ຊິເປັນລົມ! ແມ່ຍິງຊາວອິນເດຍອາຍຸ 15 ປີ ພິສູດຮັກແທ້ໂດຍການສັກເລືອດ HIV ຂອງແຟນໜຸ່ມເຂົ້າຮ່າງກາຍຕົນເອງ

HIV

ເຊື່ອວ່າເລື່ອງຄວາມຮັກນັ້ນມັນເປັນເລື່ອງທີ່ມີຫຼາກຫຼາຍມິຕິແທ້ໆ ເພາະເຮົາບໍ່ສາມາດຄາດເດົາໄດ້ເລີຍວ່າຄວາມຮັກຈະເຮັດໃຫ້ເຮົາປ່ຽນໄປໃນທິດທາງໃດ ແລະຍິ່ງເປັນຄົນທີ່ບູຊາຄວາມຮັກ ຍິ່ງເຮັດໃຫ້ເຮົາຄາດບໍ່ເຖິງເລີຍວ່າ ເຂົາເຈົ້າຈະຍອມເຮັດໃນສິ່ງທີ່ຫຼາຍຄົນຄິດວ່າມັນບໍ່ຖືກຕ້ອງ. ເຊັ່ນດຽວກັນກັບກໍລະນີຍິງສາວຊາວອິນເດຍອາຍຸ 15 ປີຄົນນີ້ ທີ່ລາວຕ້ອງການທີ່ຈະພິສູດຮັກແທ້ໂດຍການສັກເລືອດທີ່ມີເຊື້ອ HIV ຂອງແຟນໜຸ່ມເຂົ້າໄປຮ່າງກາຍຕົນເອງ.

HIV

ເວັບໄຊຂ່າວຊື່ດັງຂອງອິນເດຍຢ່າງ indiatimes ໄດ້ລາຍງານວ່າ ມີຍິງສາວອາຍຸ 15 ປີຄົນໜຶ່ງ ຈາກບ້ານ ສຸວັນກັດຈີ (Suwal Kuchchi)  ເຊິ່ງຕັ້ງຢູ່ໃນລັດ ອັດສໍາ (Assam) ປະເທດອິນເດຍ ໄດ້ເຮັດໃນສິ່ງທີ່ຫຼາຍໆຄົນຄິດບໍ່ເຖິງ ໂດຍການຕັດສິນໃຈພິສູດຮັກແທ້ຂອງຕົນເອງ ດ້ວຍການສັກເລືອດທີ່ມີເຊື້ອ HIV ຂອງແຟນໜຸ່ມເຂົ້າໄປຮ່າງກາຍຕົນເອງ.

HIV

ໂດຍເລື່ອງລາວນີ້ມັນເລີ່ມຕົ້ນທີ່ຍິງສາວຄົນນີ້ໄດ້ໄປພົບກັບແຟນໜຸ່ມຂອງຕົນເອງທາງ Facebook ແລະໄດ້ເລີ່ມໂອ້ລົມສົນທະນາກັນຈົນສານສໍາພັນມາເລື້ອຍໆ. ຫຼັງຈາກຜ່ານໄປ 3 ປີທີ່ຄົບກັນ ຄວາມຮັກຂອງທັງສອງທີ່ມອບໃຫ້ກັນແລະກັນແມ່ນໄດ້ເພີ່ມທະວີຫຼາຍຂຶ້ນ ຂະໜາດທີ່ວ່າຖ້າບໍ່ມີອີກຝ່າຍແມ່ນບໍ່ສາມາດດໍາລົງຊີວິດຢູ່ໄດ້.

HIV

ແລະຕາມລາຍງານລະບຸວ່າ ຍິງສາວຄົນນີ້ແມ່ນພະຍາຍາມໜີອອກຈາກເຮືອນເພື່ອໄປຢູ່ກັບແຟນໜຸ່ມຫຼາຍເທື່ອແລ້ວ ແຕ່ກໍຖືກພໍ່ແມ່ນຳທັນ ແລະ ພາກັບເຮືອນຢູ່ຕະຫຼອດ. ຫຼ້າສຸດນີ້ ລາວໄດ້ເຮັດໃຫ້ຄົນໃນຄອບຄົວເຖິງກັບເປັນລົມຄາເຮືອນ ເພາະລາວໄດ້ສັກເລືອດຂອງແຟນໜຸ່ມທີ່ມີເຊື້ອ HIV ເຂົ້າຮ່າງກາຍຂອງຕົນເອງ.

HIV

ເມື່ອພໍ່ແມ່ຮູ້ເລື່ອງລາວດັ່ງກ່າວ ກໍໄດ້ຕັດສິນໃຈດໍາເນີນຄະດີກັບແຟນໜຸ່ມຂອງລູກສາວຢ່າງເດັດຂາດ ແລະໃນຂະນະນີ້ຍິງສາວອາຍຸ 15 ປີຄົນນີ້ແມ່ນຢູ່ໃນການລູແດຂອງເຈົ້າໜ້າທີ່ແພດໝໍ, ສ່ວນແຟນໜຸ່ມແມ່ນຖືກທາງຕໍາຫຼວດຄອບຄຸມຕົວເອົາໄວ້.

ຫຼັງຈາກທີ່ຂ່າວນີ້ຖືກເຜີຍແຜ່ອອກມາສູ່ໂລກໂຊຊຽວ ກໍເຮັດໃຫ້ຊາວເນັດຫຼາຍຄົນເວົ້າບໍ່ອອກ ແລະບໍ່ຢາກເຊື່ອວ່າໄວໜຸ່ມທີ່ອາຍຸຍັງນ້ອຍແບບນີ້ຈະກ້າຕັດສິນໃຈເຮັດໃນສິ່ງທີ່ອັນຕະລາຍເຖິງຊີວິດແບບນີ້ລົງໄປໄດ້ ແລະ ເປັນເລື່ອງມັນໄຮ້ເຫດຜົນແທ້ໆ. ນອກຈາກນີ້ ຫຼາຍຄົນກໍເບິ່ງວ່າມັນມີຫຼາຍວິທີທີ່ຈະພິສູດຮັກແທ້ ໂດຍການບໍ່ຕ້ອງເອົາຊີວິດຂອງຕົນເອງມາສ່ຽງກໍໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ