ກຳລັງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ນັບມື້ນັບແໜ້ນແຟ້ນ ແຂງແຮງ ແລະ ເຂັ້ມແຂງ

ຄວາມສະຫງົບ

ໃນວັນທີ 24 ສິງຫາ 2022 ຜ່ານມານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-27 ສິງຫາ 2022.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສະຫາຍ ພົນເອກ ໂຕ ເລິມ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງເຂດວຽກງານ ໂດຍສະເພາະການຮ່ວມມືຮອບດ້ານ ລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຮ່ວມມື ເຊິ່ງກັນ ແລະ ກັນ ຕະຫຼອດໄປ, ທັງເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ໃຫ້ມີບັນຍາກາດອັນຟົດຟື້ນ. ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງ ຕໍ່ການພົບປະສອງຝ່າຍ ລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ເຊິ່ງເປັນນິມິດໝາຍອັນດີ ເຮັດໃຫ້ການຮ່ວມມືສອງຝ່າຍ ກໍຄື ສອງກະຊວງປ້ອງກັນຄວາມສະຫງົບ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆ ລະຫວ່າງສອງກະຊວງ ໃຫ້ມີຄວາມສະດວກ ແລະ ອື່ນໆ.

ຄວາມສະຫງົບ

ໃນວັນດຽວກັນ, ສະຫາຍ ພົນເອກ ໂຕ ເລິມ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ສະຫາຍ ປະທານປະເທດ ແລະ ສະຫາຍ ນາຍົກລັດຖະມົນຕີຮັບຊາບ ແລະ ໄດ້ລາຍງານຜົນການພົບປະສອງຝ່າຍ ລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ຕື່ມອີກ.

ໂອກາດດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ທີ່ໄດ້ເຄື່ອນໄຫວພົບປະສອງຝ່າຍ ຂອງສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດ ນາມ ໃນຄັ້ງນີ້ ເຊິ່ງຢູ່ໃນບັນຍາກາດທີ່ທົ່ວພັກ, ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ຢ່າງເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍ-ຄວາມສໍາຄັນ, ມັນໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າ ຂອງຄະນະຜູ້ແທນຂັ້ນສູງທັງສອງກະຊວງ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃຫ້ແກ່ສອງປະເທດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນສອງຊາດ ລາວ-ຫວຽດນາມ ມີໂອກາດໃນການສ້າງສາ ແລະ ພັດທະນາປະເທດຊາດ ກໍຄື ກໍາລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການປັບປຸງຢ່າງໜັກແໜ້ນ ແລະ ມີແບບແຜນທັນສະໄໝຂຶ້ນເທື່ອລະກ້າວ.

ຄວາມສະຫງົບ

ຂໍ້ມູນຈາກ: https://cutt.ly/GXKxhoT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ