ງປັດຈຸບັນ ແຂວງໄດ້ກຽມສະຖານທີ່ເພື່ອບຳບັດຜູ້ຕິດຢາເສບຕິດຢູ່ເຂດຫ້ວຍເດື່ອ ເມືອງໂພນໂຮງ ໃຫ້ເປັນ ສູນບໍາບັດຜູ້ຕິດຢາເສບຕິດຂອງແຂວງ ຄາດວ່າຮອດທ້າຍປີ 2023 ຈະໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານນີ້ຢ່າງຮອບດ້ານ.

ແຂວງວຽງຈັນ

ຂໍ້ມູນຈາກ: https://cutt.ly/6L0dzg9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ