ກ່ອງຢືນຫຼັບ

ຍີ່ປຸ່ນເອີ້ນໄດ້ວ່າເປັນປະເທດໜຶ່ງໃນໂລກທີ່ພະນັກງານຫ້ອງການມັກຈະເຮັດວຽກໜັກ ແລະ ເກີນເວລາ ເຊິ່ງນັ້ນເຮັດໃຫ້ເຂົາເຈົ້າມັກຈະເກີດຄວາມອ່ອນເພຍໃນລະຫວ່າງມື້ຂອງການເຮັດວຽກ ເນື່ອງຈາກການພັກຜ່ອນບໍ່ພຽງພໍຂອງເຂົາເຈົ້າ ເພື່ອເປັນການຫາທາງອອກສຳລັບບັນຫານີ້ ບໍລິສັດໃນຍີ່ປຸ່ນໄດ້ເກີດໄອເດຍປະດິດ “ກ່ອງຢືນຫຼັບ” ເພື່ອຫວັງໃຫ້ພະນັກງານຫ້ອງການໄດ້ພັກຜ່ອນໃນລະຫວ່າງມື້ຫຼັງຈາກທີ່ເຮັດວຽກໜັກ.

ກ່ອງຢືນຫຼັບ

ໂດຍບໍລິສັດທີ່ກ່າວມານັ້ນມີຊື່ວ່າ ອິໂຕກິ (Itoki) ເຊິ່ງເປັນບໍລິສັດທີ່ຊ່ຽວຊານດ້ານເຟີນິເຈີ້ທີ່ຕັ້ງຢູ່ ນະຄອນໂຕກຽວ ປະເທດຢີ່ປຸ່ນ ໄດ້ຮ່ວມມືກັບ ໂຄໂຍຈູ ໂກຮັງ (Koyoju Gohan) ບໍລິສັດຈັດຫາໄມ້ ເຊັນສັນຍາອະນຸຍາດ ເພື່ອເດີນໜ້າຂະບວນການຜະລິດນະວັດຕະກໍາອັນໃໝ່ນີ້ຂຶ້ນມາ ເຊິ່ງໃນຂະນະນີ້ແມ່ນຍັງຢູ່ໃນຂັ້ນຕອນຂອງການອອກແບບ.

ການເຮັດວຽກຂອງກ່ອງຢືນຫຼັບນີ້ ແມ່ນຜູ້ໃຊ້ຈະຕ້ອງເຂົ້າໄປຢືນຫຼັບໃນກ່ອງດັ່ງກ່າວ ໂດຍທາງໃນຂອງກ່ອງຈະມີສ່ວນທີ່ຮອງຮັບຫົວ, ຫົວເຂົ່າ ແລະຫຼັງ ເພື່ອໃຫ້ຜູ້ໃຊ້ໄດ້ພັກຕົວໄດ້ຢ່າງສະບາຍ ໂດຍຜູ້ຜະລິດກ່ອງນີ້ມີຄວາມຫວັງວ່າ ອຸປະກອນນີ້ຈະສາມາດຊ່ວຍໃຫ້ພະນັກງານຫ້ອງການສາມາດນອນຫຼັບໃນລະຫວ່າງມື້ (ໂດຍທີ່ກ່າວມາແມ່ນການອອກແບບໃນເບື້ອງຕົ້ນເທົ່ານັ້ນ).

ກ່ອງຢືນຫຼັບ


“ໃນຍີ່ປຸ່ນມີຫຼາຍຄົນທີ່ເຂົ້າໄປນອນຫຼັບໃນຫ້ອງນ້ຳ ເຊິ່ງຂ້ອຍບໍ່ຄິດວ່າມັນຖືກສຸຂະອະນາໄມ ຄວນຈະຫຼັບໃນບ່ອນທີ່ສະບາຍກວ່ານີ້” ຜູ້ອໍານວຍການຝ່າຍສື່ສານຂອງບໍລິສັດອິໂຕກິ ໄດ້ກ່າວພ້ອມກັບຍ້ຳອີກນໍາວ່າ ມີຄວາມຫວັງວ່າບໍລິສັດຕ່າງໆ ຈະເລີ່ມໃຊ້ອຸປະກອນນີ້ ເພື່ອພັກຜ່ອນຈາກການເຮັດວຽກ.

ທັງນີ້ ອ້າງອີງຂໍ້ມູນຈາກກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຍີ່ປຸ່ນລະບຸວ່າ ໃນປີ 2021 ຄະດີຄວາມດ້ານສຸຂະພາບຈິດທີ່ມີຄວາມກ່ຽວຂ້ອງກັບການເຮັດວຽກ ພົບວ່າມີການຟ້ອງຮ້ອງກັນປະມານ 2,346 ກໍລະນີ ເຊິ່ງຫຼາຍກວ່າປີ 2020 ເຖິງ 295 ກໍລະນີ, ສາເຫດສ່ວນຫຼາຍແມ່ນມາຈາກການໃຊ້ອໍານາດຂອງເຈົ້ານາຍ ແລະພາລະໜ້າທີ່ທີ່ປ່ຽນແປງເພີ່ມຂຶ້ນໄປຈາກເກົ່າ.

ກ່ອງຢືນຫຼັບ

ຢ່າງໃດກໍດີ ເຖິງແມ່ນວ່າອຸປະກອນກ່ອງຢືນຫຼັບທີ່ອອກມາໃໝ່ນີ້ອາດຈະບໍ່ໄດ້ເຂົ້າໄປແກ້ໄຂບັນຫາທີ່ຕົ້ນເຫດ ແຕ່ວ່າການສະໜັບສະໜູນໃຫ້ມີການພັກຜ່ອນລະຫວ່າງມື້ກໍອາດເປັນຜົນດີກັບພະນັກງານທີ່ຈະໄດ້ພັກຫຼາຍຂຶ້ນຈາກການເຮັດວຽກໜັກ. ໃນອີກດ້ານໜຶ່ງບໍລິສັດເອງກໍໄດ້ປະໂຫຍດກັບປະສິດທິພາບຂອງການເຮັດວຽກຈາກພະນັກງານທີ່ອາດຈະເພີ່ມຂຶ້ນໄດ້ອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ