ຈະຊວຍໄປໃສ! ຊາຍໜຸ່ມອິນເດຍຖືກງູກັດຕາຍ ຫຼັງຈາກໄປຮ່ວມພິທີງານສົບຂອງອ້າຍທີ່ຖືກງູກັດຕາຍເຊັ່ນດຽວກັນ

ອິນເດຍ

ເຊື່ອໄດ້ວ່າອິນເດຍເປັນປະເທດໜຶ່ງທີ່ມັກຈະມີເລື່ອງລາວແປກໆ ແບບບໍ່ຄາດຄິດ ທີ່ເຮັດໃຫ້ເຮົາຮູ້ສຶກປະຫຼາດໃຈແລະສົງໄສ ບໍ່ນ້ອຍໜ້າລັດຟໍຣິດາຂອງສະຫະລັດອາເມຣິກາເລີຍ ທີ່ບໍ່ວ່າຈະມີເລື່ອງຫຍັງອອກມາໃຫ້ເຫັນ ເຮົາກໍຕ້ອງໄດ້ອຸທານຄໍາວ່າ “ຫະ!” ຢູ່ສະເໝີ. ເຊັ່ນດຽວກັນກັບກໍລະນີຂອງຊາຍໜຸ່ມຄົນນີ້ທີ່ລາວຖືກງູກັດຕາຍ ຫຼັງຈາກໄປຮ່ວມພິທີງານສົບຂອງອ້າຍທີ່ຖືກງູກັດຕາຍເຊັ່ນດຽວກັນ.

ອິນເດຍ

ອ້າງອີງຈາກເວັບໄຊ Indiatimes ລາຍງານວ່າ Govind Mishra ຊາຍໜຸ່ມອິນເດຍໄວ 22 ປີ ພ້ອມກັບຍາດທີ່ມີຊື່ວ່າ Chandrashekar Pandey ໄດ້ເດີນທາງໄປທີ່ບ້ານ Bhawanipur ໃນລັດ Bihar ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກຂອງອິນເດຍ ເພື່ອເຂົ້າຮ່ວມພິທີໄວ້ອາໄລໃຫ້ກັບ Arvind Mishra ອ້າຍຂອງຕົນເອງທີ່ເສຍຊີວິດຈາກການຖືກງູກັດໃນໄວ 38 ປີ ແລະ ການຈາກໄປຂອງອ້າຍເຮັດໃຫ້ Govind ຜູ້ເປັນນ້ອງເສຍໃຈຢ່າງໜັກ.

ອິນເດຍ

ຕໍ່ມາຫຼັງຈາກໄດ້ເດີນທາງມາຮອດ ແລະ ໄດ້ເຂົ້າຮ່ວມພິທີແລ້ວທັງ Govind ແລະ Chandrashekar ໄດ້ໄປພັກເຊົາທີ່ເຮືອນຫຼັງໜຶ່ງ ເຊິ່ງໃນຂະນະທີ່ນອນຫຼັບຢູ່ນັ້ນກໍບັງເອີນໄດ້ມີງູພິດເຂົ້າມາກັດເອົາທັງສອງ ເຮັດໃຫ້ຄົນແຖວນັ້ນຕ້ອງໄດ້ພາຕົວໄປໂຮງໝໍທັນທີ ແຕ່ເຖິງຈະໄປຮອດມືແພດໝໍແລ້ວ ກໍມີພຽງແຕ່ Chandrashekar ທີ່ລອດຊີວິດມາໄດ້, ສ່ວນ Govind ແມ່ນທົນພິດຂອງງູບໍ່ໄຫວແລະໄດ້ຈາກໂລກໄປເຊັ່ນດຽວກັນກັບ Arvind ຜູ້ເປັນອ້າຍທີ່ໄດ້ຖືກງູກັດກ່ອນໜ້ານີ້.

ອິນເດຍ

ທັງນີ້ ຕາມອົງການອະນາໄມໂລກ (WHO) ລະບຸ ງູກັດເປັນບັນຫາດ້ານສາທາລະນະສຸກທີ່ຖືກລະເລີຍໃນຫຼາຍປະເທດເຂດຮ້ອນ ແລະ ເຄິ່ງເຂດຮ້ອນ ເພາະວ່າໃນແຕ່ລະປີປະຊາກອນ 5.4 ລ້ານຄົນຈະຖືກງູກັດ ແລະ ໃນຈໍານວນນັ້ນ 81,000 – 138,000 ຄົນ ແມ່ນອັນຕະລາຍເຖິງຊີວິດ ເຊິ່ງຜູ້ເສຍຊີວິດເຄິ່ງໜຶ່ງແມ່ນມາຈາກປະເທດອິນເດຍ. ນອກຈາກນີ້ WHO ຍັງບອກອີກວ່າ 90% ຂອງງູທີ່ເຮັດໃຫ້ຄົນເສຍຊີວິດຄື: ງູເຫົ່າທົ່ວໄປ, ງູເຫົ່າອິນເດຍ…

ອິນເດຍ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ