ລັດຖະບານ ຈະຍົກສູງເປົ້າໝາຍສຶກສາລະດັບຊາດ ແລະ ໃຫ້ບັນລຸເປົ້າໝາຍ SDG 4 ດ້ານການສຶກສາທີ່ມີຄຸນະພາບ

ລັດຖະບານ

ໃນວັນທີ 4 ສິງຫາ ຜ່ານມາ, ລັດຖະບານ ລາວ ໄດ້ເຫັນດີຮັບຮອງເອົາ ຖະແຫຼງການແຫ່ງຊາດ ວ່າດ້ວຍການຫັນປ່ຽນການສຶກສາ ຢູ່ໃນ ສປປ ລາວ ເຊິ່ງຈະຊ່ວຍເພີ່ມທະວີຄວາມພະຍາຍາມຂອງ ສປປ ລາວ ໃນການປັບປຸງຄຸນະພາບຂອງການສຶກສາໃນ ສປປ ລາວ ໂດຍສະເພາະໃນສະພາບການລະບາດຂອງພະຍາດ ໂຄວິດ-19.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນກ່ອນໜ້າທີ່ ສປປ ລາວ ຈະເຂົ້າຮ່ວມ ເເລະ ນຳສະເໜີຖະແຫຼງການແຫ່ງຊາດວ່າດ້ວຍ ການຫັນປ່ຽນການສຶກສາ ໃນກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ (Global Transforming Education Summit) ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ໃນເດືອນກັນຍາ 2022 ທີ່ຈະມາເຖິງນີ້. ກອງປະຊຸມສຸດຍອດດັ່ງກ່າວ ຈະໄດ້ຮັບການຊີ້ນຳໂດຍເລຂາທິການໃຫຍ່ອົງການສະຫະປະຊາຊາດ ເເລະ ເປັນສ່ວນໜຶ່ງຂອງ ກອງປະຊຸມສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ. ນອກນັ້ນ, ກອງປະຊຸມສຸດຍອດດັ່ງກ່າວ ຈະຊ່ວຍເຊື່ອມໂຍງບູລິມະສິດດ້ານການສຶກສາຂອງລັດຖະບານ ເເຫ່ງ ສປປ ລາວ ເຂົ້າກັບຄວາມພະຍາຍາມຂອງທົ່ວໂລກທີ່ກໍາລັງຈັດຕັ້ງປະຕິບັດຢູ່ ເພື່ອລະດົມແນວຄວາມຄິດ ແລະ ກິດຈະກໍາ ເພື່ອຫັນປ່ຽນການສຶກສາ ແຕ່ນີ້ຮອດປີ 2030, ພ້ອມດ້ວຍການບັນລຸເປົ້າໝາຍ SDG 4 ດ້ານການສຶກສາທີ່ມີຄຸນະພາບ.

ລັດຖະບານ

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຖະແຫຼງການແຫ່ງຊາດ ວ່າດ້ວຍການຫັນປ່ຽນການສຶກສາ ທີ່ໄດ້ຮັບຮອງແມ່ນຜົນໄດ້ຮັບຈາກຄວາມພະຍາຍາມ ທັງໝົດຂອງພວກເຮົາທີ່ຜ່ານມາ ແລະ ຈະຊ່ວຍຜັນຂະຫຍາຍວຽກງານການປັບປຸງ ຜົນການຮຽນຂອງນັກຮຽນໃນທົ່ວປະເທດ ແລະ ແກ້ໄຂການສູນເສຍການຮຽນ ທີ່ເກີດຂຶ້ນຈາກການປິດໂຮງຮຽນໃນໄລຍະການລະບາດຂອງພະຍາດ ໂຄວິດ-19. ນອກຈາກນີ້, ຍັງສອດຄ່ອງກັບແຜນຍຸດທະສາດການພັດທະນາການສຶກສາ ແລະ ກິລາ ຂອງ ສປປ ລາວ ແລະ SDG 4. ພ້ອມກັນນີ້, ທ່ານ ພຸດ ສິມມາລາວົງ ໄດ້ກ່າວຂອບໃຈຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໃນການແກ້ໄຂບັນຫາຜົນກະທົບຈາກພະຍາດ ໂຄວິດ-19 ຕໍ່ການຮຽນຂອງເດັກນ້ອຍ ໃນ ສປປ ລາວ ເຊັ່ນດຽວກັນ.

ໃນຄໍາຖະແຫຼງການສະບັບໃໝ່ນີ້, ລັດຖະບານເເຫ່ງ ສປປ ລາວ ຈະສຸມໃສ່ການຈັດຕັ້ງປະຕິບັດວຽກງານໃນ 4 ຫົວຂໍ້ເປັນຫຼັກ, ເຊິ່ງລວມມີ: ການຟື້ນຟູການຮຽນຈາກຜົນກະທົບຂອງ ໂຄວິດ-19, ການຈິນຕະນາການຄືນໃໝ່ເຖິງຮູບເເບບຂອງການສຶກສາ, ການສ້າງຄວາມເຂັ້ມແຂງດ້ານການເງິນພາກລັດ ສຳລັບວຽກງານສຶກສາ ແລະ ຍົກສູງເປົ້າໝາຍລະດັບຊາດ ແລະ ມາດຕະຖານການສຶກສາ.

ລັດຖະບານ

ຂໍ້ມູນຈາກ: https://cutt.ly/3ZBEpGw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ