ເປັນເລື່ອງຈົນໄດ້! ລັດຖະບານອິນເດຍໄລ່ ເຈົ້າໜ້າທີ່ 3 ຄົນ ອອກ ຫຼັງຈາກຫຼົງຍິງຈະຫຼວດເຂົ້າໄປໃສ່ປາກີສະຖານ

ອິນເດຍ

ເມື່ອວັນອັງຄານ ທີ 23 ສິງຫາ 2022 ກອງທັບອາກາດ ອິນເດຍ ໄດ້ເປີດເຜີຍວ່າທາງລັດຖະບານໄດ້ມີຄໍາສັ່ງໄລ່ເຈົ້າໜ້າທີ່ອອກ 3 ຄົນ ເນື່ອງຈາກເຫດການທີ່ໄດ້ເຜີຍິງຈະຫຼວດເຂົ້າໃສ່ປາກີສະຖານໂດຍບໍ່ໄດ້ຕັ້ງໃຈ.

ອິນເດຍ

ເຊິ່ງເຫດການນີ້ເກີດຂຶ້ນເມື່ອວັນທີ 9 ມີນາທີ່ຜ່ານມາ ໂດຍຈະຫຼວດທີ່ຖືກຍິງອອກໄປທີ່ປາກີສະຖານຄື ບຣາມອສ (BrahMos) ເຊິ່ງເປັນຈະຫຼວດຮ່ອນຄວາມໄວເໜືອສຽງ ທີ່ມີຄຸນສົມບັດສາມາດຕິດຕັ້ງຫົວຮົບນິວເຄຍໄດ້ ແລະ ເປັນຈະຫຼວດທີ່ພັດທະນາຮ່ວມກັນລະຫວ່າງອິນເດຍແລະຣັດເຊຍ.

ອິນເດຍ

ເຊິ່ງຫຼັງເກີດເຫດ ທາງລັດຖະບານປາກີສະຖານແມ່ນໄດ້ສະແດງທ່າທີບໍ່ພໍໃຈ ແລະ ຕ້ອງການຄໍາຕອບຈາກອິນເດຍໃນເລື່ອງກົນໄກຄວາມປອດໄພທີ່ຕິດຕັ້ງໄວ້ ເພື່ອປ້ອງກັນການຍິງຈະຫຼວດໂດຍບໍ່ໄດ້ຕັ້ງໃຈ.

ຂະນະກອງທັບອາກາດອິນເດຍກໍໄດ້ຖະແຫຼງຊີ້ແຈງຜົນການໄຕ່ສວນຂອງສານ ພົບວ່າມີການປະຕິບັດໜ້າທີ່ວຽກງານທີ່ບໍ່ເປັນໄປຕາມຂະບວນການມາດຕະຖານ ຈົນນໍາໄປສູ່ການຍິງຈະຫຼວດໂດຍບໍ່ໄດ້ຕັ້ງໃຈດັ່ງກ່າວ ແລະຢືນຢັນວ່າລັດຖະບານໄດ້ສັ່ງປົດເຈົ້າໜ້າທີ່ທັງ 3 ຄົນ ເຊິ່ງມີຜົນທັນທີຕັ້ງແຕ່ວັນທີ 23 ສິງຫາ ທີ່ຜ່ານມາ.

ອິນເດຍ

ແລະຈາກການລາຍງານຂອງສະມາຄົມຄວບຄຸມອາວຸດໃນສະຫະລັດອາເມຣິກາພົບວ່າ ຈະຫຼວດບຣາມອສມີຄວາມສາມາດໂຈມຕີໃນໄລຍະໄກຕັ້ງແຕ່ 300-500 ກິໂລແມັດ ເຊິ່ງມັນໄກພຽງພໍທີ່ຈະໂຈມຕີເຖິງນະຄອນອິສລາມາບັດ ເມືອງຫຼວງຂອງປາກີສະຖານ ຫາກວ່າຈະຫຼວດດັ່ງກ່າວຍິງຈາກຖານຍິງຈະຫຼວດທາງຕອນເໜືອຂອງອິນເດຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ