ຢ່າຟ້າວແລ່ນໜີ! Dead Man’s Finger ເຫັດນິ້ວຄົນຕາຍ ບໍ່ແມ່ນນິ້ວຄົນແທ້ແຕ່ຢ່າງໃດ!

Dead Man’s Finger

ຂຶ້ນຊື່ວ່າເຫັດ ກໍລ້ວນແຕ່ມີສັບພະຄຸນທາງອາຫານຫຼາກຫຼາຍ ແຕ່ສຳລັບເຫັດນິ້ວມືຄົນຕາຍນີ້ ແຕກຕ່າງອອກໄປ ທັງໃນດ້ານສັບພະຄຸນ ແລະ ລັກສະນະພາຍນອກ ທີ່ບໍ່ວ່າໃຜພົບເຫັນຄັ້ງທຳອິດຮັບຮອງວ່າຕ້ອງມີຫຼອນກັນແນ່ນອນ.

Dead Man’s Finger

Dead Man’s Finger ຫຼື ມັກເອີ້ນກັນວ່າເຫັດນິ້ວມືຄົນຕາຍ ທີ່ມີຊື່ທາງວິທະຍາສາດວ່າ Xylaria polymorpha  ເປັນຣາປະເພດ saprobic ເກີດຂຶ້ນທຸກລະດູຕາມໂຄນຕົ້ນໄມ້ ແລະ ຕາມຕໍໄມ້ເນື້ອແຂງທີ່ຕາຍແລ້ວ.

Dead Man’s Finger

ມັນມີລັກສະນະເປັນທ່ອນຍາວໆສີນ້ຳຕານເຂັ້ມ ແລະ ດຳ ຕິດໆກັນ 3-6 ທ່ອນ, ມີເສັ້ນຜ່າສູນກາງ 0.5 ຊັງຕີແມັດ ມີຄວາມຍາວ 3-7 ຊັງຕີແມັດ, ລຳຕົ້ນໂຄ້ງງໍໜ້ອຍໜຶ່ງຄືກັບນິ້ວມືຄົນ, ສ່ວນປາຍຂອງມັນມີສີຂາວໆທີ່ໃຊ້ໄວ້ສຳລັບປ່ອຍສະປໍອອກມາ. ຈາກຈຳນວນ ແລະ ລັກສະນະພາຍນອກ ເຮັດໃຫ້ເກີດການເຂົ້າໃຈຜິດເລື້ອຍໆວ່າເປັນນິ້ວມືຄົນ ຖ້າຫາກວ່າພົບເຫັນຄັ້ງທຳອິດ.

Dead Man’s Finger

ເຫັດດັ່ງກ່າວນີ້ ພົບເຫັນໄດ້ໃນສະຫະລາຊະອານາຈັກ, ໄອແລນ ລວມເຖິງຢູໂຣບແຜ່ນດິນໃຫຍ່ ແລະ ອາເມຣິກາເໜືອ. ເປັນ saprotrophic ເຊື້ອຣາທີ່ມີຄຸນສົມບັດຍ່ອຍສະຫຼາຍໂມເລກຸນຂອງສານອິນຊີ ໃຫ້ກັບຄືນສູ່ລະບົບນິເວດ ແລະ ພືດດັ່ງກ່າວບໍ່ສາມາດກິນໄດ້.

ດັ່ງນັ້ນ, ຖ້າພົບເຫັນ ກໍຢ່າຟ້າວແລ່ນໜີ ຫຼື ເກັບມາກິນເທື່ອ ເຖິງຈະເປັນໄປໄດ້ຍາກທີ່ຈະພົບເຫັນເຫັດນິ້ວຄົນຕາຍນີ້ ຢູ່ແຖວບ້ານກໍຕາມ!

Dead Man’s Finger

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ