ລັດຖະບານກຳລັງເລັ່ງແກ້ໄຂຫຼາຍດ້ານ ໂດຍສະເພາະ ການບໍລິການລົດໄຟ, ໄພພິບັດຈາກຝົນຕົກໜັກ ແລະ ການສ້ອມແປງທາງຫຼວງທີ່ເປ່ເພ

ລັດຖະບານ

ການຖະແຫຼງຂ່າວຜົນກອງປະຊຸມ ລັດຖະບານ ປະຈໍາເດືອນ ສິງຫາ 2022 ໃນວັນທີ 25 ສິງຫາ 2022, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານໄດ້ຖະແຫຼງຂ່າວຜົນຂອງກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 24 ແລະ ອັດປິດລົງ ວັນທີ 25 ສິງຫາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ລັດຖະບານ

ສະເພາະເດືອນກັນຍາ ປີ 2022 ນີ້, ລັດຖະບານ ຈະໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ເອົາໃຈໃສ່ວຽກຈຸດສຸມຈໍານວນໜຶ່ງ ຄືດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງຕໍ່ເນື່ອງ ໃນນີ້ ບ່ອນໃດທີ່ບໍ່ທັນເປັນລະບຽບ ກໍໍໃຫ້ຈັດເຂົ້າສູ່ລະບຽບຕື່ມ ທັງເພີ່ມທະວີການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ລົດໜ້ອຍຖອຍລົງ.

2) ສືບຕໍ່ຈັດຕັ້ງປະຕິບັດ ແຜນດໍາເນີນງານຂອງລັດຖະບານ ໃຫ້ປະສົບຜົນສໍາເລັດ ໂດຍສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2022 ໃຫ້ບັນລຸຄາດໝາຍທີ່ວາງໄວ້ ຕາມການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດທີ່ກຳນົດໃນມະຕິ ເລກທີ 08 ຂອງລັດຖະບານ, ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ພ້ອມທັງກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2023 ໂດຍສະເພາະແຜນການລົງທຶນຂອງລັດ ໃຫ້ສໍາເລັດຕາມເວລາທີ່ກໍານົດໄວ້.

3) ສືບຕໍ່ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິ ໂດຍສຸມໃສ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ, ຕ້ອງສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ພຽງພໍ ດ້ວຍຫຼາຍມາດຕະການ ໂດຍຖືເອົາມາດຕະການເສດຖະກິດ ແລະ ກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການກຳນົດມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.

4) ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ບໍ່ລັງເລການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກຳລຸ່ມກົດໝາຍ ທີ່ກ່ຽວຂ້ອງຕ່າງໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ, ພ້ອມທັງສຸມໃສ່ກວດກາ-ຕິດຕາມ ການເກັບລາຍຮັບຈາກໂຄງການຂຸດຄົ້ນແຮ່ທາດ ໄລຍະທົດລອງ ເລີ່ມຈາກຂອດການຂຸດຄົ້ນ, ຂົນສົ່ງ ແລະ ຈຳໜ່າຍ.

5) ສືບຕໍ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດ ໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກ ເປັນບູລິມະສິດ.

6) ສືບຕໍ່ແກ້ໄຂໜີ້ສິນສາທາລະນະດ້ວຍຫຼາຍຮູບແບບ ໂດຍສະເພາະ ບັນຫາໜີ້ສິນຂອງລັດວິສາຫະກິດໃຫ້ສາມາດແກ້ໄຂໄດ້ໂດຍໄວ, ລົດການສ້າງໜີ້ໃໝ່ທີ່ບໍ່ຈຳເປັນ ແລະ ອື່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊໍາລະໜີ້ໄດ້.

7) ສືບຕໍ່ປະຕິຮູບລັດວິສາຫະກິດ ທີ່ນອນໃນແຜນປະຕິຮູບຂອງລັດຖະບານໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະ ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດຫວຍພັດທະນາລາວ, ລັດວິສາຫະກິດການບິນລາວ.

ລັດຖະບານ

8) ໃຫ້ເລັ່ງສ້າງກົນໄກການພິຈາລະນາການລົງທຶນຂອງພາກເອກະຊົນໃຫ້ສຳເລັດໂດຍໄວ. ພ້ອມກັນນັ້ນ, ກໍໃຫ້ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດ ໂດຍໄວ. ໃນເວລາດຽວກັນ, ກໍຕ້ອງເລັ່ງກວດກາ, ຕິດຕາມ ບັນດາໂຄງການລົງທຶນທີ່ມີສັນຍາແລ້ວ ໃຫ້ໄດ້ຈັດຕັ້ງປະຕິບັດ ເພື່ອບໍ່ໃຫ້ມີການຈັບຈອງໄວ້ ໂດຍບໍ່ປະຕິບັດເຊິ່ງຖ່ວງດຶງການພັດທະນາ. ນອກນັ້ນ, ຕ້ອງຊຸກຍູ້ໃຫ້ມີການນຳເຂົ້າເງິນຕາຕ່າງປະເທດ ມາສູ່ເສດຖະກິດຂອງ ສປປ ລາວ ໃຫ້ໄວຂຶ້ນ ດ້ວຍການກວດກາການສິ້ນສຸດສັນຍາຊຳລະໜີ້ສິນຕ່າງປະເທດ ຂອງບັນດາໂຄງການ, ກໍຄືຈຸດກຸ້ມທຶນ ແລະ ການມີຜົນກຳໄລຂອງເຂົາເຈົ້າ. ໃຫ້ເລັ່ງສ້າງກົນໄກການພິຈາລະນາການລົງທຶນຂອງພາກເອກະຊົນໃຫ້ສຳເລັດໂດຍໄວ ພາຍຫຼັງທີ່ໄດ້ມີການຍົກເລີກ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ຂັ້ນແຂວງ.

ພ້ອມກັນນັ້ນ, ກໍໃຫ້ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໂດຍໄວ. ໃນເວລາດຽວກັນ, ເລັ່ງກວດກາ-ຕິດຕາມຄືນ ບັນດາໂຄງການລົງທຶນທີ່ມີສັນຍາ ແມ່ນບໍ່ໃຫ້ເປັນການຈັບຈອງ ແລະ ຖ່ວງດຶງການພັດທະນາ, ຊຸກຍູ້ໃຫ້ມີການນຳເຂົ້າເງິນຕາຕ່າງປະເທດ ເຂົ້າສູ່ເສດຖະກິດພາຍໃນໃຫ້ໄວຂຶ້ນ ດ້ວຍການກວດກາຄືນສັນຍາຊຳລະໜີ້ສິນຕ່າງປະເທດ ທີ່ໃກ້ຈະສິ້ນສຸດຂອງບັນດາໂຄງການ ແລະ ເລີ່ມມີຜົນກຳໄລ.

9) ໃຫ້ຮີບຮ້ອນປັບປຸງຂອດການບໍລິການທາງລົດໄຟໃຫ້ດີຂຶ້ນ ໂດຍສະເພາະ ການຂາຍປີ້ລົດໄຟ, ການຈັດສັນສະຖານທີ່ພາຍໃນສະຖານີລົດໄຟ ໂດຍໃຫ້ມີເຂດ Free Zone, ການບໍລິການປິ່ນອ້ອມສະຖານີ ແລະ ອື່ນໆ.

10) ສືບຕໍ່ແກ້ໄຂຜົນກະທົບຈາກໄພພິບັດຝົນຕົກໜັກ ຢູ່ບາງແຂວງ ໃຫ້ກັບມາສູ່ປົກກະຕິໂດຍໄວ, ໃນນັ້ນ, ໃຫ້ເອົາໃຈໃສ່ແກ້ໄຂບາງວຽກດັ່ງນີ້:
– ທ້ອງຖິ່ນໃດ ທີ່ຖືກຜົນກະທົບໜັກ ກໍໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮີບຮ້ອນສົມທົບອົງການປົກຄອງທ້ອງຖິ່ນ ຊ່ວຍເຫຼືອບັນເທົາທຸກໃຫ້ທັນການ.
– ກະກຽມແນວພັນພືດ, ແນວພັນສັດ ເພື່ອສະໜອງໃຫ້ທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບໃຫ້ທັນການ ແລະ ພຽງພໍ. ພ້ອມກັນນັ້ນ ກໍໃຫ້ຮີບຮ້ອນສ້ອມແປງຊົນລະປະທານ ໃນຈຸດທີ່ຈຳເປັນ ທີ່ເປ່ເພ ໃຫ້ກັບມານຳໃຊ້ໄດ້ປົກກະຕິ.
– ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງຂອງທ້ອງຖິ່ນ ທີ່ເປ່ເພ ໃຫ້ສາມາດເດີນທາງໄປ-ມາໄດ້ປົກກະຕິ, ເດັດຂາດບໍ່ໃຫ້ເສັ້ນທາງຕັດຂາດ. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ແກ້ໄຂບັນຫານ້ຳຂັງ ຢູ່ຕາມເສັ້ນທາງຂອງບັນດາຕົວເມືອງໃຫຍ່ ໂດຍສະເພາະຢູ່ ນະຄອນຫຼວງວຽງຈັນ.
– ຕິດຕາມບັນດາລະດັບນ້ຳຂອງເຂື່ອນໄຟຟ້າຕ່າງໆ ຢ່າງໃກ້ຊິດ ແລະ ມີແຜນການບໍລິຫານຈັດການນ້ຳທີ່ລະອຽດ, ຖ້າຈຳເປັນຈະເປີດປະຕູນ້ຳ ກໍໃຫ້ແຈ້ງໃຫ້ປະຊາຊົນຮັບຊາບ ທັງອະທິບາຍລະອຽດເຖິງຄວາມຈຳເປັນ ມາດຕະການຕ່າງໆເພື່ອຮອງຮັບ ໃນການປ່ອຍນ້ຳໃນແຕ່ລະຄັ້ງ ກໍຄືຜົນກະທົບທີ່ອາດຈະເກີດຂຶ້ນ ໃຫ້ປະຊາຊົນຮັບຊາບຢ່າງກວ້າງຂວາງ ແລະ ທັນການ ເພື່ອໃຫ້ປະຊາຊົນກະກຽມ ແລະ ມີສ່ວນຮ່ວມໃນການຮັບມືກັບການເປີດປະຕູນ້ຳດັ່ງກ່າວ.

11) ສືບຕໍ່ຕິດຕາມ, ເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າການແຜ່ລະບາດຈະຜ່ອນລົງແລ້ວກໍຕາມ ແຕ່ກໍບໍ່ໃຫ້ລະເຫຼີງ ໂດຍສະເພາະການປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ, ລວມທັງພະຍາດລະບາດຕາມລະດູການ.

12) ກະກຽມຮອບດ້ານໃຫ້ແກ່ການເປີດສົກຮຽນໃໝ່ ສຳລັບການສຶກສາທຸກຊັ້ນ, ທຸກສາຍ ໃຫ້ມີຄວາມພ້ອມ ແລະ ບໍ່ໃຫ້ມີປາກົດການຫຍໍ້ທໍ້.

13) ໃຫ້ຮີບຮ້ອນກະກຽມຈັດກອງປະຊຸມວຽກງານແຂ່ງຂັນຍ້ອງຍໍທົ່ວປະເທດໃຫ້ດີ ໂດຍສະເພາະການກະກຽມທາງດ້ານເນື້ອໃນ ຕ້ອງໃຫ້ມີລັກສະນະບຸກທະລຸ ເພື່ອແກ້ໄຂບັນຫາຄົງຄ້າງຂອງວຽກງານແຂ່ງຂັນຍ້ອງຍໍໃນໄລຍະຜ່ານມາ ໃຫ້ສາມາດເລືອກໄດ້ ບຸກຄົນ, ນິຕິບຸກຄົນ ທີ່ດີເດັ່ນແທ້;

14) ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ. ອັນພິເສດ ສືບຕໍ່ຊີ້ນໍາການສ້າງຂະບວນການຮອບດ້ານ ເພື່ອຈັດຕັ້ງສະເຫຼີມສະຫຼອງສອງວັນປະຫວັດສາດ ລະຫວ່າງລາວ-ຫວຽດນາມ ໃຫ້ເປັນຂະບວນການຟົດຟື້ນ ບົນຈິດໃຈປະຢັດມັດທະຍັດ, ຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອັນສໍາຄັນ; ພ້ອມກັນນີ້ ກໍກະກຽມຮອບດ້ານໃຫ້ແກ່ການນຳຂັ້ນສູງ ໃນການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ. ນອກນັ້ນ ກໍໃຫ້ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ເປັນຮູບປະທຳ; ຈັດລຽງບູລິມະສິດ ໃນການໄປເຄື່ອນໄຫວຕ່າງປະເທດ ເພື່ອປະຢັດງົບປະມານທີ່ຈຳເປັນ.

ຂໍ້ມູນຈາກ: https://cutt.ly/jXK26kJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ