The Chainsmokers ເປັນອີກວົງໜຶ່ງທີ່ໂດ່ງດັງ ມີເພງຫຼາກຫຼາຍເພງທີ່ຕິດຫູຕິດໃຈຄົນຟັງ ແລ້ວບາງຄົນກໍຕິດນັກຮ້ອງໄປນຳ ເພາະນອກຈາກເພງຈະມ່ວນແລ້ວ ຮູບຮ່າງໜ້າຕາຍັງດູດີ. ຫຼ້າສຸດ ກໍໄດ້ມີຂ່າວທີ່ສ້າງຄວາມຕື່ນເຕັ້ນໃຫ້ແຟນໆ ແລະ ຕົວນັກຮ້ອງເອງ ເຊິ່ງ 2 ໜຸ່ມກໍຈະໄດ້ຂຶ້ນໂຊຄອນເສີດຢູ່ເທິງອະວະກາດໃນປີ 2024.

Drew Taggart ແລະ Alex Pall ໄດ້ເຊັນສັນຍາກັບບໍລິສັດທ່ອງທ່ຽວອະວະກາດ World View, ໃນການເດີນທາງໄປສະແດງຄອນເສີດນັ້ນ ພວກເຂົາຈະຢູ່ໃນແຄັບຊູນເທິງອະວະກາດ ທີ່ມີການຮັກສາຄວາມດັນອາກາດພາຍໃນ (Pressurised Capsule) ທີ່ມັດຕິດກັບບອລລູນພິເສດ ແລະ ຈະບັນທຶກການສະແດງ ປະກອບກັບບົດເພງຍອດນິຍົມຂອງເຂົາທັງສອງ ເຊິ່ງຈະມີໄລຍະຫ່າງຈາກໂລກປະມານ 32 ກິໂລແມັດ.

ທ່ານ Ryan Hartman ຊີອີໂອຂອງບໍລິສັດ  World View ເປີດເຜີຍຜ່ານສື່ Associated Press ວ່າ ໂປຣເຈັກດັ່ງກ່າວ ແມ່ນຢາກໃຫ້ວົງ The Chainsmokers ກາຍເປັນສິລະປິນວົງທໍາອິດທີ່ສ້າງປະຫວັດສາດ ໄດ້ຂຶ້ນໄປສະແດງຄອນເສີດໄກເຖິງນອກໂລກ ເພາະຜ່ານມາສ່ວນຫຼາຍແລ້ວ ກໍຈະມີແຕ່ນັກວິທະຍາສາດທີ່ຂຶ້ນໄປ ຫຼື ບັນດານັກວິສະວະກອນ. ການທີ່ໃຫ້ສິລະປິນຂຶ້ນໄປ ຫວັງວ່າຈະສ້າງແຮງບັນດານໃຈໃຫ້ພວກເຂົາເຮັດສິ່ງໃໝ່ທີ່ແຕກຕ່າງ ທີ່ທາງນັກອະວະກາດບໍ່ເຄີຍເຮັດມາກ່ອນ ອາດຈະມີຄວາມກະຕື້ລືລົ້ນ ຫຼື ສິ່ງແປກໃໝ່ອື່ນໆ ກໍເປັນໄປໄດ້.

ສາເຫດທີ່ເລືອກ The Chainsmokers ເພາະ CEO ເຄີຍຟັງເພງຂອງພວກເຂົາທັງສອງ ແລະ ເພງຈະເຂົ້າເຖິງຄົນຈຳນວນຫຼາຍ ບໍ່ເຈາະຈົງກຸ່ມຄົນທີ່ຈະຟັງ ບໍ່ວ່າຈະໄວໃດກໍຟັງໄດ້, ພ້ອມກັນນີ້ ທັງດົນຕີ ແລະ ສິລະປະ ມັນຕອບໂຈດມັນເຂົ້າກັນກັບບາງຢ່າງ ທີ່ທາງບໍລິສັດ World View ກໍາລັງຈະເຮັດຢູ່.

ທາງດ້ານ The Chainsmokers ກໍຕື່ນເຕັ້ນ ແລະ ມີຄວາມໃຝ່ຝັນທີ່ຢາກຂຶ້ນໄປເທິງອະວະກາດມາໂດຍຕະຫຼອດ ພ້ອມທັງດີໃຈທີ່ໄດ້ຮ່ວມງານກັບ World View ສໍາລັບການຜະຈົນໄພ ແລະ ປະສົບການແບບນີ້. ພວກເຂົາຫວັງວ່າຈະສ້າງແຮງບັນດານໃຈ, ສ້າງພະລັງ ໃນການເຮັດຜົນງານໃນອະນາຄົດເຊັ່ນດຽວກັນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ