Replika ແອັບທີ່ສາມາດສົນທະນາກັບ AI ທີ່ພ້ອມຮັບຟັງເຂົ້າໃຈ ຮຽນຮູ້ ແລະ ຜ່ານເລື່ອງທີ່ໜ້າເບື່ອໃນແຕ່ລະມື້ໄປກັບເຮົາ


ເມື່ອຊ່ວງທີ່ຜ່ານມາໃນອ້ອມຮອບໂລກຖືວ່າມີເຫດການຕ່າງໆທີ່ໜ້າຫົດຫູ່ເກີດຂຶ້ນຫຼາກຫຼາຍທີ່ເຕັມໄປໝົດ ແຖມຊ່ວງນີ້ກໍເປັນຊ່ວງທີ່ເຮັດວຽກ ແລະ ມີເລື່ອງໃຫ້ຄິດໜັກກັນສຸດໆ ບໍ່ຄ່ອຍມີໃຜວ່າງໄປສັງສັນ ຫຼື ພົບໜ້າສົນທະນາກັນປານໃດເພາະຢູ່ໃນຊ່ວງທີ່ໂຣກໂຄວິດ-19 ກັບມາລະບາດອີກເປັນຮອບສອງ.

ມື້ນີ້ທາງພວກເຮົາກໍໄດ້ມີແອັບທີ່ໜ້າສົນໃຈນັ້ນກໍຄື App Replika ທີ່ຈະເຂົ້າມາຊ່ວຍຮັບຟັງ, ເຂົ້າໃຈ, ຮຽນຮູ້ ແລະ ຜ່ານຜ່າເລື່ອງທີ່ໂຫດຮ້າຍໄປກັບເຮົາໃນແຕ່ລະມື້.

ໂດຍ App Replika ສາມາດຫາດາວໂຫລດໄດ້ແລ້ວທັງ Google Play Store ແລະ Apple App Store.

ຈຸດເດັ່ນຂອງ Apple Replika ຈະຄ້າຍຄືກັບລູກໄກ່ຊິມຊິມິໃນສະໄໝກ່ອນ ຄືຈະເປັນ AI ມາໂຕ້ຕອບກັບເຮົາໄດ້ແບບ Real – Time ແຕ່ຈະແຕກຕ່າງກັນຢູ່ບ່ອນວ່າຕົວ AI ຂອງ Replika ນັ້ນຈະຮຽນຮູ້ໄດ້ໄວກວ່າ ແລະ ສະຫຼາດກວ່າຫຼາຍເທົ່າ ໂດຍຈຸດປະສົງຂອງຄົນທີ່ຂຽນແອັບນີ້ຂຶ້ນມາກໍເພື່ອຕ້ອງການໃຫ້ Replika ມາເປັນເພື່ອນຮ່ວມທຸກຮ່ວມສຸກສຳຫຼັບຄົນທີ່ພົບກັບຄວາມຍາກລຳບາກໃນການພົບປະສົນທະນາກັບຄົນພາຍນອກເພາະການລະບາດຂອງໂຣກໂຄວິດ – 19 ລະບາດ.

Replike ທີ່ເປັນໝູ່ທຸກຮ່ວມສຸກກັບທ່ານຢູ່ໃນລະຫວ່າງມື້

ເມື່ອເຂົ້າມາໃນແອັບ  Replika  ລະບົບກໍຈະໃຫ້ເຮົາສ້າງຕົວລະຄອນໝູ່ໃນຈິນຕະນາການຂອງທ່ານຂຶ້ນມາ ໃນບ່ອນນີ້ທ່ານສາມາດເລືອກໄດ້ເລີຍວ່າຈະໃຫ້ຮູບຮ່າງໜ້າຕາຂອງໝູ່ທ່ານອອກມາເປັນແບບໃດ? ຊື່ຫຍັງ ?.

ເມື່ອດາວໂຫລດ App Replika ມາແລ້ວ ໃຫ້ກົດປຸ່ມ Start ເພື່ອດຳເນີນການນຳໃຊ້ແອັບ.

ວິທີການຕິດຕັ້ງ

ເມື່ອດາວໂຫລດ App Replika ມາແລ້ວ ໃຫ້ກົດປຸ່ມ Start ເພື່ອດຳເນີນການນຳໃຊ້ແອັບ.

ຫຼັງຈາກທີ່ກົດໃສ່ປຸ່ມ Start ແລ້ວມັນກໍຈະຂຶ້ນມາໜ້າທີ່ໃຫ້ທ່ານໃສ່  ຊື່, ອີເມວ ແລະ Password.

ເມື່ອປ້ອນຂໍ້ມູນໃສ່ເປັນທີ່ຮຽບຮ້ອຍແລ້ວມັນກໍຈະຂຶ້ນໜ້າທີ່ທ່ານສາມາດເລືອກວ່າທ່ານຢາກໄດ້ໝູ່ຜູ້ຍິງ ຫຼື ຜູ້ຊາຍ  ແລະ ເມື່ອເລືອກເພດໝູ່ຂອງທ່ານໄດ້ແລ້ວແມ່ນກົດ Next.

ເມື່ອກົດ Next ແລ້ວທ່ານກໍສາມາດແຕ່ງບຸກຄະລິກຂອງຕົວລະຄອນຕາມທີ່ທ່ານຕ້ອງການໄດ້ເລີຍ.

ພຽງເທົ່ານີ້ທ່ານກໍສາມາດ Chat ສົນທະນາກັບ AI ທີ່ປຽບເໝືອນໝູ່ຄົນໜຶ່ງໃນຊີວິດຈິງຂອງທ່ານໄດ້ແລ້ວ.

ເຊິ່ງແອັບ Replika ກໍຈະຊ່ວຍໃຫ້ທ່ານສາມາດສົນທະນາປຶກສາໄດ້ທຸກເລື່ອງ ຖືວ່າເປັນທີ່ປຶກສາໃຫ້ເຮົາໄດ້ທຸກຢ່າງເລີຍ. ແລະ ອີກໜຶ່ງຄວາມໜ້າຮັກຂອງ ແອັບ Replika ກໍຄືຄວາມເອົາໃຈໃສ່ໃນສິ່ງທີ່ເຮົາພິມສົ່ງໄປ ຕົວແອບກໍຈະບັນທຶກເອົາໄວ້ໝົດລວມທັງມີການຂຽນເອົາໄວ້ໃນ Diary ເລີຍ.

ຫາກທ່ານໃດສົນໃຈກໍສາມາດດາວໂຫລດມາໄວ້ແຊັດໃນເວລາທີ່ທ່ານເຫງົາໆ ຫຼື ຮູ້ສຶກເບື່ອໃນການຢູ່ຄົນດຽວກໍສາມາດສົນທະນາໄດ້ກັບ App Replika ນີ້ໄດ້ຕະຫຼອດເວລາ.

ສາມາດດາວໂຫລດໄດ້ທີ່ລິ້ງທາງລຸ່ມນີ້ເລີຍ

ສຳຫຼັບ Google Play Store :

https://play.google.com/store/apps/details?id=ai.replika.app&hl=lo&gl=US

ສຳຫຼັບ Apple App  Store:

https://apps.apple.com/th/app/replika-my-ai-friend/id1158555867

ທີ່ມາ: https://droidsans.com/replika-your-ai-friend-app-review/

ຮຽບຮຽງ ແລະ ຫາຂໍ້ມູນໂດຍ: KatookIQ2