TESLA

ມື້ນີ້ 21 ກໍລະກົດ 2022 ສຳນັກຂ່າວ BBC ລາຍງານວ່າ TESLA ບໍລິສັດຂອງຊາຍທີ່ລວຍທີ່ສຸດໃນໂລກຢ່າງ Elon Musk ແລະໄດ້ຊື່ວ່າມີການຄອບຄອງ Bitcoin ຫຼາຍທີ່ສຸດເປັນອັນດັບ 2 ຂອງໂລກໄດ້ປະກາດວ່າຕົນເອງເທຂາຍ Bitcoin ອອກໄປແລ້ວຫຼາຍເຖິງ 75% ໃນມູນຄ່າ 936 ລ້ານໂດລາ.

TESLA BITCOIN


ກ່ອນໜ້າທີ່ຈະເກີດການເທຂາຍນີ້ TESLA ມີ Bitcoin ຈໍານວນ 42,902 ເຊິ່ງຖ້າຄິດຄຳນວນເບິ່ງແລ້ວການທີ່ຂາຍ Bitcoin 75% ອອກໄປກໍສາມາດສະຫຼຸບໄດ້ວ່າ ຂາຍໄປແລ້ວຈຳນວນ 32,176 ຫຼຽນ. ນອກຈາກນີ້ ຖ້ານຳໄປຫານມູນຄ່າທັງໝົດກໍຈະໄດ້ລາຄາຂາຍສະເລ່ຍຢູ່ທີ່ 29,090 ໂດລາຕໍ່ Bitcoin.


ຢ່າງໃດກໍຕາມ ກ່ອນໜ້ານີ້ມີຄົນຄາດການວ່າ TESLA ໄດ້ຊື້ Bitcoin ໃນລາຄາປະມານ 30,000 – 35,000 ໂດລາຕໍ່ຫຼຽນ ເຊິ່ງເມື່ອ TESLA ຂາຍ Bitcoin ອອກໄປໃນລາຄາ 29,090 ກໍແປວ່າ TESLA ຍອມຂາດທຶນເພື່ອໃຫ້ໄດ້ເງິນສົດ.

ແລະສິ່ງທີ່ໜ້າສົນໃຈຄື ລາຄາ Bitcoin ທີ່ຊື້ຂາຍກັນໃນຂະນະນີ້ແມ່ນຢູ່ທີ່ 23,300 ໂດລາຕໍ່ຫຼຽນ ເຊິ່ງຖືວ່າຍັງຕໍ່າກວ່າລາຄາສະເລ່ຍທີ່ TESLA ເທຂາຍ. ທັງນີ້ ເອີ້ນໄດ້ວ່າ Elon Musk ໄດ້ຂາຍ Bitcoin ອອກໄປກ່ອນທີ່ລາຄາມັນຈະຕົກລົງມາ.

TESLA BITCOIN

ສຳລັບ CEO ຂອງ TESLA ຢ່າງ Elon Musk ແລ້ວ ການຊື້ຂາຍຂອງລາວສາມາດປ່ຽນໃຈໄດ້ຕະຫຼອດເວລາ ເຊັ່ນກໍລະນີຂອງ Twitter ທີ່ຕອນທຳອິດວ່າຈະຊື້ກິດຈະການແລະນຳມາປັບປຸງ ແຕ່ວ່າມາຮອດຫຼ້າສຸດນີ້ກໍໄດ້ເຮັດການຍົກເລີກບໍ່ຊື້ແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ