ສີສຸພົນ ອັກຄະວົງ

ສີສຸພົນ ອັກຄະວົງ (ວິກຕໍ້) ກອງກາງ ເບີ 9 ນັກເຕະທີມຊາດລາວ U19 ໄວໜຸ່ມຜູ້ທີ່ຮັກ ແລະ ມັກກິລາບານເຕະມາຕັ້ງແຕ່ອາຍຸຍັງນ້ອຍ ເຊິ່ງມີຄວາມຫຼົງໃຫຼຕັ້ງແຕ່ ສປປ ລາວ ເປັນກຽດໄດ້ເປັນເຈົ້າພາບຊີເກມ 2009, ເປັນເຫດຜົນທີ່ເຮັດໃຫ້ນ້ອງມີແຮງກຳລັງໃຈ, ແຮງຊຸກຍູ້ ທີ່ຈະເຮັດໃຫ້ຕົນເອງຕິດທີມຊາດ ແລະ ກໍໄດ້ເລີ່ມຝຶກຊ້ອມຫຼໍ່ຫຼອມຕົນເອງ ຕັ້ງແຕ່ມື້ນັ້ນຈົນຮອດປັດຈຸບັນ ກໍໄດ້ເປັນນັກເຕະທີມຊາດລາວ ລົງແຂ່ງຕົວຈິງໃນສະໜາມການແຂ່ງຂັນເຕະບານ. ເມື່ອບໍ່ດົນມານີ້ ທີມຊາດລາວ U19 ໄດ້ແຂ່ງຂັນ AFF U19 Championship 2022 ສາມາດຄວ້າໄຊຊະນະອັນດັບທີ 2 ມາຄອບຄອງ ສ້າງປະຫວັດສາດໃຫ້ແກ່ວົງການເຕະບານ ຊະນະການແຂ່ງຂັນ 5 ນັດຕິດຕໍ່ກັນ, ໃນການຍິງປະຕູ (ວິກຕໍ້) ກໍເປັນຄົນໜຶ່ງທີ່ສ້າງປະຕູໃຫ້ແກ່ກັບທີມໃນນັດແຂ່ງກັບປະເທດສິງກະໂປໃນປະຕູທີ 2. ນອກຈາກນີ້ U16 ຮອບຄັດເລືອກ ກໍຍັງສ້າງຜົນງານດີເດັ່ນເຊັ່ນດຽວກັນ. ນອກຈາກຈະເກັ່ງເລື່ອງເຕະບານແລ້ວ ຍັງມີຄວາມໂດດເດັ່ນທາງດ້ານດົນຕີ ໂດຍສາມາດຫຼິ້ນກີຕ້າ-ຮ້ອງເພງໄດ້, ຜ່ານມາເຄີຍເປັນນັກສະແດງ ແລະ ຖ່າຍແບບອີກດ້ວຍ. ທາງທີມຂ່າວໄດ້ມີໂອກາດສຳພາດເລັກໜ້ອຍກ່ຽວກັບໄວໜຸ່ມຄົນນີ້ ຈະເປັນແນວໃດນັ້ນທຸກຄົນສາມາດຕິດຕາມໄປພ້ອມກັນໄດ້ເລີຍ.

ສີສຸພົນ ອັກຄະວົງ

1.ສະບາຍດີ ແນະນຳຊື່ກັບອາຍຸໃຫ້ຮູ້ແດ່?

ສະບາຍດີ ນ້ອງມີຊື່ວ່າ ສີສຸພົນ ອັກຄະວົງ ຫຼື ວິກຕໍ້.

2.ເປັນຫຍັງຈຶ່ງມາເປັນນັກເຕະ? ເລີ່ມເຕະບານແຕ່ອາຍຸຈັກປີ?

ຍ້ອນນ້ອງມີຄວາມມັກຮັກໃນກິລາບານເຕະມາຕັ້ງແຕ່ນ້ອຍ ແລະ ຍ້ອນມີທີມຊາດຊຸດຊີເກມ ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບ ໃນປີ 2009 ເຊິ່ງເປັນແຮງຊຸກຍູ້ໃຫ້ນ້ອງຢາກຕິດທີມຊາດ ແລະ ນ້ອງກໍໄດ້ເລີ່ມຝຶກຊ້ອມແຕ່ຕອນນັ້ນເປັນຕົ້ນມາ.

ສີສຸພົນ ອັກຄະວົງ

3.ນ້ອງມີນັກເຕະຄົນໃດທີ່ມັກທີ່ສຸດ?

ນ້ອງບໍ່ມີນັກເຕະທີ່ມັກແບບຕາຍຕົວ ແຕ່ນ້ອງເບິ່ງເປັນທີມ ມັກເປັນທີມ ກໍຄືທີມ Liverpool.

4.ນອກຈາກເຕະບານແລ້ວ ນ້ອງເຮັດຫຍັງແດ່?

ນອກຈາກເຕະບານແລ້ວ ນ້ອງສາມາດຫຼິ້ນກີຕ້າ, ຮ້ອງເພງ, ເຄີຍຖ່າຍຊີຣີ້ ແລະ ຖ່າຍແບບຕ່າງໆ.

ສີສຸພົນ ອັກຄະວົງ

5.ປັດຈຸບັນ ນ້ອງກຳລັງສຶກສາຢູ່ໃສ?

ປັນຈຸບັນ ນ້ອງສຶກສາຢູ່ທີ່ຄະນະລັດຖະສາດ ແລະ ນິຕິສາດ ສາຂາວິຊາພົວພັນສາກົນ.

6. ມີຄວາມຮູ້ສຶກແນວໃດກັບການເຕະບານໃນຄັ້ງນີ້ທີ່ສ້າງປະຫວັດສາດວົງການບານເຕະ?

ມີຄວາມຮູ້ສຶກພາກພູມໃຈສຸດໆ ທີ່ໄດ້ເປັນສ່ວນຮ່ວມໃນທີມຊຸດນີ້ ພວກເຮົາເຮັດວຽກໜັກບໍ່ວ່າຈະເປັນທາງ ຄູຝຶກ, ທີມງານທຸກຄົນ ຫຼື ນັກກິລາ ລ້ວນແຕ່ເປັນກຽດທີ່ໄດ້ເຮັດເພື່ອປະເທດຊາດໃຫ້ກ້າວໜ້າຂຶ້ນໄປ ແລະ ພວກເຮົາຈະສືບຕໍ່ຮັກສາມູນເຊື້ອນີ້ໄວ້.

ສີສຸພົນ ອັກຄະວົງ

7.ອະນາຄົດ ນ້ອງຢາກຈະເປັນນັກເຕະມືອາຊີບຢູ່ບໍ່?

ແນ່ນອນ ອະນາຄົດນ້ອງຢາກເປັນນັກກິລາອາຊີບ ຢາກເປັນຄູຝຶກ ເພື່ອຈະໄດ້ເອົາບົດຮຽນ ແລະ ປະສົບການທີ່ມີ ຖ່າຍທອດໃຫ້ຮຸ່ນຕໍ່ໆໄປໄດ້ອີກ.

ຖືໄດ້ວ່າເປັນນັກກິລາຄົນໜຶ່ງທີ່ມີຫຼາຍດ້ານທີ່ໜ້າສົນໃຈ ມີຫຼາຍສິ່ງທີ່ໜ້າຄົ້ນຫາ ແລະ ທີ່ສຳຄັນມີຄວາມຝັນເປັນຂອງຕົນເອງ, ມີຄວາມຄິດຢາກສ້າງສາພັດທະນາວົງການບານເຕະໃຫ້ມີການພັດທະນາຍິ່ງໆຂຶ້ນໄປ ແລະ ພ້ອມທີ່ຈະຮັກສາມູນເຊື້ອໄວ້ໃຫ້ໄດ້ນານທີ່ສຸດເທົ່າທີ່ຈະເຮັດໄດ້.

ສີສຸພົນ ອັກຄະວົງ

ບົດສຳພາດໂດຍ: ສີສຸພົນ ອັກຄະວົງ https://cutt.ly/0LBdvZy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ